ຖານການປູກອາໂວກາໂດທີ່ໃຫຍ່ທີ່ສຸດຂອງຈີນຢູ່ໃສ?
ເມື່ອເວົ້າເຖິງອາໂວກາໂດ, ຄົນສ່ວນໃຫຍ່ຮູ້ວ່າໝາກໄມ້ຊະນິດນີ້ຖືເປັນໝາກໄມ້ນຳເຂົ້າໃນປະເທດຈີນ. ແຕ່ວ່າ,ໃນຊຸມປີມໍ່ໆມານີ້, ເມືອງປົກຄອງຕົນເອງຊົນເຜົ່າໄທລື້ຊົນເຜົ່າລາຮູຊົນເຜົ່າວາເມິງລຽນເມືອງພູເອີແຂວງຢຸນນານໄດ້ພັດທະນາອຸດສາຫະກຳອາໂວກາໂດຢ່າງຕັ້ງໜ້າ ແລະ ກາຍເປັນຖານການປູກອາໂວກາໂດທີ່ໃຫຍ່ທີ່ສຸດຂອງຈີນ.
ປັດຈຸບັນ, ເນື້ອທີ່ປູກອາໂວກາໂດຢູ່ເມືອງເມິງລຽນມີເຖິງ 5.087 ເຮັກຕາ, ຜົນຜະລິດໝາກສົດໄດ້ເກີນ 10.000 ໂຕນ, ຍອດມູນຄ່າການຜະລິດໄດ້ລື່ນກາຍ 400 ລ້ານຢວນ, ເມືອງເມິງລຽນເປັນເຂດດຽວຂອງຈີນທີ່ສາມາດສະໜອງອາໂວກາໂດຄຸນນະພາບສູງອອກສູ່ຕະຫຼາດຢ່າງໝັ້ນຄົງ.
ເມື່ອ 15 ປີກ່ອນ, ຖ້າວ່າຢາກປູກອາໂວກາໂດເປັນເລື່ອງທີ່ຫຍຸ້ງຍາກຫຼາຍ, ຕ້ອງໃຊ້ເງິນ 4 ຫຼື 5 ໂດລາເພື່ອຊື້ແນວພັນຈາກເມັກຊິໂກ ແລະ ແຫຼ່ງກໍາເນີດອື່ນໆ, ສ່ວນອັດຕາການລອດແມ່ນພຽງແຕ່ປະມານ 60% ເທົ່ານັ້ນ. ໃນຊຸມປີມໍ່ໆມານີ້, ເມືອງເມິງລຽນໄດ້ສ້າງຕັ້ງສະຖານີເຮັດວຽກຄະນະຜູ້ຊ່ຽວຊານເພື່ອສືບຕໍ່ດໍາເນີນການຄົ້ນຄວ້າເຊັ່ນ ນຳເຂົ້າແນວພັນ, ການປູກທົດລອງ, ການຂະຫຍາຍເນື້ອທີ່ປູກ ແລະ ສືບຕໍ່ຂຸດຄົ້ນຕົວຈິງເພື່ອໃຫ້ໄດ້ຜົນຜະລິດສູງ ແລະ ມີຄຸນນະພາບສູງ, ແກ້ໄຂບັນຫາ"ການຂະຫຍາຍຕົວທີ່ດີ". ປັດຈຸບັນ, ອຸດສາຫະກຳອາໂວກາໂດຢູ່ເມືອງເມິງລຽນກໍາລັງພັດທະນາຢ່າງວ່ອງໄວ ແລະ ລາຍຮັບສະເລ່ຍຕໍ່ປີຂອງບ້ານທີ່ປູກອາໂວກາໂດ 22 ແຫ່ງໃນເມືອງນີ້ ແມ່ນຫຼາຍກວ່າ 200.000 ຢວນ.
ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ, ເວັບໄຊຂ່າວສານຈີນ