ແບບແຜນຊີວິດຢູ່ຢຸນນານ | ນາງ ຫໍສເຣີຍ ນັກສະຫວັດດິການສາທາລະນະຂອງປະເທດແດນມາກ-- ອຸທິດຕົນເພື່ອການສຶກສາຊົນນະບົດ ມ່ວນຊື່ນກັບຊີວິດໃນແຂວງຢຸນນານ

2023-06-12 17:51:40
ມາຈາກ:

"ຂ້ອຍຍັງຈື່ໄດ້ຕອນທີ່ຂ້ອຍອາຍຸ 11 ປີ, ຂ້ອຍໄດ້ພົບປຶ້ມ"ຮຽນພາສາຈີນດ້ວຍຕົນເອງ" ໂດຍບັງເອີນຢູ່ເທິງຕູ້ປຶ້ມຂອງພໍ່ແມ່. ລາຍເສັ້ນທີ່ສວຍງານ, ໂຄງສ້າງທີ່ປະນີດຂອງຕົວອັກສອນຈີນ ດຶງດູດໃຈຂ້ອຍໃນທັນທີ ແລະ ຂ້ອຍກໍອົດບໍ່ໄດ້ທີ່່ຈະໃຊ້ປາກກາລອກແບບໜັງສືຈີນ...”ນາງ ຫໍສເຣີຍ ຫວນຄືນດ້ວຍຄວາມຍິ້ມແຍ້ມວ່າ, ເຖິງແມ່ນວ່າຈະບໍ່ສາມາດເວົ້າພາສາຈີນໄດ້ໃນຄາວນັ້ນ, ແຕ່ຕົນເອງກໍເລີ່ມໂຫຍຫາຢາກໄປປະເທດຈີນທີ່ຢູ່ຫ່າງໄກແລ້ວ.

ນາງ ຫໍສເຣີຍ ເປັນຄົນປະເທດແດນມາກ. ນັບຈາກຮຽນພາສາຈີນ ຢູ່ມະຫາວິທະຍາໄລຊົນເຜົ່າພາກຕາເວັນຕົກສຽງໃຕ້ ທີ່ຕັ້ງຢູ່ເມືອງເຊີງຕູ່ໃນປີ2008 , ປີນີ້ເປັນປີທີ 15 ຂອງນາງໃນການເຮັດວຽກ ແລະ ດຳລົງຊີວິດຢູ່ຈີນ.

ປີ 2012,ນາງ ຫໍສເຣີຍ ມາຮອດແຂວງຢຸນນານ ແລະ ໄດ້ເຂົ້າຮ່ວມໂຄງການ "ໂຮງຮຽນອະນຸບານແຫ່ງຄວາມຫວັງໃນອະນາຄົດ" ດຳເນີນການເຮັດວຽກເຊັ່ນຄຸ້ມຄອງ ແລະ ພັດທະນາໂຄງການ. ໂຄງການດັ່ງກ່າວມີຈຸດປະສົງແມ່ນສະໜອງການບໍລິການດ້ານການສຶກສາອະນຸບານທີ່ຈຳເປັນຕ້ອງ ແລະ ສະໜັບສະໜຸນດ້ານຮາດແວ ແລະ ຊອບແວ ທີ່ກ່ຽວຂ້ອງໃຫ້ແກ່ເດັກນ້ອຍຊົນນະບົດ ໃນພາກກາງ ແລະ ຕາເວັນຕົກຂອງຈີນ. ປັດຈຸບັນ, ນາງ ຫໍສເຣີຍ ເປັນຮອງເລຂາທິການມູນນິທິ ສາທາລະນະປະໂຫຍດຫູ້ຈີຊຽງໄຮ. ນັບຕັ້ງແຕ່ການສ້າງຕັ້ງໃນປີ 2017, ມູນນິທິໄດ້ຮັບອະນຸຍາດໃຫ້ສົ່ງເສີມ ແລະ ດຳເນີນໂຄງການ "ໂຮງຮຽນອະນຸບານແຫ່ງຄວາມຫວັງໃນອະນາຄົດ" ໃນເມືອງເວີນຊານ, ຫົງເຮີ, ພູເອີ, ໂຈວທ່ອງ ແລະ ນະຄອນອື່ນໆຂອງແຂວງຢຸນນານ.

