ເຄື່ອງນຸ່ງສະໄໝລາສະວົງຖັງ ແລະ ເຄື່ອງນຸ່ງເຜົ່າຮັ້ນບູຮານ ໄດ້ຕື່ມເຕັມກໍາລັງແຮງໃໝ່ໃຫ້ແກ່ການ ເຊື່ອມໂຍງເຂົ້າກັນລະຫວ່າງ ວັດທະນະທໍາ ແລະ ທ່ອງທ່ຽວຂອງປະເທດຈີນ
ໃນໄລຍະວັນພັກກໍາມະກອນສາກົນທີ່ຫາກໍ່ສິ້ນສຸດນັ້ນ, ນະຄອນຊີອ່ານຂອງປະເທດຈີນ ໄດ້ຮັບຄວາມນິຍົມຂອງກະແສນັກທ່ອງທ່ຽວເປັນຢ່າງຍິ່ງ, ຊຶ່ງໄດ້ຮັບນັກທ່ອງທ່ຽວທັງໝົດ 13.305.100 ເທື່ອຄົນ, ໄດ້ບັນລຸລາຍຮັບດ້ານທ່ອງທ່ຽວ 10,746 ຕື້ຢວນ. ນະຄອນຊີອ່ານ ກໍໄດ້ກາຍເປັນໜຶ່ງໃນສິບຈຸດໝາຍປາຍທາງທ່ອງທ່ຽວທີ່ຮັບຄວາມນິຍົມທີ່ສຸດຂອງຈີນ ໃນໄລຍະວັນພັກກໍາມະກອນສາກົນປີນີ້. ໃນນັ້ນ, ການສໍາຜັດກັບການນຸ່ງຖືເຄື່ອງນຸ່ງສະໄໝລາສະວົງຖັງ ແລະ ເຄື່ອງນຸ່ງເຜົ່າຮັ້ນບູຮານ ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວຫຼາຍ.
ນາງ ຫຼີ້ແຢ້ຖິງ ຊາວໜຸ່ມຊຸມປີ 2000 ທີ່ນຸ່ງເຄື່ອງນຸ່ງເຜົ່າຮັ້ນບູຮານ ກ່າວວ່າ: ນະຄອນຊີອ່ານ ເຂົ້າກັນກັບການນຸ່ງຖືເຄື່ອງນຸ່ງສະໄໝລາສະວົງຖັງ ແລະ ເຄື່ອງນຸ່ງເຜົ່າຮັ້ນບູຮານຫຼາຍທີ່ສຸດເລີຍ. ພ້ອມນັ້ນ, ກັບນາງກໍ່ມີຄວາມມັກຮັກຕໍ່ວັດທະນະທໍາດັ້ງເດີມ, ໃນໄລຍະວັນພັກກໍາມະກອນສາກົນປີນີ້ ລາວ ກັບໝູ່ໄດ້ມາທ່ອງທ່ຽວຢູ່ນະຄອນຊີອ່ານ ເພື່ອມາທ່ອງທ່ຽວແບບຍ້ອນອາດີດຄືນໄປສະໄໝບູຮານ.
ພາຍໃຕ້ບັນຍາກາດທີ່ສໍາຜັດການນຸ່ງຖືເຄື່ອງນຸ່ງເຜົ່າຮັ້ນບູຮານ, ຮ້ານສັບພະສິນຄ້າອີ້ໂຈ່ວ ທີ່ຕັ້ງຢູ່ເຂດລຽນຫູ ນະຄອນຊີອ່ານໄດ້ກາຍເປັນເຂດສັນຍາລັກໃໝ່ໃນການເຊັກອິນ ແລະ ບໍລິໂພກຂອງນັກທ່ອງທ່ຽວ. ທ່ານ ຖັງຢີໂຈ່ວ ຜູ້ຈັດການຂອງຮ້ານສັບພະສິນຄ້າອີ້ໂຈ່ວກ່າວວ່າ:ເມື່ອຕະຫຼາດດ້ານວັດທະນະທໍາ ແລະ ທ່ອງທ່ຽວ ຮັບການຟື້ນຟູຢ່າງແຂງແຮງ, ກິດຈະກໍາຕົ້ນຕໍຂອງພວກເຮົາໄດ້ຫັນປ່ຽນຈາກ ການໃຫ້ບໍລິການເຊົ່າເຄື່ອງນຸ່ງການສະແດງ ມາເປັນ ການສໍາຜັດກັບການນຸ່ງຖືເຄື່ອງນຸ່ງຊົນເຜົ່າຮັ້ນບູຮານ, ຂອບເຂດການບໍລິການໄດ້ກວມລວມເຄື່ອງນຸ່ງ, ການແຕ່ງໜ້າ, ການຕິດຕາມຖ່າຍວີດີໂອ ແລະ ອື່ນໆ ເປັນຕົ້ນ. ນັບແຕ່ຕົ້ນປີ 2023 ມາຮອດປັດຈຸບັນນີ້, ຮ້ານໃຫ້ລອງນຸ່ງ ເຄື່ອງນຸ່ງເຜົ່າຮັ້ນບູຮານ ໃນຮ້ານສັບພະສິນຄ້າ ໄດ້ເພີ່ມຂຶ້ນຈາກ 20 ກວ່າແຫ່່ງ ມາເປັນ 100 ກວ່າແຫ່ງ.
ໄປຄຽງຄູ່ກັບຄວາມມັກຮັກຕໍ່ວັດທະນະທໍາດັ້ງເດີມ ໂດຍສະເພາະ ເຄື່ອງນຸ່ງສະໄໝລາສະວົງຖັງ ແລະ ເຄື່ອງນຸ່ງເຜົ່າຮັ້ນບູຮານມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຊຶ່ງໄດ້ ເຕີມເຕັມພະລັງແຮງໃໝ່ໃຫ້ແກ່ຂະແໜງການ ວັດທະນະທໍາ ແລະ ທ່ອງທ່ຽວຂອງປະເທດຈີນຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ສົ່ງເສີມໃຫ້ຜູ້ປະກອບການທີ່ກ່ຽວຂ້ອງຫັນປ່ຽນກິດຈະການຂອງຕົນຢ່າງສໍາເລັດຜົນ. ທ່ານ ລິວຣຸ້ຍ ອາຍຸ 37 ປີ ເປັນນັກຖ່າຍພາບຄົນໜຶ່ງ, ທ່ານກໍໄດ້ຂະຫຍາຍທຸລະກິດ ເພື່ອຕິດຕາມຖ່າຍທໍາການນຸ່ງຖືເຄື່ອງນຸ່ງເຜົ່າຮັ້ນບູຮານ ບົນພື້ນຖານການຖ່າຍໜ້າຕາເທົ່ານັ້ນ. ທ່ານເວົ້າວ່າ: ໃນໄລຍະວັນພັກກໍາມະກອນສາກົນ ທຸລະກິດຕິດຕາມຖ່າຍວີດີໂອໃນມື້ດຽວ ໄດ້ສະໜອງການບໍລິການໄດ້ຫຼາຍທີ່ສຸດ ເຊິ່ງມີຮອດ 40 ກວ່າບັນຊີ.
ແຫຼ່ງຂ່າວ: ສໍານັກຂ່າວຊິນຮວາ