ງານບຸນແຂ່ງມ້າຂອງນະຄອນຊຽງເກີລີລາ

2023-06-21 18:34:52
ມາຈາກ:

ງານບຸນແຂ່ງມ້າຂອງນະຄອນຊຽງເກີລີລາເປັນງານບຸນປະເພນີທີ່ຍິ່ງໃຫຍ່ທີ່ສຸດ ຂອງກິ່ງແຂວງປົກຄອງຕົນເອງຊົນເຜົ່າທິເບດຕີຊິ້ງ. ຍັງເປັນງານຊຸມນຸມທີ່ຍິ່ງໃຫຍ່ຂອງຊົນເຜົ່າສ່ວນຫນ້ອຍຂອງທ້ອງຖິ່ນອີກດ້ວຍ. ງານບຸນແຂ່ງມ້າຂອງນະຄອນຊຽງເກີລີລາປີ 2023 ຈະຈັດຂຶ້ນແຕ່ວັນທີ 22 ຫາ 24 ມິຖຸນາ. ໃນໄລຍະງານແຂ່ງຂັນມ້າ, ຈະມີກິດຈະກຳຫຼາຍຢ່າງເຊັ່ນ ການສະແດງຮ້ອງເພງ ແລະ ເຕັ້ນລໍຳ, ການແຂ່ງຂັນມ້າ, ການແຂ່ງຂັນຍິງທະນູ ແລະ ການແຂ່ງຂັນບານສົ່ງ, ເກມບານບ້ວງ, ເກມປິງປອງ ແລະ ອື່ນໆ. ຊົນເຜົ່າຕ່າງໆເຊັ່ນ: ຊົນເຜົ່າທິເບດ, ຊົນເຜົ່າຢີ, ຊົນເຜົ່າລີຊູ, ຊົນເຜົ່ານາຊີ ແລະ ຊົນເຜົ່າອື່ນໆມາເປັນກຸ່ມ, ນຸ່ງເຄື່ອງຊົນເຜົ່າຕ່າງໆ ແລະ ນຳເອົາອາຫານອັນແຊບນົວຕ່າງໆມາຮອດນະຄອນຊຽງເກີລີລາ ເພື່ອຊົມການຫຼີ້ນເກມ ແລະ ສະເຫຼີມສະຫຼອງເທສະການງານບຸນດັ່ງກ່າວ.

ແຫຼ່ງຂ່າວ:ເວບໄຊຢຸນນານ

ງານບຸນແຂ່ງມ້າຂອງນະຄອນຊຽງເກີລີລາ