ການປັ້ນແປ້ງຫຸ່ນຄົນ ເພື່ອສືບສານມໍລະດົກວັດທະນະທໍານາມມະທໍາ
ທ່ານນາງ ເສີນຊິວມິນ ເປັນຄູອາຈານຄົນໜຶ່ງຂອງ ວິທະຍາໄລເຕັກນິກວິຊາຊີບ ກວາງໂຈ່ວ. ບັງເອີນ, ນາງໄດ້ສໍາຜັດເຖິງສີມືການປັ້ນແປ້ງຫຸ່ນຄົນ ຊຶ່ງເປັນມໍລະດົກວັດທະນະທໍານາມມະທໍາ, ນາງເອງມີຄວາມສົນໃຈຫຼາຍຕໍ່ສິລະປະດັ່ງກ່າວ ກໍໄດ້ທຸ່ມເທເວລາ ແລະ ພະລະກໍາລັງຢ່າງຫຼວງຫຼາຍເຂົ້າໃນການຮຽນຮູ້ ແລະ ປັບປຸງທັກສະສີມືການປັ້ນແປ້ງຫຸ່ນຄົນດັ່ງກ່າວ.
ກ້ອນແປ້ງທີ່ທໍາມະດາ ຫຼັງຈາກຜ່ານການບີບຢ່າງພິຖີພິຖັນ ແລະ ແກະສະຫຼັກຢ່າງລະອຽດບັນຈົງໂດຍນາງເສິນຊິວມິນແລ້ວທໍາໃຫ້ມັນກາຍເປັນຜົນງານສິລະປະທີ່ມີຊີວິດເໝືອນຈິງ.
ໂດຍຜ່ານການຮຽນດ້ວຍຕົນເອງ ແລະ ໄປຖອດຖອນບົດຮຽນຢູ່ພາກເໜືອຂອງຈີນ(ຕົ້ນກໍາເນີດການປັ້ນແປ້ງຫຸ່ນຄົນແມ່ນຢູ່ພາກເໜືອງຂອງຈີນ, ກວາງໂຈ່ວຢູ່ພາກໃຕ້ຂອງຈີນ), ຈຶ່ງເຮັດໃຫ້ທັກສະສີມືການປັ້ນແປ້ງຫຸ່ນຄົນຂອງນາງເສິນຊິວມິນນັບມື້ຍິ່ງຊ່ຽວຊານຫຼາຍຂຶ້ນ, ນາງໄດ້ສ້າງຕັ້ງ ສູນສືບສານມໍລະດົກວັດທະນະທໍານາມມະທໍາການປັ້ນແປ້ງຫຸ່ນຄົນ. ປັດຈຸບັນນີ້, ການສອນເຮັດປັ້ນແປ້ງຫຸ່ນຄົນ ຂອງ ທ່ານນາງ ເສີນສຽວມິນ ໄດ້ເຂົ້າສູ່ຫຼັກສູດຂອງເດັກກ່ອນໄວຮຽນ, ໂຮງຮຽນປະຖົມ, ໂຮງຮຽນມັດທະຍົມ ແລະ ໂຮງຮຽນອາຊີວະສຶກສາຕ່າງໆ, ເຮັດໃຫ້ທັກສະສີມື “ເກົ່າ” ສາມາດເປັ່ງປະກາຍດ້ວຍຄວາມມີຊີວິດຊີວາ “ໃໝ່” ໃນໝູ່ຄົນຮຸ່ນໃໝ່.
ແຫຼ່ງຂ່າວ: ສໍານັກຂ່າວຊິນຮວາ