ທ່ານ ຈຸເຈົາເຈົາ ນັກກວດກາໝາກໂມ: ໃຫ້ຜະລິດຕະພັນກະສິກຳຂອງບ້ານເກີດເມືອງນອນໄປສຸ່ທົ່ວປະເທດ

2023-05-19 11:43:15
ມາຈາກ:

ເມືອງຊາຢີ ແຂວງເຫີນານ ສປຈີນໄດ້ຖືກເອີ້ນວ່າ "ບ້ານເກີດຂອງຫມາກໂມ", ເນື້ອທີ່ປູກຫມາກໂມທ້ອງຖິ່ນມີ 13,333 ເຮັກຕາ, ຜົນຜະລິດປະຈໍາປີມີ 700,000 ໂຕນ ແລະ ພະນັກງານຫຼາຍກ່ວາ 100,000 ຄົນ.

ນັບແຕ່ເດືອນພຶດສະພາຂອງທຸກໆປີເປັນຕົ້ນໄປ, ພື້ນທີ່ໃນທ້ອງຖິ່ນຈະກ້າວເຂົ້າສູ່ລະດູການຜະລິດ ແລະ ການຂາຍໝາກໂມສູງສຸດ. ເພື່ອຮັບປະກັນວ່າໝາກໂມທຸກໜ່ວຍທີ່ຂາຍມີຄຸນນະພາບສູງ, ພໍ່ຄ້າຂອງເວທີການຄ້າອີເລັກໂຕຣນິກ(e-commerce platform)ໄດ້ຍາດແຍ່ງກັນຈັບຈອງຊາວກະສິກອນ ທີ່ມີປະສົບການໃນທ້ອງຖິ່ນເພື່ອເປັນນັກກວດກາໝາກໂມ. ໝາກໂມທີ່ຜ່ານການກວດກາໂດຍນັກກວດກາໝາກໂມແມ່ນຮັບປະກັນວ່າສຸກງອມດີ, ລົດຊາດຫວານ ແລະ ເນື້ອນວນນ້ຳຫຼາຍ.

ທ່ານ ຈຸເຈົາເຈົາ ທີ່ມີອາຍຸ 26 ປີໃນປີນີ້ເປັນນັກກວດກາໝາກໂມ, ທ່ານ ຈຸເຈົາເຈົາ ກ່າວວ່າ: “ເມື່ອຜູ້ບໍລິໂພກຊື້ໝາກໂມ, ພຽງແຕ່ເບິ່ງຜິວເຜີນຈາກພາຍນອກ, ມັນຍາກທີ່ຈະບອກໄດ້ວ່າໝາກໂມນັ້ນແຊບ ຫຼື ບໍ່, ພວກເຮົາກວດກາໝາກໂມນັ້ນດີ ຫຼື ບໍ່ ສາມາດວິນິດໄສໄດ້ຈາກສາມດ້ານເຊັ່ນ: ເບິ່ງ, ຕົບ ແລະ ຟັງ, ຫມາກໂມທີ່ຜ່ານການກວດກາຈະຖືກຂາຍໄປທົ່ວທຸກພາກ ຂອງປະເທດໂດຍຜ່ານເວທີການຄ້າອິເລັກໂຕຣນິກ." ຫຼາຍທີ່ສຸດທີ່ກວດມາ, ທ່ານ ຈຸເຈົາເຈົາ ໄດ້ກວດກາເບິ່ງຫມາກໂມຫຼາຍກວ່າ 50 ໂຕນຕໍ່ມື້.

ອຸດົມການອັນແນ່ວແນ່ຂອງທ່ານ ຈຸເຈົາເຈົາແມ່ນຢາກນຳຊາວໜຸ່ມເຂົ້າຮ່ວມທຸລະກິດຂອງການຟື້ນຟູຊົນນະບົດດ້ວຍຄວາມພາກພຽນພະຍາຍາມຂອງຕົນ, ເພື່ອໃຫ້ບັນດາຜະລິດຕະພັນທາງການກະເສດຂອງບ້ານເກີດສາມາດຂາຍໃຫ້ໄດ້ໃນທົ່ວປະເທດ. ປັດຈຸບັນ, ມີນັກກວດກາໝາກໂມເກືອບ 100 ຄົນຢູ່ເມືອງຊາຢີ.

ແຫຼ່ງຂ່າວ: ສຳນັກຂ່າວຊີນຮວາ

ນັກຂ່າວ: ຢາງລີນ

ທ່ານ ຈຸເຈົາເຈົາ ນັກກວດກາໝາກໂມ: ໃຫ້ຜະລິດຕະພັນກະສິກຳຂອງບ້ານເກີດເມືອງນອນໄປສຸ່ທົ່ວປະເທດ