ມາແລ້ວ "ນັກຈິດບໍາບັດ" ພິເສດຂອງມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຄຸນໝິງ
ສອງສາມມື້ຜ່ານມາ, ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຄຸນໝິງ ໄດ້ຈັດກິດຈະກຳພິເສດເພື່ອດູແລເອົາໃຈໃສ່ສຸຂະພາບຈິດຂອງນັກສຶກສາ, ສັດເຊັ່ນ ຊຸມພາ, ຫມາ, ແມວ, ກະຕ່າຍ ແລະ ສັດຂະຫນາດນ້ອຍອື່ນໆໄດ້ກາຍເປັນ"ນັກຈິດບໍາບັດ" ຫຼິ້ນເກມກັບນັກສຶກສາ, ໃຫ້ນັກສຶກສາຮ້ອງອອກມາວ່າ "ມ່ວນຂະໜາດ, ປິ່ນປົວຄັກຫຼາຍ, ຫຼຸດຜ່ອນຄວາມກົດດັນຫຼາຍ"
.
ການບໍາບັດດ້ວຍການຊ່ວຍເຫຼືອຈາກສັດ (Animal-Assisted Therapy, ຂຽນຫຍໍ້: AAT) ແມ່ນວິທີການປິ່ນປົວໂດຍອີງໃສ່ການປະຕິສໍາພັນລະຫວ່າງສັດກັບມະນຸດ, ເຊິ່ງສາມາດນໍາໄປໃຊ້ກັບບັນຫາທາງ ຈິດໃຈໄດ້ຫຼາຍຢ່າງ. ໂດຍຜ່ານການປະຕິສໍາພັນກັບສັດ, ຜູ້ຄົນສາມາດຫຼຸດຜ່ອນຄວາມກົດດັນ, ປັບປຸງອາລົມດີຂຶ້ນ, ເພີ່ມຄວາມໝັ້ນໃຈໃນຕົນເອງ ແລະ ຄວາມນັບຖືຕົນເອງ ແລະ ອື່ນໆ.
ນອກຈາກການປິ່ນປົວດ້ວຍການຊ່ວຍເຫຼືອຈາກສັດນັ້ນ, ການມີປະຕິສໍາພັນກັບສັດສາມາດນໍາມາເຊິ່ງຜົນປະໂຫຍດຫຼາຍຢ່າງ. ການມີປະຕິສໍາພັນກັບສັດສາມາດປັບປຸງຄວາມສາມາດສະແດງອອກທາງຈິດໃຈອາລົມ ແລະ ຄວາມສາມາດໃນການສື່ສານຂອງຄົນ ແລ້ວ ຍັງສາມາດຫຼຸດຜ່ອນຄວາມກົດດັນ ແລະ ຄວາມກັງວົນໄດ້ອີກດ້ວຍ.
"ຂ້ອຍດີໃຈຫຼາຍທີ່ໄດ້ໃຊ້ເວລາຍາວນານກັບສັດນ້ອຍເຫຼົ່ານີ້. ຄວາມຈິງໄດ້ພິສູດແລ້ວວ່າພະລັງການບໍາບັດຂອງພວກມັນແຂງແຮງແທ້ໆ." ທ່ານ ລົວຢູລີນ ອາສາສະໝັກຢູ່ໃນສະຖານທີ່ຈັດງານເວົ້າ ກ່ຽວກັບສັດນ້ອຍເຫຼົ່ານີ້ ດ້ວຍຄວາມຮູ້ສຶກທີ່ຍາກຈະລືມເລືອນ, ໃນບັນດາສັດເຫຼົ່ານັ້ນສິ່ງທີ່ທໍາໃຫ້ ທ່ານ ລົວຢູລີນ ປະທັບໃຈຫຼາຍທີ່ສຸດແມ່ນຫມາສາຍພັນຢອກເຊີແທເຣຍທີ່ມີຊື່ວ່າ "ເປີຍເປີຍ" ທີ່ຄອຍຕິດຕາມທຸກຄົນຢ່າງເຊື່ອຟັງຕະຫຼອດທັງບ່າຍ.
ແຫຼ່ງຂ່າວ: ເວບໄຊຊີນຮວາ
ນັກຂ່າວ: ຄ່າງຈິງ ຊາຍຈິງ ຕ້າຍລົງຢຸ