ດອກໄມ້ສີເຫຼືອງເບັ່ງບານຢູ່ເຂດຊີມາວໃນລະດູຮ້ອນ

2023-06-16 18:08:42
ມາຈາກ:

ຫວ່າງມໍ່ໆມານີ້, ດອກຄູນເບັ່ງບານເຕັມທີ່ຢູ່ໃນຖະໜົນເຂດຊີມາວເມືອງພູເອີແຂວງຢຸນນານ, ເມື່ອມອງຈາກໄລຍະໄກ ເໝືອນດັ່ງນ້ຳຕົກຕາດສີທອງຄໍາ ແລະ ແມງກະເບື້ອສີເຫຼືອງໂບຍບິນໄປທົ່ວທ້ອງຟ້າ. ຖະຫນົນຫົນທາງແມ່ນເຕັມໄປດ້ວຍສີທອງຄໍາ ແລະ ພາບວີວທີວທັດອັນສວຍສົດງົດງາມເປັນຕາໜ້າປະທັບໃຈຫຼາຍ. ດອກຄູນມີແຫຼ່ງກຳເນີດຢູ່ອິນເດຍ, ມຽນມາ ແລະ ສີລັງກາ, ດອກຄູນແມ່ນປູກໃນທົ່ວປະເທດລາວ. ດອກຄູນຍັງເປັນດອກໄມ້ປະຈຳຊາດຂອງໄທ, ກ່າວກັນວ່າ, ຕົ້ນໄມ້ຊະນິດນີ້ຖືກນຳມາສູ່ຈີນ ແລະ ປູກຕັ້ງແຕ່ສະໄໝລາຊະວົງຖາງ, ປັດຈຸບັນ, ມີການປູກຢູ່ບັນດາແຂວງ ແລະ ເຂດຕ່າງໆໃນພາກໃຕ້ ແລະ ຕາເວັນຕົກສຽງໃຕ້ຂອງຈີນ.

ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ

ດອກໄມ້ສີເຫຼືອງເບັ່ງບານຢູ່ເຂດຊີມາວໃນລະດູຮ້ອນ