ສາຍການບິນສາກົນນະຄອນຫຼວງວຽງຈັນ-ນະຄອນ ຊາງສາ ໄດ້ຟື້ນຟູການບໍລິການຢ່າງເປັນທາງການ
ເວລາ 16:40 ຂອງວັນທີ 28 ເມສາຜ່ານມາ, ຍົນໂດຍສານລຸ້ນແອບັດ-320 ຂອງບໍລິສັດສາຍການບິນລາວ ໄດ້ລົງຈອດຢູ່ສະໜາມບິນຮວງຮວາ ນະຄອນຊາງສາ ແຂວງຫູໜານ ສປ ຈີນ, ຊຶ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ສາຍການບິນສາກົນນະຄອນຫຼວງວຽງຈັນ - ນະຄອນຊາງສາ ໄດ້ຟື້ນຟູການບໍລິການຢ່າງເປັນທາງການແລ້ວ.
ສາຍການບິນ ສາກົນນະຄອນຫຼວງວຽງຈັນ - ນະຄອນຊາງສາ ໄດ້ເປີດບໍລິການຕັ້ງແຕ່ປີ 2015, ໄດ້ໂຈະການບິນຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19. ພາຍຫຼັງຟື້ນຟູການບໍລິການຄືນໃໝ່ແລ້ວ, ສາຍການບິນດັ່ງກ່າວຈະບິນໄປກັບໃນທຸກວັນຈັນ ແລະ ວັນສຸກ. ເວລາບິນຈາກນະຄອນຫຼວງວຽງຈັນຫາຊາງສາ ແມ່ນ 13:25-16:40 ແລະ ເວລາການບິນຈາກຊາງສາຫານະຄອນຫຼວງວຽງຈັນແມ່ນ 17:40-19:10 (ເວລາດັ່ງກ່າວລ້ວນແຕ່ເປັນເວລາຂອງທ້ອງຖິ່ນ, ຊຶ່ງເວລາວຽງຈັນຈະຊ້າກວ່າເວລາປັກກິ່ງ 1 ຊົ່ວໂມງ).
ໃນຊຸມປີມໍ່ໆມານີ້, ແຂວງຫູໜານ ສປ ຈີນ ແລະ ສປປ ລາວ ໄດ້ຮັກສາການພົວພັນ ແລະ ແລກປ່ຽນຢ່າງແໜ້ນແຟ້ນ, ແຂວງຫູໜານ ກັບ ບັນດານະຄອນ ແລະ ກິ່ງແຂວງຂອງແຂວງຫູໜານໄດ້ສ້າງເປັນເມືອງແຮກສ່ຽວກັບຫຼາຍແຂວງ ແລະ ນະຄອນຂອງ ສປປ ລາວ. ເມື່ອປີ 2017, ສປປ ລາວ ໄດ້ສ້າງຕັ້ງສະຖານກົງສຸນໃຫຍ່ຢູ່ນະຄອນສາງຊາແຂວງຫູໜານ. ເມື່ອປີ 2019, ສະຖານທີ່ຝຶກອົບຮົມດ້ານອາຊີວະສຶກສາສອງປະເທດຈີນ ແລະ ລາວ ຕ່າງກໍໄດ້ສ້າງຕັ້ງຂຶ້ນຢູ່ນະຄອນສາງຊາຂອງແຂວງຫູໜານ ແລະ ນະຄອນຫຼວງວຽງຈັນ ແຫ່ງ ສປປ ລາວ.
(ຂ່າວ: ໜັງສືພິມລາຍວັນຫູໜານ)