ແຫ່ງນີ້ມີພູຜາ ແລະ ແມ່ນໍ້າທີ່ສວຍງາມ ແລະ ອາກາດທີ່ເຢັນສະບາຍ

2023-07-28 19:10:44
ມາຈາກ:

ທ້າວ​ໄຄ​ຣອດ ກ​ຣິ​ສະ​ນະ ທີ່​ມາ​ຈາກ​ປະ​ເທດ​ໄທ​ກ່າວ​ວ່າ: “ນີ້​ແມ່ນ​ຂ້າ​ພະ​ເຈົ້າ​ມາ​ທ່ຽວນະ​ຄອນ​ຊັງ​ຣີ​ລາ​ເປັນ​ຄັ້ງ​ທຳ​ອິດ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປະຫຼາດ​ໃຈ​ທີ່​ວ່າ, ຊີ​ວິດ​ຂອງ​ປະ​ຊາ​ຊົນ​ແຫ່ງ​ນີ້​ໃກ້​ຊິດ​ກັບ​ທຳ​ມະ​ຊາດ​ແທ້ໆ. ຢູ່​ສວນ​ອຸທິຍານ​ແຫ່ງ​ຊາດ​ຜູຕາ​ຊົ້ວ, ຂ້ອຍ​ຮູ້​ສຶກ​ຕື່ນ​ເຕັ້ນ​ດີ​ໃຈ ທີ່​ໄດ້​ເຫັນ​ພົມ​ພືດ​ທີ່​ມີ​ເອ​ກະ​ລັກ​ພິດ​ເສດ, ງົວ​ຄວາຍ​ທີ່​ປ່ອຍ​ລ້ຽງ​ຕາມ​ປ່າ ແລະ ນົກ​ທີ່​ບິນ​ເຈີດ​ຢູ່​ເທິງ​ທ້ອງ​ຟ້າ.” ທ້າວໄຄຣອດເຕີບ​ໃຫຍ່​ຢູ່​ເກາະ​ພູ​ເກັດ​ປະ​ເທດ​ໄທ, ສິ່ງ​ແວດ​ລ້ອມການ​ດຳ​ລົງ​ຊີ​ວິດ​ເທິງ​ເກາະ​ທ​ະເລ​ທີ່​ເປັນ​ລະ​ດູ​ຮ້ອນ​ຕະຫຼອດ​ປີ ມີຄວາມແຕກ​ຕ່າງ​ກັບ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​​ນະ​ຄອນຊັງ​ຣີ​ລາ​ຂອງ​ແຂວງ​ຢຸນ​ນານຫຼາຍ.

ຫວ່າງ​ມໍ່ໆ​ມາ​ນີ້, ຜູ້​ແທນ​ຊາວ​ໜຸ່ມ​ຈາກ 11 ປະ​ເທດ ເຊັ່ນ: ຈີນ, ໄທ, ລາວ ແລະ ມຽນ​ມາ​ເປັນ​ຕົ້ນ ໄດ້​ໄປ​ສຳ​ຜັດ​ກັບ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ທີ່​ມີຫຼາກຫຼາຍ​ສີ​ສັນ​ຂອງ​ເຜົ່າຈ້າງ​(ຕິ​ເບດ​) ຢູ່​ນະ​ຄອນຊັງ​ຣີ​ລາ​ກິ່ງ​ແຂວງ​ຕີ​ຊິ້ງ​ແຂວງ​ຢຸນ​ນານ​ຈີນ ພ້ອມ​ທັງ​ໄດ້​ໄປ​ຢ້ຽມ​ຊົມ​ທິວ​ທັດ​ທຳ​ມະ​ຊາດທີ່​ສວຍ​ສົດງົດ​ງາມ​ຂອງ​ທ້ອງ​ຖິ່ນ.

