ຂະໜົມດອກໄມ້ສົດກາຍເປັນຂະແໜງການຜະລິດໃຫຍ່
2023-06-19 16:52:04
ມາຈາກ:
ປັດຈຸບັນ, ແຂວງຢຸນນານມີວິສາຫະກິດຜະລິດຂະໜົມດອກໄມ້ຫຼາຍກວ່າພັນແຫ່ງ, ມູນຄ່າການຜະລິດມີເຖິງ 100 ລ້ານຢວນຈີນ, ໃນນັ້ນມູນຄ່າການຜະລິດຂະໜົມດອກໄມ້ສະເພາະນະຄອນຄຸນໝິງມີຫຼາຍກວ່າ 6 ຕື້ຢວນຈີນ.
ການເຮັດຂະໜົມດອກໄມ້ ແມ່ນບໍ່ສາມາດປາດສະຈາກດອກໄມ້ສົດ. ຖະໜົນປາເຈຍ (Bajie) ນະຄອນອ່ານໜິງ (An’ning, ທຽບເທົ່າເມືອງ) ຂອງ ນະຄອນຄຸນໝິງ ມີປະຫວັດສາດການປູກດອກກຸຫຼາບທີ່ກິນໄດ້ ມາຫຼາຍກວ່າ 70 ປີແລ້ວ. ປີ 2022 ຜົນຜະລິດດອກກຸຫຼາບຂອງຖະໜົນປາເຈຍມີຫຼາຍກວ່າ 4500 ໂຕນ.
ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ ບັນນາທິການ: ວິມົນ