ແບບແຜນຊີວິດຢູ່ຢຸນນານ | ທ່ຽວຢູນນານດ້ວຍລົດRV (recreational vehicle)
ທ່ານ ເກົ່າເຟິຍ(Fernando Munoz Bernal) ເປັນຜູ້ຊ່ຽວຊານດ້ານການທ່ອງທ່ຽວ ແລະ ວິດີໂອ ບລອກເກີ(Video blogger)ຈາກປະເທດໂກລົມບີ. ຫວ່າງມໍ່ໆມານີ້, ທ່ານ ເກົ່າເຟິຍ ໄດ້ແບ່ງປັນເລື່ອງລາວການເດີນທາງດ້ວຍລົດRV ແລະ ເລົ່າເລື່ອງຊີວິດປະຈໍາວັນຂອງລາວກັບນັກຂ່າວ.
ໃນປີ 2000, ທ່ານ ເກົ່າເຟິຍ ມາປະເທດຈີນເປັນຄັ້ງທຳອິດ. ປັດຈຸບັນ, ລາວເປັນຄູສອນພາສາອັງກິດ, ທັງເຜີຍແຜ່ວິດີໂອການທ່ອງທ່ຽວໃນເວທີສື່ສັງຄົມອອນລາຍ, ບັນທຶກລາຍລະອຽດການເຮັດວຽກ ແລະ ຊີວິດຂອງລາວໃນປະເທດຈີນ.
ດໍາລົງຊີວິດຢູ່ປະເທດຈີນເປັນເວລາຫຼາຍປີ, ທ່ານ ເກົ່າເຟິຍ ໄດ້ເປັນພະຍານການພັດທະນາຂອງຈີນ, ປີ 2024 ເປັນສ້າງຕັ້ງສາທາລະນະລັດປະຊາຊົນຈີນຄົບຮອບ 75 ປີ, ລາວໄດ້ຕັດສິນໃຈຖ່າຍທໍາສາລະຄະດີເພື່ອເປັນຂອງຂວັນໃຫ້ກັບປະເທດຈີນໃນປີ 2024.
ນັບແຕ່ເດືອນມັງກອນປີ 2022 ເປັນຕົ້ນມາ, ລາວກັບເມຍໄດ້ອອກເດີນທາງຈາກແຂວງກວາງຕຸ້ງຂອງຈີນ, ແລະ ເລີ່ມການເດີນທາງແບບຄາລາວານດ້ວຍການຂັບລົດRV. ພວກເຂົາຈັດວາງລົດRV ໃຫ້ເໝືອນກັບເຮືອນ, ດື່ມກາເຟ ແລະ ແຕ່ງກິນໃນລົດRV, ຂັບລົດRV ໄປກິນເຂົ້າປ່າ, ອາບແຊ່ນ້ຳອຸ່ນ ແລະ ເດີນທາງທ່ອງທ່ຽວໄປຫຼາຍສະຖານທີ່ກັບ"ເຮືອນ"ຂອງພວກເຂົາ. ທ້າຍເດືອນທັນວາປີ 2022, ທ່ານ ເກົ່າເຟິຍ ກັບເມຍຂອງລາວໄດ້ໄປຮອດແຂວງຢຸນນານ, ສອງຄົນໄດ້ຂັບລົດສຸດທີ່ຮັກຂອງຕົນໄປທ່ຽວຫຼາຍເມືອງເຊັ່ນ: ສິບສອງພັນນາ, ເວີນຊານ, ຫົງເຮີ, ພູເອີ, ຢູ້ຊີ່ແລະ ບ່ອນອື່ນໆ, ໄດ້ສໍາຜັດກັບສີສັນຢຸນນານໃນລະຫວ່າງການເດີນທາງ.
"ຄົນຢູນນານຮູ້ດຳລົງຊີວິດເປັນຢ່າງດີ, ຄວາມໝັ້ນໃຈຂອງເຂົາເຈົ້າໄດ້ມາຈາກຜືນແຜ່ນດິນອັນສວຍງາມແຫ່ງນີ້, ເມື່ອໄດ້ຕິດຕໍ່ກັບເຂົາເຈົ້າ, ສາມາດຮູ້ສຶກໄດ້ເຖິງຄວາມສຸກຈາກໃຈຈິງຂອງເຂົ້າເຈົ້າ." ເມື່ອເວົ້າເຖິງຄວາມປະທັບໃຈຕໍ່ຄົນຢູນນານ, ທ່ານ ເກົ່າເຝ ເວົ້າວ່າ, ຄົນຢູນນານມີຄວາມກະຕືລືລົ້ນ, ຮັບຕ້ອນນັກທ່ອງທ່ຽວຢ່າງອົບອຸ່ນ ແລະ ຍັງເປັນພາບວີວທີວທັດທີ່ສວຍງາມອັນໜຶ່ງ.
ທ່ານ ເກົ່າເຟິຍ ມີຄວາມແປກໃຈອີກຢ່າງໜຶ່ງໃນການເດີນທາງໄປແຂວງຢຸນນານ, ນັ້ນກໍຄືປະສົບການລອງແກະສະຫຼັກ ແລະ ແຕ້ມຮູບໝາກນ້ຳເຕົ້າ ແລະ ການສະແດງເປົ່າປີ່ໝາກນ້ຳເຕົ້າ, ລາວໄດ້ໄປຢ້ຽມຢາມທ່ານ ຊູຍຊຽວກົວ ຜູ້ສືບທອດມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ(ແກະສະຫຼັກ ແລະ ແຕ້ມຮູບໝາກນ້ຳເຕົ້າ) ໃນຫໍສືບທອດ, ທ່ານ ເກົ່າເຟິຍ ໄດ້ແຕ້ມຮູບກະຕ່າຍໂຕໜຶ່ງທີ່ມີຄວາມໜ້າຮັກໃນປີ່ໝາກນ້ຳເຕົ້າ ແລະ ເຮັດປີ່ໝາກນ້ຳເຕົ້າອັນໜຶ່ງຂອງຕົນເອງ.
ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ
ຂ່າວ: ໂມຢິງຢີ ວາງຈິງຈົງ ຫຼີເວີນຈຸນ