ນາງປັບ​ຕິ​ສ​ຕາ ລອຍ​ໂອ​ລາ ເມີ​ເຊຍ ທີ່​ມາ​ຈາກ​ກາ​ເປ ເວີ​ເດີ​ ມັກ​ໄປ​ທ່ອງ​ທ່ຽວຫຼາຍ, ໃນໄລ​ຍະ​ທີ່​ຮ່ຳ​ຮຽນ ແລະ ດຳ​ລົງ​ຊີ​ວິດ​ຢູ່​ຈີນ​ເປັນ​ເວ​ລາ​ປີ​ປາຍ, ນາງ​ເຄີຍ​ໄປ​ທ່ຽວ​ນະ​ຄອນຫຼວງປັກ​ກິ່ງ, ນະ​ຄອນ​ທ່ຽນ​ສິນ ແລະ ນະ​ຄອນກວາງ​ໂຈ່ວ, ເທື່ອ​ນີ້​ສາ​ມາດ​ເດີ​ນ​ທາງ​ມາ​ທ່ຽວ​ແຂວງ​ຢຸນ​ນານ, ນາງ​ຮູ້​ສຶກ​ຕື່ນ​ເຕັ້ນ​ທີ່​ສຸດ. ນາງ​ເວົ້າ​ວ່າ: “​ທຸກ​ແຫ່ງ​ຫົນ​ຂອງນະ​ຄອນ​ຊັງ​ຣີ​ລາ​ລ້ວນ​ແຕ່​ເປັນ​ສີ​ຂຽວ​ໝົດ, ພູ​ຜາ ແລະແມ່​ນ້ຳ​ງາມຫຼາຍ, ອາ​ກາດ​ກໍ​ເຢັນ​ສະ​ບາຍ ຊຶ່ງ​ຕ່າງ​ກັນ​ກັບ​ບັນ​ຍາ​ກາດ​ໃນ​ຕົວ​ເມືອງ​ໃຫຍ່ຫຼາຍ, ເຮືອນ​ຊານ​ເຜົ່າ​ຈ້າງຢູ່​ຕາມ​ທົ່ງ​ຫຍ້າ​ເທິງ​ພູ​ສູງ ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ສະ​ພາບ​ທີ່​ຄົນ​ແລະ ​ທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​ກັນ.

ເວົ້າ​ສຳ​ລັບ​ນາງວົງ​ແສງ​ຈັນສຸ​ດາ​ພອນ ທີ່​ມາ​ຈາກ​ປະ​ເທດ​ລາວ​ແລ້ວ, ​ເຖິງ​ແມ່ນ​ວ່າ​ນາງ​ໄດ້​ເດີນ​ທາງ​ມາ​ເຖິງ​ນະ​ຄອນ​ຊັງ​ຣີ​ລາ​ເປັນ​ຄັ້ງ​ທີ 2 ແລ້ວກໍ​ຕາມ, ແຕ່​ທຸກ​ມື້, ນາງ​ກໍ​ມີ​ປະ​ສົບ​ການ​ໃໝ່​ອ່ຽມ. ນາງ​ເວົ້າ​ວ່າ: “​ບ້ານ​ຂ້າ​ພະ​ເຈົ້າ​ຢູ່​ນະ​ຄອນຫຼວງ​ວຽງ​ຈັນ, ປັດ​ຈຸ​ບັນ, ມີ​ນັກທ່ອງ​ທ່ຽວ​ລາວຫຼາຍ​ຄົນ​ມັກ​ຂີ່​ລົດ​ໄຟ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ​ ມາ​ທ່ຽວ​ແຂວງ​ຢຸນ​ນານ. ໃນອະ​ນາ​ຄົດ, ຂ້າ​ພະ​ເຈົ້າ​ກໍ​ຫວັງ​ວ່າ, ຈະ​ສາ​ມາດ​ຂີ່​ລົດ​ໄຟ​ມາ​ຢ້ຽມ​ຢາມ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ແຂວງ​ຢຸນ​ນານ​ໃຫ້ຫຼາຍກວ່າ​ເກົ່າ ເພື່ອ​ສຳ​ຜັດ​ກັບ​ຊີ​ວິດ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ແຂວງ​ຢຸນ​ນານ.”

(ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ)

ແຫ່ງນີ້ມີພູຜາ ແລະ ແມ່ນໍ້າທີ່ສວຍງາມ ແລະ ອາກາດທີ່ເຢັນສະບາຍ