ແບບແຜນຊີວິດຢູ່ຢຸນນານ | ຈົດໝາຍເຖິງໝູ່ເພື່ອນນັກທ່ອງທ່ຽວທົ່ວໂລກ

2023-05-29 17:40:10
ມາຈາກ:

ໝູ່ເພື່ອນນັກທ່ອງທ່ຽວທີ່ຮັກແພງທັງຫຼາຍ:

"5.19 ວັນທ່ອງທ່ຽວຈີນ" ໃນປີ 2023, ແຂວງຢຸນນານຂໍເຊີນຊວນໝູ່ເພື່ອນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄປທ່ອງທ່ຽວຢູ່ແຂວງຢຸນນານທີ່ມີສີສັນພິເສດ, ສໍາຫຼວດຄົ້ນຫາຄວາມງົດງາມແຂວງຢຸນນານ, ຊື່ນຊົມ ແລະ ສຳຜັດຄວາມສວຍງາມຂອງແຂວງຢຸນນານ.

ຢຸນນານແມ່ນປະຕູທີ່ສຳຄັນຂອງຈີນສູ່ແຫຼມອິນດູຈີນ. ແຂວງຢຸນນານເປັນໜຶ່ງໃນພື້ນທີ່ເຊິ່ງມີຊັບພະຍາກອນການທ່ອງທ່ຽວທີ່ອຸດົມສົມບູນທີ່ສຸດໃນປະເທດຈີນ, ແຂວງຢຸນນານໄດ້ຮັບການຂະໜານນາມວ່າ "ອານາຈັກແຫ່ງພືດ" "ອານາຈັກແຫ່ງສັດ" ແລະ "ສວນດອກໄມ້ແຫ່ງໂລກ".

ເມື່ອມາຮອດແຂວງຢຸນນານ, ນັກທ່ອງທ່ຽວສາມາດຢ້ຽມຊົມເຂດວິວທິວທັດທີ່ສວຍງາມ ເຊັ່ນ ພູຫິມະຢຸຍຫຼົງ, ເມືອງຊຽງເກີລີລາ, ດິນນາຂັ້ນໄດຢວນຢາງ, ບັນດາເມືອງບູຮານ ແລະ ຈຸດຊົມທັດສະນີຍະພາບອື່ນໆ, ເຊິ່ງຈະໄດ້ພົບກັບສັດທີ່ໄດ້ຮັບການຄຸ້ມຄອງເຊັ່ນ: ຊ້າງອາຊີ, ນົກຍຸງຂຽວ, ນົກນາງນວນປາກແດງ, ລີງຂົນຄຳຢຸນນານ ແລະ ອື່ນໆ; ເຂົ້າຮ່ວມກິດຈະກຳງານບຸນຊົນເຜົ່າ ແລະ ຮີດຄອງປະເພນີພື້ນເມືອງທີ່ມີສີສັນອັນອຸດົມສົມບູນ, ສຳຜັດສີໄມ້ລາຍມືມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ, ຊື່ນຊົມບັນດາບົດເພງ ແລະ ການເຕັ້ນລໍາຂອງຊົນເຜົ່າ, ຊິມອາຫານທີ່ແຊບຊ້ອຍ... ຍິນດີຕ້ອນຮັບທ່ານມາແຂວງຢຸນນານ!

ແຫຼ່ງຂ່າວ: ເວບໄຊແຂວງຢຸນນານ

ແບບແຜນຊີວິດຢູ່ຢຸນນານ | ຈົດໝາຍເຖິງໝູ່ເພື່ອນນັກທ່ອງທ່ຽວທົ່ວໂລກ