ການຍ່າງທ່ຽວແຂວງຢຸນນານ ຈະມີຄວາມຕື່ນເຕັ້ນດີໃຈທຸກມື້
ການວັດແທກແຜ່ນດິນແຂວງຢຸນນານດ້ວຍຮອຍຕີນຂອງຕົນ ຈະມີຄວາມຕື່ນເຕັ້ນດີໃຈທຸກມື້. ນີ້ແມ່ນຄວາມຮູ້ສຶກຂອງ ທ່ານ ພໍ ຊາໂລເປໂກ, ນັກຊ່ຽວຊານດ້ານການທ່ອງທ່ຽວສັນຊາດອາເມຣິກາທີ່ມີຊື່ສຽງ ແລະ ເປັນນັກຜະຈົນໄພຂອງວາລະສານ ເນເຊິນແນວ ຈີໂອກຣາຟິກ ຕອນທີ່ທ່ານໄດ້ຍ່າງທ່ຽວພາກຕາເວັນຕົກແຂວງຢຸນນານ.
ໃນເດືອນກັນຍາ 2021, ທ່ານ ພໍ ຊາໂລເປໂກໄດ້ເລີ່ມຕົ້ນການຍ່າງທ່ຽວປະເທດຈີນຈາກແຂວງຢຸນນານ. ໄດ້ຍ່າງຜ່ານເສັ້ນທາງບູຮານຊາມ້າ, ຂຶ້ນພູ ກ່າວລີກົ້ງ, ໄດ້ເດີນທາງໄປເຖິງປ່າໄມ້, ແຄມໜອງ, ພູຫິມະ ແລະ ບ້ານຕ່າງໆໃນແຂວງຢຸນນານ.
ໃນໄລຍະການຍ່າງທ່ຽວ, ທ່ານ ພໍ ຊາໂລເປໂກໄດ້ສົນໃຈນຳຄວາມມັກແຂກມັກຄົນ ແລະ ວິຖີຊີວິດທີ່ເປັນເອກະລັກສະເພາະຂອງຊາວຢຸນນານຢ່າງເລິກເຊິ່ງ.ສໍາລັບ ທ່ານ ພໍ ຊາໂລເປໂກແລ້ວ, ປະສົບການທີ່ເລິກເຊິ່ງແບບນີ້ ເປັນວິທີທີ່ດີໃນການເລົ່າເລື່ອງໃຫ້ດີ. ລາວເຄີຍໃຊ້ເວລາສອງຫາສາມມື້ລົມເລື່ອງຊີວິດການເປັນຢູ່ກັບຊາວນາຄົນໜຶ່ງ; ລາວເຫັນຄົນໃນບ້ານສ້າງຕຶກອາຄານ, ເສັ້ນທາງ ແລະ ເຄື່ອງມືປະຈໍາວັນດ້ວຍມືເປົ່າ. ທ່ານໄດ້ສຳຜັດກັບທຸກສິ່ງທຸກຢ່າງຢ່າງໃກ້ຊິດໃນການຍ່າງທ່ຽວ ແລະ ສໍາຜັດ “ແບບແຜນຊີວິດຢຸນນານ”.
ທ່ານ ພໍ ຊາໂລເປໂກ ເວົ້າດ້ວຍຄວາມຈິງໃຈວ່າ: “ຕອນນີ້ຂ້ອຍຜົມງອກແລ້ວ, ເຄີຍໄປທ່ຽວຫຼາຍປະເທດ ແລະ ຫຼາຍມຸມຂອງໂລກ. ຄວາມຫຼາກຫຼາຍທາງດ້ານວັດທະນະທໍາ ແລະ ຊີວະນານາພັນຂອງແຂວງຢຸນນານແມ່ນຫາຍາກ. ໃນຖານະເປັນແຂວງທ່ອງທ່ຽວທີ່ມີຊື່ສຽງໃນໂລກ, ໃນຂະນະທີ່ພັດທະນາຂະແໜງການທ່ອງທ່ຽວ, ກໍຄວນປົກປັກຮັກສາຊັບພະຍາກອນການທ່ອງທ່ຽວ ແລະ ລັກສະນະຄວາມຫຼາກຫຼາຍດ້ານການທ່ອງທ່ຽວຢ່າງສຸດຂີດອີກດ້ວຍ.”
(ຂ່າວ: ໜັງສືພິມລາຍວັນຢຸນນານ)