ທ່ານ ອູຈູນ ຜູ້ສືບທອດທັກສະການແກະສະຫຼັກຜັກ ແລະ ໝາກໄມ້ໄດ້ສືບທອດທັກສະການແກະສະຫຼັກມາເປັນເວລາ 30 ປີ
ຢູ່ໃນຫໍພິພິທະພັນທັກສະການແກະສະຫຼັກຜັກ ແລະ ໝາກໄມ້, ທ່ານ ອູຈູງ ຜູ້ສືບທອດຖືມີດແກະສະຫຼັກ ແລະ ແກະສະຫຼັກຢ່າງລະມັດລະວັງກ່ຽວກັບຜັກ ແລະ ໝາກໄມ້ຫຼາຍກວ່າ 30 ຊະນິດ ເຊັ່ນ: ໝາກແອັບເປີ້ນ, ໝາກໂມ, ຫົວຜັກກາດ ແລະ ອື່ນໆ. ໃນເວລາບຶດດຽວ, ຜະລິດຕະພັນແກະສະຫຼັກເຊັ່ນ: ດອກໄມ້, ນົກ ແລະ ອື່ນໆໄດ້ປາກົດຢູ່ຕໍ່ຫນ້າຂອງຜູ້ຄົນ.
ທ່ານ ອູຈູນ ອາຍຸ 50 ປີໃນປີນີ້, ແມ່ນຜູ້ສືບທອດທັກສະການແກະສະຫຼັກຜັກ ແລະ ໝາກໄມ້ທີ່ເປັນມໍລະດົກວັດທະນະທຳນາມມະທໍາ(ບໍ່ເປັນວັດຖຸ)ຂອງນະຄອນຊ່າງຊຸຍ ແຂວງເຫີນານ.
ທ່ານ ອູຈູນ ເວົ້າວ່າ, "ໃນປີ 1993, ເມື່ອຂ້ອຍເລີ່ມຕົ້ນຮຽນຮູ້ທັກສະການແກະສະຫຼັກຜັກ ແລະ ຫມາກໄມ້, ຂ້ອຍມັກຝຶກຫັດການແກະສະຫຼັກຜັກ ແລະ ຫມາກໄມ້ຢູ່ຫ້ອງສິລະປະໃນທ້າຍອາທິດ. ຊ່ວງທີ່ເມື່ອຍທີ່ສຸດ, ຂ້ອຍເລີ່ມແກະສະຫຼັກແຕ່ 6 ໂມງເຊົ້າຫາ 11 ໂມງແລງ."
ຕາມຄວາມຄິດເຫັນຂອງລາວ, ເພື່ອກາຍເປັນຊ່າງແກະສະຫຼັກຜັກ ແລະ ໝາກໄມ້ທີ່ມີຄວາມຊຳນານສູງ, ຜະລິດຕະພັນແກະສະຫຼັກຕ້ອງບໍ່ພຽງແຕ່ມີເສັ້ນສາຍອ່ອນຊ້ອຍ ແລະ ຮູບຊົງທີ່ສວຍງາມເທົ່ານັ້ນ, ແຕ່ເວລາກໍ່ເປັນສິ່ງສຳຄັນ. ການຮັກສາຜົນງານໃຫ້ຄົງທີ່ພາຍໃນໄລຍະເວລາທີ່ຈໍາກັດ ແມ່ນການທົດສອບຄຸນນະພາບທາງດ້ານຈິດໃຈຂອງຊ່າງແກະສະຫຼັກຜັກ ແລະ ຫມາກໄມ້.
ທ່ານ ອູຈູນ ຜູ້ເຝິກຝົນທັກສະການແກະສະຫຼັກຜັກ ແລະ ຫມາກໄມ້ມາເປັນເວລາ 30 ປີ, ສາມາດແກະສະຫຼັກໄດ້ຫຼາຍກວ່າ 120 ຮູບແບບ ເຊັ່ນ: ດອກໄມ້, ໄມ້ໄຜ່, ແມງກະເບື້ອ, ນົກສັກກະລີລິງ Phoenix ແລະ ອື່ນໆ. ໃນຕອນເລີ່ມຕົ້ນ, ລາວໃຊ້ເວລາປະມານ 1 ຊົ່ວໂມງເພື່ອແກະສະຫຼັກລວດລາຍຮູບແບບຕ່າງໆໃຫ້ໄວທີ່ສຸດ, ແຕ່ຕອນນີ້ລາວສາມາດເຮັດສໍາເລັດຜະລິດຕະພັນແກະສະຫຼັກພາຍໃນເວລາ 10 ນາທີໂດຍສະເລ່ຍ.
ແຫຼ່ງຂ່າວ: ເວບໄຊກະສີກຳຈີນ
ນັກຂ່າວ: ຝານຢາຊູຍ