ເຄື່ອງແກ້ວຂອງຈີນໄດ້ກ້າວສູ່ລະດັບໂລກ
ເຄື່ອງແກ້ວທີ່ເຫຼື້ອມສ່ອງໃສເປັນສິນຄ້າທີ່ຫາຍາກຂອງການຊື້ຂາຍໃນເສັ້ນທາງສາຍໄໝບູຮານ ແລະ ມັນຍັງເປັນສິນຄ້າທີ່ພົບເຫັນໄດ້ທົ່ວໄປໃນການແລກປ່ຽນດ້ານເສດຖະກິດການຄ້າຂອງ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ທັນສະໄໝ. ຈາກພາຊະນະດື່ມນ້ຳຊາ, ພາຊະນະດື່ມເຫຼົ້າ, ພາຊະນະຮັບປະທານອາຫານ, ໄປເຖິງຈອກ ແລະ ໂຖດອກໄມ້ທຸກປະເພດ... ຜະລິດຕະພັນແກ້ວ ທີ່ປານີດສວຍງາມແຕ່ລະອັນ ເຮັດໃຫ້ຜູ້ຄົນມີຄາດຫວັງຫຼາຍຕໍ່ເມືອງສີ ນະຄອນຈິນຈົງ ແຂວງຊານຊີ.
ເມືອງສີ ໄດ້ຮັບຊື່ສຽງໂດ່ງດັງຈາກສັງຄົມວ່າເປັນ "ນະຄອນຫຼວງເຄື່ອງແກ້ວຂອງຈີນ" ແລະ "ສະຖານທີ່ສົ່ງອອກເຄື່ອງແກ້ວຂອງຈີນ" ການຜະລິດເຄື່ອງແກ້ວໄດ້ພັດທະນາ ເປັນຂະແໜງອຸດສາຫະກຳທີ່ມີເອກະລັກຂອງທ້ອງຖິ່ນ, ເຄື່ອງແກ້ວໄດ້ເຊື່ອມໂຍງເຂົ້າກັບວັດທະນະທຳພື້ນເມືອງທີ່ດີເລີດຂອງຈີນຢ່າງສົມບູນແບບ, ໃນນັ້ນ, ຜົນຜະລິດຂັນແກ້ວດ້ວຍຄົນງານທີ່ເຮັດຜ່ານການເປົ່າ ກວມເອົາຫຼາຍກວ່າ 80% ຂອງທົ່ວປະເທດ.
ພາຍຫຼັງເກືອບ 100 ປີແຫ່ງການພັດທະນາຂະຫຍາຍຕົວ, ອິດທິພົນຂອງຍີ່ຫໍ້ເຄື່ອງແກ້ວທີ່ຜະລິດຢູ່ທີ່ນີ້ ນັບມື້ນັບພົ້ນເດັ່ນໃນຕະຫຼາດສາກົນ, ຜະລິດຕະພັນໄດ້ຖືກສົ່ງອອກໄປຍັງ 80 ກວ່າປະເທດ ແລະ ເຂດແຄວ້ນ, ລວມທັງປະເທດທີ່ນອນໃນ "ໜຶ່ງແລວ ໜຶ່ງເສັ້ນທາງ" ເຊັ່ນ ອິນເດຍ, ຕວກກີ, ສະຫະລັດອາຣັບເອມີເຣດ, ກາຊັກສະຖານ ແລະ ປະເທດອື່ນໆ.
ແຫຼ່ງຂ່າວ: ສຳນັກຂ່າວຊີນຮວາ, ໜັງສືພິມລາຍວັນຊານຊີ