ຈີນທີ່ສວຍງາມ, ທ່ຽວຢ່າງມີຄວາມສຸກ| ຄຸນໝິງໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ “10 ຕົວເມືອງຍອດນິຍົມສໍາລັບການທ່ອງທ່ຽວ” ໃນ 4 ປີຕິດຕໍ່ກັນ

2023-05-19 17:21:45
ມາຈາກ:

ຫວ່າງມໍ່ໆມານີ້, ມີການຈັດງານ "ພິທີປະກາດເມືອງທີ່ມີຊີວິດຊີວາຂອງຈີນ" ປະຈໍາປີ2022-2023 ໄດ້ຈັດຂຶ້ນຢູ່ເມືອງເສີງຕູ່ ເຊິ່ງຄຸນໝິງໄດ້ຖືກຮັບເລືອກໃຫ້ເປັນໜຶ່ງໃນບັນຊີລາຍຊື່ "10 ຕົວເມືອງຍອດນິຍົມສໍາລັບການທ່ອງທ່ຽວ" ນັບເປັນປີທີ 4 ຕິດຕໍ່ກັນທີ່ຄຸນໝິງໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ນີ້.

ໃນຄຸນໝິງ “ສຳຜັດປະສົບການທີ່ແຕກຕ່າງ”ໄດ້ດຶງດູດນັກທ່ອງທ່ຽວຈຳນວນຫຼວງຫຼາຍມາທ່ຽວຊົມ. ໃນຖານະທີ່ເປັນນະຄອນທີ່ມີຊື່ສຽງທາງປະຫວັດສາດ ແລະ ວັດທະນະທໍາແຫ່ງຊາດ, ຄຸນໝິງມີຮີດຄອງປະເພນີທີ່ເປັນເອກະລັກສະເພາະຂອງຊົນເຜົ່າສ່ວນໜ້ອຍ. ສວນໝູ່ບ້ານຊົນເຜົ່າຢູນນານທີ່ຕັ້ງຢູ່ແຄມທະເລສາບຕ່ຽນສື ໄດ້ຈັດສະແດງຕຶກອາຄານທີ່ຢູ່ອາໄສ, ຊຸດເຄື່ອງນຸ່ງຮ້ອງເພງ ແລະ ເຕັ້ນລຳ, ຮີດຄອງປະເພນີຂອງ 26 ຊົນເຜົ່າ ຈະທໍາໃຫ້ທ່ານໄດ້ສຳຜັດກັບຮີດຄອງປະເພນີຊາວເຜົ່າຂອງຫຼາຍຊົນເຜົ່າສ່ວນໜ້ອຍ ແລະ ໄດ້ສໍຳຜັດປະສົບການທີ່ແຕກຕ່າງຢູ່ນະຄອນຄຸນໝິງ.

ໃນຊຸມປີມໍ່ໆມານີ້, ນະຄອນຄຸນໝິງໄດ້ເປີດຕົວຊຸດກິດຈະກໍາດ້ານວັດທະນະທຳ ແລະ ການທ່ອງທ່ຽວຫຼາຍຢ່າງ, ເພື່ອຕອບສະໜອງຄວາມຕ້ອງການບໍລິໂພກດ້ານວັດທະນະທຳ ແລະ ການທ່ອງທ່ຽວທີ່ຫຼາກຫຼາຍຂອງນັກທ່ອງທ່ຽວຢ່າງບໍ່ຢຸດຢັ້ງ. ຕົວຢ່າງເຊັ່ນ ໃນຊ່ວງວັນພັກ " 1 ພຶດສະພາ" ສົມບັດເພັດນິນຈິນດາອັນມະຫັດສະຈັນຂອງລາຊະວົງຖັງໄດ້ຈັດສະແດງຢູ່ໃນຫໍພິພິທະພັນແຂວງຢຸນນານ. ໂຮງລະຄອນຟ້ອນສິ່ງແວດລ້ອມໃນນິທັດສະການຈັດສະແດງໃຫ້ເຫັນຄວາມສະຫງ່າງາມຂອງລາຊະວົງຖັງທີ່ຮຸ່ງເຮືອງຂອງຈີນ. ທ້າວ ລີຊຽງ ນັກສຶກສາປີທີສາມຈາກພາກວິຊາປະຫວັດສາດຂອງມະຫາວິທະຍາໄລເຈິງໂຈວ ໄດ້ກ່າວວ່າ "ນີ້ເປັນຄັ້ງທໍາອິດທີ່ຂ້າພະເຈົ້າໄດ້ເບິ່ງການສະແດງລະຄອນເວທີແບບສຳຜັດຕົວຈິງໃນຫໍພິພິທະພັນ, ຂ້າພະເຈົ້າມັກມັນຫຼາຍ, ເໝືອນກັບວ່າຂ້າພະເຈົ້າເປັນ 'ບຸກຄົນໃນລະຄອນ'. "

ທ່ານ ເຊເຟ ຊາວອາເມລິກາທີ່ເວົ້າພາສາຈີນໄດ້ຢ່າງຄ່ອງແຄ້ວ, ລາວໄດ້ເຮັດວຽກຢູ່ນະຄອນຄຸນໝິງເປັນເວລາຫຼາຍປີແລ້ວ. ລາວເປັນຮອງຜູ້ອໍານວຍການຂອງພິພິທະພັນສິລະປະຮ່ວມສະໄໝຄຸນໝິງ Park 1903 (CGK). "ຂ້າພະເຈົ້າຮູ້ສຶກຄວາມສຸກ ແລະ ດີໃຈຫຼາຍທີ່ໄດ້ເຮັດວຽກງານສິລະປະ ຢູ່ນະຄອນຄຸນໝິງ. ຫວ່າງມໍ່ໆມານີ້, ການເດີນທາງໄປທົ່ວໂລກ ແລະ ການແນະນຳສົ່ງເສີມນະຄອນຄຸນໝິງໄປຍັງສະຖາບັນສິລະປະອື່ນໆ ໄດ້ເຮັດໃຫ້ຂ້າພະເຈົ້າຄົ້ນພົບສິ່ງໃໝ່ຫຼາຍຂຶ້ນ." ທ່ານ ເຊເຟ ເວົ້າວ່າ,ຂ້າພະເຈົ້າຄົ້ນພົບວ່າສິລະປິນທັງພາຍໃນ ແລະ ຕ່າງປະເທດຈໍານວນຫຼາຍ ຢາກມານະຄອນຄຸນໝິງເປັນພິເສດ, ພວກເຮົາກໍ່ສ້າງໂອກາດໃຫ້ສິລະປິນເຫຼົ່ານີ້ໄດ້ສະແດງໃຫ້ໂລກສົນໃຈເຖິງແຂວງຢຸນນານ ແລະ ຄຸນໝິງ.”

ແຫຼ່ງຂ່າວ: ໜັງສຶພີມລາຍວັນແຂວງຢຸນນານ

ນັກຂ່າວ: ຕາງຊຽວເຜີຍ ຫູຢູຍຢາ

ຈີນທີ່ສວຍງາມ, ທ່ຽວຢ່າງມີຄວາມສຸກ| ຄຸນໝິງໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ “10 ຕົວເມືອງຍອດນິຍົມສໍາລັບການທ່ອງທ່ຽວ” ໃນ 4 ປີຕິດຕໍ່ກັນ