ນໍາໃຊ້ສິລະປະແກະສະຫຼັກໄມ້ ສະແດງຮູບຊົງດັ້ງເດີມຂອງຊີວິດ
ຮ້ານແກະສະຫຼັກໄມ້ເກົ່າແກ່ແຫ່ງໜຶ່ງຂອງເມືອງບູຮານລີ້ຈ່ຽງ, ທ່ານ ເຫີຈິ່ນຜິງ ກໍາລັງໃຊ້ມີດຄວັດແກະສະຫລັກທ່ອນໄມ້. ເພິ່ນເປັນຄົນຕາແສງຊີເຫີ ນະຄອນລີ້ຈ່ຽງ, ປີນີ້ອາຍຸ 45 ປີ. ໃນຍາມຍັງເປັນບ່າວໜຸ່ມນ້ອຍເພິ່ນໄດ້ເກີດມີຄວາມຜູກພັນ ໄມ້ແບບບັງເອີນເປັນຕົ້ນມາ ຈົນມາຮອດປັດຈຸບັນກໍ່ໄດ້ເຮັດວຽກແກະສະຫຼັກໄມ້ມາເປັນເວລາ 30 ປີ ແລ້ວ, ເພິ່ນເຄີຍໄປເຂົ້າຮ່ວມ ແລະ ໄດ້ຮັບລາງວັນ ໃນງານວາງສະແດງໄມ້ແກະສະຫຼັກຢູ່ພາຍໃນປະເທດຈີນ ແລະ ຕ່າງປະເທດຫຼາຍຄັ້ງ, ຈຶ່ງ ເຮັດໃຫ້້ຜົນງານ ແກະສະຫຼັກໄມ້ ຂອງເພິ່ນໄດ້ປະກົດສູ່ສາຍຕາທັງພາຍໃນ ແລະ ຕ່າງປະເທດ, ໄດ້ກາຍເປັນເຄື່ອງສະສົມອັນລໍ້າຄ່າຂອງຫໍພິພິທະພັນມະຫາວິທະຍາໄລ ແລະ ຜູ້ມັກຮັກໄມ້ແກະສະຫຼັກ, ຄະນະກຳມະການມໍລະດົກວັດທະນະທໍາໂລກ ອົງອຸຍແນສໂກ ສະຫະປະຊາຊາດ ເກັບຮັກສາໄວ້ອີກດ້ວຍ.
ທ່ານ ເຫີຈິ່ນຜິງ ໃຊ້ປະໂຫຍກດຽວ ສັງລວມປະສົບການການແກະສະຫຼັກ 20 ປາຍປີຂອງຕົນເອງ ວ່າ: "ຂ້າພະເຈົ້າເຮັດໄປຕາມຈິດໃຈຂອງຕົນ, ເດີນໄປຕາມແນວຄິດການປະດິດຜົນງານ. ຂໍຂອບໃຈທຸກຄົນທີ່ໃຫ້ການຍອມຮັບຕໍ່ຜົນງານຂອງຂ້າພະເຈົ້າ ແລະ ສະໜັບສະໜູນຂ້າພະເຈົ້າ, ເຈິ່ງເຮັດໃຫ້ຂ້ອຍສາມາດເດີນເທື່ອລະກ້າວຈົນມາຮອດທຸກມື້ນີ້." ທ່ານ ເຫີຈິ່ນຜິງ ເຄີຍຄິດ ຈະລາຈາກເມືອງເກົ່າແຫ່ງນີ້ ເພື່ອ ໄປຊອກຫາສະຖານທີ່ງຽບໆ ປະດິດຜົນງານ, ແຕ່ສຸດທ້າຍ ລາວພັດພົບເຫັນວ່າ ແຮງບັນດານໃຈໃນການປະດິດຜົນງານຂອງຕົນ ແມ່ນໄດ້ມາຈາກວັດທະນະທໍາທີ່ຫຼໍ່ລ້ຽງຢູ່ໃນເມືອງເກົ່າແຫ່ງນີ້ ລາວເວົ້າວ່າ, ລາວເຄີຍຍ້າຍເຮືອນມາ 5 ຄັ້ງແລ້ວ ແຕ່ບໍ່ເຄີຍໄດ້ຍ້າຍຮ້ານຈັກເທື່ອ.
ຮ້ານ ຂອງທ່ານ ເຫີຈິ່ນຜິງ ຕັ້ງຢູ່ຖະໜົນກວາງອີ້. ຕະຫຼອດໄລຍະ 20 ກວ່າປີມານີ້ ຮູບຊົງຂອງຮ້ານເກືອບບໍ່ມີການປ່ຽນແປງຫຍັງ, ຍັງຄົງຮັກສາໄດ້ຮູບຊົງແບບດັ້ງເດີມ ແລະ ລຽບງ່າຍ ເຊັ່ນດຽວກັນກັບເຮືອນຊານຂອງປະຊາຊົນທີ່ອາໄສຢູໃນເມືອງເກົ່າແກ່ແຫ່ງໜຶ່ງ. ຮ້ານຄ້ານ້ອຍໆທີ່ບໍ່ຮອດ 10 ຕາລາງແມັດນີ້ ໄດ້ກາຍເປັນສະຖານທີ່ທີ່ມີເອກະລັກດ້ານສິລະປະວັດທະນະທໍາທີ່ສຸດຂອງຖະໜົນກວ່າງອີ້.
ຂ່າວ: ສູນຮັກສາວັດທະນະທໍານາມມະທໍາ ເມືອງເກົ່າລີ້ຈ່ຽງ