ພໍ່ຄ້າຕ່າງປະເທດຈຳນວນຫຼາຍ ໃນງານວາງສະແດງວັດທະນະທຳສາກົນແຫ່ງປະເທດຈີນ(ເຊີນເຈີ້ນ)
ໃນປີ 2004, ໃນງານວາງສະແດງວັດທະນະທຳສາກົນແຫ່ງປະເທດຈີນ(ເຊີນເຈີ້ນ)ຄັ້ງທຳອິດ, ກວ່າ 700 ບໍລິສັດໄດ້ເຂົ້າຮ່ວມງານວາງສະແດງ, ມີ 102 ບໍລິສັດທີ່ມາຈາກ 50 ກວ່າປະເທດ ແລະ ເຂດແຄວ້ນໃນໂລກ.
ງານວາງສະແດງວັດທະນະທຳສາກົນແຫ່ງປະເທດຈີນ(ເຊີນເຈີ້ນ)ຄັ້ງທີ 19 ໄດ້ໄຂຂຶ້ນໃນວັນທີ 7 ມິຖຸນານີ້. ປີນີ້ຍັງມີພໍ່ຄ້າຈາກຕ່າງປະເທດເປັນຈຳນວນຫຼວງຫຼາຍ.
ທ່ານ ມູຄຸນດາ ມານາເດີຫາ ມາຈາກປະເທດເນປານ ແລະ ລາວມາເຊີນເຈີ້ນທຸກໆປີເພື່ອເຂົ້າຮ່ວມງານວາງສະແດງວັດທະນະທຳສາກົນແຫ່ງປະເທດຈີນ(ເຊີນເຈີ້ນ). ເທື່ອນີ້, ລາວໄດ້ນຳເອົາບັນດາຜະລິດຕະພັນພິເສດຂອງປະເທດເນປານເຊັ່ນ: ຜ້າພັນຄໍ, ເຄື່ອງແກະສະຫຼັກໄມ້, ແລະເຄື່ອງແກະສະຫຼັກຫິນຢົກ. ລາວກ່າວວ່າ, ຜ່ານງານວາງສະແດງວັດທະນະທຳສາກົນແຫ່ງປະເທດຈີນ(ເຊີນເຈີ້ນ), ລາວໄດ້ພົບກັບພໍ່ຄ້າຕ່າງຖິ່ນຈາກທົ່ວໂລກ ແລະ ນໍາເອົາທຸລະກິດຫຼາຍຢ່າງມາໃຫ້ລາວ.
ຜູ້ວາງສະແດງສິນຄ້າຈາກປະເທດປາກີສະຖານໄດ້ນໍາເອົາເຄື່ອງຫັດຖະກໍາແກະສະຫຼັກທອງແດງຫຼາຍກວ່າ 800 ເຄື່ອງ, ລາວກ່າວວ່າເມື່ອຄັ້ງທໍາອິດເຂົ້າຮ່ວມງານວາງສະແດງວັດທະນະທຳສາກົນແຫ່ງປະເທດຈີນ(ເຊີນເຈີ້ນ), ລາວພຽງແຕ່ນໍາເອົາ 100 ກວ່າເຄື່ອງເທົ່ານັ້ນ ແລະ ຂາຍຫມົດກ້ຽງ. ຄັ້ງນີ້, ໃນເວລາພຽງແຕ່ສອງສາມມື້ ກໍໄດ້ເຈລະຈາຂໍ້ຕົກລົງທາງທຸລະກິດຫຼາຍກວ່າ 500,000 ໂດລາສະຫະລັດກັບພໍ່ຄ້າຕ່າງຖິ່ນ.
ປັດຈຸບັນ, ນະຄອນເຊີນເຈີ້ນໄດ້ກາຍເປັນຖານສຳຄັນ ແລະ ສູນການຄົ້ນຄວ້າ R&D ຂອງບັນດາວິສາຫະກິດຂ້າມຊາດ ແລະ ດຶງດູດບຸກຄະລາກອນສາກົນເປັນຈຳນວນຫຼວງຫຼາຍ. ໃນຈຳນວນພົນລະເມືອງຖາວອນ 17 ລ້ານກວ່າຄົນໃນນະຄອນເຊີນເຈີ້ນ, ມີຊາວຕ່າງປະເທດ 200.000 ກວ່າຄົນ ແລະ ລະດັບຄວາມເປັນສາກົນແມ່ນສູງຫຼາຍ.
ແຫຼ່ງຂ່າວ: ໜັງສືພິມ “ຈິງ”
ນັກຂ່າວ: ໂຈວເຈີ້ນໝິນ