ຕົ້ນໝາກອາໂວກາໂດຂອງເມືອງເມິງລຽນເລີ່ມອອກໝາກ
2023-06-16 18:06:31
ມາຈາກ:
ປັດຈຸບັນ, ເນື້ອທີ່ປູກໝາກອາໂວກາໂດຢູ່ເມືອງປົກຄອງຕົນເອງຊົນເຜົ່າວາ ຊົນເຜົ່າລາຮູ້ ຊົນເຜົ່າໄທລື້ ເມິງລຽນແຂວງຢຸນນານ ສປ ຈີນມີເຖິງ 5.086 ເຮັກຕາ. ຫວ່າງມໍ່ໆມານີ້, ຕົ້ນໝາກອາໂວກາໂດທີ່ໄດ້ດຳເນີນການຜະລິດມີ 1.000 ເຮັກຕາໄດ້ເລີ່ມອອກໝາກ, ຊາວກະສິກອນກໍາລັງຕັດແຕ່ງກິ່ງໄມ້ໃຫ້ຕົ້ນໝາກ, ຈະສາມາດສະໜອງຜະລິດຕະພັນທີ່ມີຄຸນນະພາບສູງເຂົ້າສູ່ຕະຫຼາດຢ່າງໝັ້ນຄົງໃນທ້າຍເດືອນກັນຍາ. ເມືອງເມິງລຽນເປັນເມືອງທີ່ມີຂະໜາດການປູກອາໂວກາໂດທີ່ໃຫຍ່ທີ່ສຸດໃນປະເທດຈີນ.
ແຫຼ່ງຂ່າວ: ສຳນັກຂ່າວຊີນຮວາ
ນັກຂ່າວ: ເຫີຊຸນຫາວ ເຢົາຊຽງຫາງ ລີຊີນເຝິຍ ເຊຍຈີນຢິງ