ແຂວງຢຸນນານເປີດສາກຕ້ອນຮັບລະດູການກິນເຫັດປ່າ
ທ່ານ ນາງ ເສີງອາຍລີ້ ຜູ້ອໍານວຍການໃຫຍ່ ສູນການຄ້າຂາຍເຫັດປ່າ ສຸ້ຍມູ້ຫວ່າ ຢຸນນານ ຈີນ(Shuimuhua) ກ່າວວາ, ໃນຕອນແລງຂອງຫຼາຍມື້ຜ່ານມານີ້, ມູນຄ່າການຄ້າຂາຍເຫັດປ່າໃນສູນດັ່ງກ່າວມີເຖິງ 10 ກວ່າໂຕນ.
ທ່ານ ນາງ ເສີງອາຍລີ້ ກ່າວຕື່ມວ່າ, ນັບແຕ່ເດືອນມິຖຸນາປີນີ້ ເປັນຕົ້ນມາ ເຫັດປ່າທີ່ຊາວບ້ານເອົາມາຂາຍຢູ່ສູນການຄ້າຂາຍເຫັດປ່າ ສຸ້ຍມູ້ຫວ່າ ຢຸນນານ ຈີນ ຄ່ອຍໆເລີ່ມມີຫຼາຍຂຶ້ນ, ປັດຈຸບັນນີ້ ມື້ໜຶ່ງ ມີປະມານ 20 ໂຕນ, ເມື່ອຂ້ອນແຈ້ງ 3 ໂມງ, 4 ໂມງເຊົ້າ ໄປຮອດຕະຫຼາດ, ຜູ້ຄົນທີ່ເຮັດວຽກຮ້ານອາຫານ ແລະ ຕະຫຼາດການຄ້າຂາຍສິນຄ້າກະສິກໍາ ກໍມັກມາເກັບຊື້ເຫັດປ່າຢູ່ນີ້. ໃນຕະຫຼາດຍັງມີຜູ້ໄລຟສົດຂາຍເຄື່ອງອອນລາຍຫຼາຍຄົນ, ເຂົາເຈົ້າໄດ້ຖືອຸປະກອນໄລຟສົດ ແລະ ມືຖືມາ, ເພື່ອວາງສະແດງ ແລະ ຂາຍເຫັດປ່າຂອງແຂວງຢຸນນານຜ່ານທາງອອນລາຍ. ສະນັ້ນ,ເພື່ອອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງເຫັດປ່າ, ບໍລິສັດຂົນສົ່ງດ່ວນຊຸ້ນເຝິງ (Shunfeng) ຍັງໄດ້ຕັ້ງຈຸດຮັບ ເຄື່ອງຈຸດໜຶ່ງໃນຕະຫຼາດ.
ແຫຼ່ງຂ່າວ: ໜັງສືພິມແລງຊຸນເສີງ ບັນນາທິການ: ວິມົນ