ຊຸມຊົນແຢໂຄ້ລາກູ ທີ່ນະຄອນພູເອີ: ສືບສານວັດທະນະນໍາດັ້ງເດີມໃຫ້ດີ

2023-05-15 19:14:45
ມາຈາກ:

ຖ້າທ່ານຢາກສໍາຜັດວັດທະນະທໍາລາກູແບບດັ້ງເດີມຢ່າງເລິກເຊິ່ງແທ້ຈິງທີ່ສຸດ, ທ່ານຕ້ອງໄປຢາມ “ແຢໂຄ້້ລາກູ”.

"ແຢໂຄ້້" ເປັນພາສາລາກູ, ໝາຍຄວາມວ່າ ທໍາມະຊາດ, ດັ້ງເດີມ. "ແຢໂຄ້້ລາກູ" ແມ່ນເຂດຊຸມຊົນຂອງຊົນເຜົ່າລາກູດັ້ງເດີມທີ່ຖືກຮັກສາໄວ້ໄດ້ດີທີ່ສຸດຂອງເມືອງລ້ານຊ້າງ ນະຄອນພູເອີໃນປັດຈຸບັນນີ້. ຢູ່ແຫ່ງນີ້ມີບ້ານເກົ່າແກ່ດຶກດຳບັນ, ມີປ່າໄມ້ດຶກດຳບັນຫຼາຍພັນເຮັກຕາ ແລະ ມີຊາພັນປີໃນເນື້ອທີ່ຫຼາຍຮ້ອຍເຮັກຕາ, ທີ່ນີ້ຍັງເປັນສະຖານທີ່ປົກປັກຮັກສາ ແລະ ສືບທອດ "ຕູ້ພ້າມີ້ພ້າ" ຊຶ່ງເປັນ ບັນຊີວັດທະນະທໍານາມມະທໍາທີ່ຖືກອະນຸລັກຮັກສາ ລະດັບຊາດຂອງປະເທດຈີນ.

ເມື່ອຮອດບຸນ ເທດສະການ, ຊາວເມືອງລາກູທີ່ມັກຮັກການຮ້ອງເພງເຕັ້ນລໍາ ກໍຈະເຕົ້າໂຮມກັນ ພາກັນຮ້ອງເພງ, ເປົ່າໝາກນໍ້າເຕົ້າ, ຟ້ອນລໍາ, ເລົ່າເລື່ອງ, ສົນທະນາແລກປ່ຽນກັນ ແລະ ຈັດກິດຈະກໍາຕ່າງໆ ເພື່ອເພີ່ມທະວີຄວາມຮັກແພງ ແລະ ສືບສານວັດທະນະທໍາຂອງຊົນເຜົ່າ ແບບຮຸ່ນຕໍ່ຮຸ່ນ.

ຂ່າວ: ຂ່າວສານພູເອີ

ຊຸມຊົນແຢໂຄ້ລາກູ ທີ່ນະຄອນພູເອີ: ສືບສານວັດທະນະນໍາດັ້ງເດີມໃຫ້ດີ