ຈີນທີ່ສວຍງາມ, ທ່ຽວຢ່າງມີຄວາມສຸກ | ກິດຈະກຳການຖ່າຍທອດສົດພາສາອັງກິດ"ທ່ານ ຊູຍເຊຍເຄິ ພົບກັບກັນ ທ່ານ ມ້າເຄີໂປໂລ" ໄດ້ເລີ່ມຂຶ້ນ

2023-05-29 17:42:04
ມາຈາກ:

"ມື້ນີ້ແມ່ນວັນພິພິທະພັນສາກົນ, ມື້ອື່ນແມ່ນວັນທ່ອງທ່ຽວຈີນ, ພວກເຮົາມາເລົ່າເລື່ອງການທ່ອງທ່ຽວ, ເວົ້າເຖິງວັດທະນະທຳ ແລະ ກິລາ, ແບ່ງປັນຄວາມຮັກແພງທີ່ມີຕໍ່ເມືອງຄຸນໝິງຂອງພວກເຮົາ." ວັນທີ 18 ພຶດສະພາ, ມີການຄົ້ນຄິດວາງແຜນ ແລະ ດຳເນີນກິດຈະກຳການຖ່າຍທອດສົດພາສາອັງກິດ "ທ່ານ ຊູຍເຊຍເຄິພົບກັບກັນ ທ່ານ ມ້າເຄີໂປໂລ" ໂດຍສູນສື່ສານສາກົນພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ແຂວງຢຸນນານ ໄດ້ເປີດໃນເຄືອຂ່າຍສາຍພົວພັນທາງສັງຄົມພ້ອມກັນທັງພາຍໃນ ແລະ ຕ່າງປະເທດ. ທ່ານ Jerry ນັກຖ່າຍທອດສົດພາສາອັງກິດ ແລະ ເພື່ອນຊາວອາເມລິກາຂອງທ່ານ Sy Amell ໄດ້ໄປຊື້ເຄື່ອງ ແລະ ກິນອາຫານຢູ່ນະຄອນຄຸນໝິງ "Park 1903", ສົນທະນາກັນກ່ຽວກັບວິທີຕ່າງໆເພື່ອສຳຜັດເຖິງວິຖີຊີວິດຢູ່ແຂວງຢຸນນານ.

ທ່ານ Si Amell ໄດ້ເຂົ້າຮ່ວມການແຂ່ງຂັນບານບ້ວງ (American Basketball League)ຂອງອາເມລິກາ ໃນປີ 2017, ລາວໄດ້ຮັບການເຊື້ອເຊີນໄປຄຸນໝິງເພື່ອມາເປັນຄູຝຶກສອນໃຫ້ກັບໄວໜຸ່ມທີ່ມີອາຍຸແຕ່ 9 ຫາ 18 ປີເປັນຫຼັກ. "ຂ້ອຍໄດ້ເດີນທາງໄປຫຼາຍເມືອງໃນປະເທດຈີນ, ແຕ່ນະຄອນຄຸນໝິງແມ່ນບ້ານເກີດເມືອງນອນທີສອງຂອງຂ້ອຍ." ທ່ານ Si Amer ເວົ້າຢ່າງມີຄວາມສຸກວ່າ: "ຂ້ອຍມັກສະພາບອາກາດ, ທໍາມະຊາດ ແລະ ຈັງຫວະຊ້າໆຢູ່ທີ່ນີ້, ເຫມາະສົມຢ່າງຍິ່ງກັບກິລາກາງແຈ້ງ."

ປັດຈຸບັນນີ້, ບັນດາໂຄງການທ່ອງທ່ຽວທີ່ມີຫົວຂໍ້ດ້ານກິລາເຊັ່ນ: ການຂີ່ລົດຖີບ, ເລາະຕາມພູຜາປ່າດົງ, ລ່ອງເຮືອ, ການແຂ່ງຂັນປະເພດບານເຕະ ແລະ ອື່ນໆໄດ້ດຶງດູດຄວາມສົນໃຈຈາກປະຊາຊົນນັບມື້ນັບຫຼາຍຂຶ້ນ. ທ່ານ Albert ຄູຝຶກບານເຕະອາຊີບຈາກປະເທດສະເປນ, ໃຫ້ຄວາມສົນໃຈກັບເລື່ອງນີ້ເປັນເວລາດົນນານ, ທ່ານກ່າວວ່າ: "ໃນປະເທດສະເປນ, ເດັກນ້ອຍຈະເຂົ້າຮ່ວມການທ່ອງທ່ຽວສຶກສາກິລາ, ໄປຢ້ຽມຢາມ ມາດຣິດ ແລະ ບາເຊໂລນ້າ ແລະ ສໍາຜັດເຖິງສະເໜ່ຂອງວັດທະນະທໍາບານເຕະຢ່າງເລິກເຊິ່ງ. ແຂວງຢຸນນານມີສິ່ງແວດລ້ອມທາງທຳມະຊາດທີ່ເປັນເອກະລັກສະເພາະ, ມີເງື່ອນໄຂການຝຶກຊ້ອມທີ່ດີ ແລະ ມີຄຸນນະພາບສູງ, ມີນັກກິລາອາຊີບຫຼາຍຄົນມາແຫ່ງນີ້ເພື່ອຝຶກຊ້ອມ. ຫວັງວ່າໃນອະນາຄົດແຂວງຢຸນນານກັບຕ່າງແຂວງຈະມີໂຄງການແລກປ່ຽນກິລາມີຫຼາຍຂຶ້ນ." ທ່ານ Si Amell ຄິດເຫັນຄຶກັນ ແລະ ກ່າວຕື່ມວ່າ: "ຂ້ອຍຫວັງວ່າແຂວງຢຸນນານຈະມີການແຂ່ງຂັນກິລາອາຊີບ ແລະ ທີມຫຼາຍຂຶ້ນ ແລະ ເຮັດໃຫ້ມັນເປັນຍີ່ຫໍ້ທີ່ມີຊື່ສຽງຂອງເມືອງທີ່ເປັນທີ່ຮູ້ຈັກ, ດຶງດູດຜູ້ຄົນຫຼາຍຂຶ້ນເຂົ້າມາທ່ອງທ່ຽວຢູ່ນີ້."

ແຫຼ່ງຂ່າວ: ໜັງສຶພີມລາຍວັນຢຸນນານ

ນັກຂ່າວ: ກົວຢາວ ຫຼີຈາ

ຈີນທີ່ສວຍງາມ, ທ່ຽວຢ່າງມີຄວາມສຸກ | ກິດຈະກຳການຖ່າຍທອດສົດພາສາອັງກິດ"ທ່ານ ຊູຍເຊຍເຄິ ພົບກັບກັນ ທ່ານ ມ້າເຄີໂປໂລ" ໄດ້ເລີ່ມຂຶ້ນ