ແບບແຜນຊີວິດຢູ່ຢຸນນານ | "ດົນຕີຢຸນນານເຮັດໃຫ້ຄົນຕື້ນຕັນໃຈ"

2023-05-19 11:39:40
ມາຈາກ:

ທ່ານ ຫຼີຕົງເຊີງ (Angelo Castagneto) ເປັນຄູສອນດົນຕີຈາກປະເທດເອກວາດໍ(Ecuador), ທ່ານເຂົ້າມາປະເທດຈີນໃນປີ 2009. ເດືອນມີນາປີນີ້, ທ່ານໄດ້ຮັບການເຊື້ອເຊີນໄປຮອດເມືອງປົກຄອງຕົນເອງຊົນເຜົ່າວາຊາງຢວນແຂວງຢຸນນານເພື່ອຝຶກອົບຮົມດົນຕີໃຫ້ເດັກນ້ອຍໃນທ້ອງຖິ່ນ. ຢູ່ທີ່ນີ້, ທ່ານຮູ້ສຶກເຖິງສະເໜ່ຂອງເພງ ແລະ ການເຕັ້ນລຳຊົນເຜົ່າຈາກແຂວງຢຸນນານ.

ຢູ່ທີ່ນີ້, ເປັນຄັ້ງທໍາອິດທີ່ທ່ານໄດ້ເຫັນພວກເດັກນ້ອຍສະແດງການເຕັ້ນລຳຜົມຫວາຍຂອງຊົນເຜົ່າວາ, ຜົມດຳຂອງເດັກນ້ອຍໄດ້ເຕັ້ນລຳຕາມຈັງຫວະຂອງຄູຕີກອງໄມ້ ເພື່ອສະແດງໃຫ້ເຫັນຄວາມກະຕືລືລົ້ນ ແລະ ຄວາມເບີກບານມ່ວນຊື່ນຂອງຊາວຊົນເຜົ່າວາ, ເຊິ່ງໄດ້ເຮັດໃຫ້ທ່ານ ຫຼີຕົງເຊີງ ຮູ້ສຶກເໝືອນໄດ້ກັບບ້ານແລ້ວ,ໃນປະເທດເອກວາດໍ ເອງກໍມີການເຕັ້ນລຳພື້ນເມືອງທີ່ຄ້າຍຄືກັນແບບນີ້.

ທ່ານ ຫຼີຕົງເຊີງ ແນະນໍາປະເທດເອກວາດໍໃຫ້ແກ່ເດັກນ້ອຍ, ສອນໃຫ້ເຂົາເຈົ້າເຕັ້ນລຳລາຕິນ ແລະ ພາສາແອສປາຍໂຍນ, ພວກເດັກນ້ອຍໄດ້ເອົາໃຈໃສ່ ແລະ ຈິງຈັງກັບການສຶກສາຮໍ່າຮຽນ. ເຖິງແມ່ນວ່າ ທ່ານ ຫຼີຕົງເຊີງ ແລະ ເດັກນ້ອຍມາຈາກປະເທດ ແລະ ຊົນເຜົ່າທີ່ແຕກຕ່າງກັນ ແຕ່ໃນການແລກປ່ຽນວັດທະນະທຳພວກເຂົາໄດ້ສະແດງອອກຢ່າງກົມກຽວ. ທ່ານ ຫຼີຕົງເຊີງ ກ່າວວ່າ, "ເດັກນ້ອຍທຸກຄົນແມ່ນສິລະປິນ."

ເປັນຫຍັງດົນຕີຈຶ່ງເຮັດໃຫ້ຄົນຮູ້ສຶກມີຄວາມສຸກ? ທ່ານ ຫຼີຕົງເຊີງ ຊອກຫາຄໍາຕອບຢູ່ສະເໝີໃນບ້ານເກີດຂອງຕົນ, ໃນປະເທດຈີນ ແລະ ແຂວງຢຸນນານ. ລາວເວົ້າວ່າ: "ຮ່າງກາຍຂອງພວກເຮົາແມ່ນເຄື່ອງດົນຕີ, ທຸກໆຄວາມຮູ້ສຶກ ແລະ ສຽງຂອງພວກເຮົາສາມາດສົ່ງຜົນກະທົບຕໍ່ຄົນອື່ນ, ດັ່ງນັ້ນພວກເຮົາເອງຈິ່ງເປັນດົນຕີ."

ໃນໄລຍະດຳລົງຊີວິດຢູ່ເມືອງຊາງຢວນ, ທ່ານ ຫຼີຕົງເຊີງ ໄດ້ຮູ້ສຶກວ່າ, ເຊັ່ນດຽວກັບເອກວາດໍ, ວັດທະນະທຳພື້ນເມືອງຈໍານວນຫຼາຍນັບມື້ຄ່ອຍໆສູນຫາຍໄປ, ໃນຖານະນັກດົນຕີ, ທ່ານມີໜ້າທີ່ຮັບຜິດຊອບໃນການເປັນຜູ້ສົ່ງສານໃນການເຜີຍແຜ່ວັດທະນະທຳ. ດັ່ງນັ້ນ, ທ່ານຈຶ່ງໄດ້ສ້າງຕັ້ງຄະນະສິລະປະຮ່ວມກັບສິລະປິນທ້ອງຖິ່ນ ເພື່ອດຳເນີນການແລກປ່ຽນວັດທະນະທຳ ລະຫວ່າງຈີນ ກັບ ເອກວາດໍຢ່າງເລິກເຊິ່ງ, ຊ່ວຍໃຫ້ທ້ອງຖິ່ນໃນການປົກປັກຮັກສາ ແລະ ສືບທອດວັດທະນະທຳຊົນເຜົ່າດັ່ງເດີມສືບໄປ.

ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ

ນັກຂ່າວ: ມໍຢິງອີ້

ແບບແຜນຊີວິດຢູ່ຢຸນນານ | "ດົນຕີຢຸນນານເຮັດໃຫ້ຄົນຕື້ນຕັນໃຈ"