ຈີນທີ່ສວຍງາມ, ທ່ຽວຢ່າງມີຄວາມສຸກ| “ເຂດຮ່ອມພູແມງກະເບື້ອຫົງເຫີ·ຈີນ” ດັກແດ້ຈຳນວນຫຼາຍຮ້ອຍລ້ານໂຕເຕົ້າໂຮມຈະທີ່ລອກຄາບເປັນແມງກະເບື້ອ
ວັນທີ 22 ພຶດສະພາເປັນ“ວັນຄວາມຫຼາກຫຼາຍທາງຊີວະພາບສາກົນ”, ດັກແດ້ຈຳນວນຫຼາຍຮ້ອຍລ້ານໂຕຢູ່ເຂດຮ່ອມພູແມງກະເບື້ອຂອງກິ່ງແຂວງຫົງເຫີປະເທດຈີນໄດ້ລອກຄາບເປັນແມງກະເບື້ອຢ່າງຮອບດ້ານ. ຝູງແມງກະເສື້ອແມ່ນຄ້າຍຄືໃບໄມ້ຕົກຮ່ວງໂຮຍມາກມາຍ, ເຊີ່ງປະກອບເປັນພາບມະຫັດສະຈັນທາງທໍາມະຊາດ ແລະ ລະບົບນິເວດວິທະຍາທີ່ຫາຊົມໄດ້ຍາກ. ແມງກະເບື້ອທີ່ມີສີສັນທີ່ບິນໄປທົ່ວທ້ອງຟ້າຍັງດຶງດູດນັກທ່ອງທ່ຽວມາຊົມເປັນຈຳນວນຫລວງຫລາຍ.
ເປັນທີ່ເຂົ້າໃຈກັນວ່າ, ປາກົດການແຜ່ຫຼາຍຂອງແມງກະເບື້ອສ່ວນໃຫຍ່ແມ່ນຂຶ້ນກັບລະບົບນິເວດວິທະຍາໃນທ້ອງຖິ່ນ ຍິ່ງລະບົບນິເວດດີ ປະຊາກອນຂອງແມງກະເບື້ອກໍ່ຍິ່ງຫຼາຍຂຶ້ນເທົ່ານັ້ນ. ທຸກໆປີການລອກຄາບເປັນແມງກະເບື້ອໃນ"ເຂດຮ່ອມພູແມງກະເບື້ອຫົງເຫີ·ຈີນ" ຍັງດໍາເນີນໄປຢ່າງດີ ມີແມງກະເບື້ອໂບຍບິນຈໍານວນມາກມາຍມະຫາສານ ເຊິ່ງພິສູດໃຫ້ເຫັນວ່າສະພາບການອະນຸລັກຊີວະນາໆພັນໃນບໍລິເວນນີ້ແມ່ນດີຫຼາຍ.
ແຫຼ່ງຂ່າວ: ເວບໄຊແຂວງຢຸນນານ
ນັກຂ່າວ: ເກົ່າຊຸນຫຼີນ ລີຢວນຊີ