ນາງ ຫໍສເຣີຍ ໄດ້ເຮັດວຽກຢູ່ແຂວງຢຸນນານເປັນເວລາ 11 ປີແລ້ວ, ນາງໄດ້ໄປຢ້ຽມຢາມໝູ່ບ້ານເກືອບ 50 ແຫ່ງ. ນາງໄດ້ປະທັບໃຈຢ່າງເລິກເຊິ່ງກັບໂຄງສ້າງພື້ນຖານທີ່ນັບມື້ນັບໄດ້ຮັບການບູລະນະເພີ່ມຂຶ້ນ ແລະ ການເຄື່ອນໄຫວດໍາລົງຊີວິດນັບມື້ນັບສະດວກສະບາຍເພີ່ມຂຶ້ນໃນຊົນນະບົດ. ນາງເວົ້າວ່າ "ໃນເມື່ອກ່ອນ, ຊົນນະບົດຫຼາຍແຫ່ງບໍ່ມີຖະໜົນຫົນທາງ, ໄຟຟ້າ, ນ້ຳປະປາ. ປັດຈຸບັນ, ແຕ່ລະຄອບຄົວດຳລົງຊີວິດຢູ່ໃນເຮືອນທີ່ສວຍງາມ, ພື້ນທີ່ຊົນນະບົດທີ່ແຂວງຢຸນນານໄດ້ປ່ຽນແປງຢ່າງຫຼວງຫຼາຍ. ນາງເຊື່ອວ່າສິ່ງເຫຼົ່ານີ້ຈະກາຍເປັນຫຼັກຮັບປະກັນທີ່ເຂັ້ມແຂງ ສໍາລັບການເຕີບໃຫຍ່ຂອງເດັກນ້ອຍ.

ໃນເວລາຫວ່າງຂອງຕົນ, ນາງ ຫໍສເຣີຍ ມັກປີນພູ ແລະ ຍ່າງເລາະຫຼິ້ນ, ຊົມເບິ່ງທີວທັດທຳມະຊາດທີ່ມີສະເໜ່ຂອງແຂວງຢຸນນານພາຍໃຕ້ທ້ອງຟ້າສີຟ້າ ແລະ ເມກຂາວ, ສຳຜັດກັບວັດທະນະທຳມູນເຊື້ອ ແລະ ຮີດຄອງປະເພນີຂອງບ່ອນຕ່າງໆ. ພ້ອມດຽວກັນນັ້ນ, ນາງຍັງບໍ່ເຄີຍລືມຄວາມຮັກຂອງຕົນເອງມາແຕ່ດົນນານ-ການຂຽນຕົວໜັງສືຈີນ. ເມື່ອນາງມີເວລາຫວ່າງ, ນາງຈະນັ່ງ ແລະ ເລີ່ມຂຽນຕົວໜັງສືຈີນ.

ນາງ ຫໍສເຣີຍ ກ່າວວ່າ “ຂ້ອຍຮັກມັກສະຖານທີ່ແຫ່ງນີ້ຫຼາຍຈົນບໍ່ຢາກໜີຈາກແຂວງຢຸນນານ ແລະ ຈີນ. ຂ້ອຍຢາກໃຊ້ຊີວິດຢູ່ນີ້ຕະຫຼອດໄປ.”

ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ

ຂ່າວ: ວາງຈິງຈົງ ຈືຈ້ຽນເຟິຍ

ແບບແຜນຊີວິດຢູ່ຢຸນນານ | ນາງ ຫໍສເຣີຍ ນັກສະຫວັດດິການສາທາລະນະຂອງປະເທດແດນມາກ-- ອຸທິດຕົນເພື່ອການສຶກສາຊົນນະບົດ ມ່ວນຊື່ນກັບຊີວິດໃນແຂວງຢຸນນານ