ການຂຸດຄົ້ນສະຖານທີ່ບູຮານທະນີຄົນ ຢວນໂມວ ຄັ້ງທີ 6 ໄດ້ເລີ່ມຕົ້ນ

2023-08-04 17:49:25
ມາຈາກ:

ວັນທີ 21 ກໍລະກົດຜ່ານມາ, ການຂຸດຄົ້ນສະຖານທີ່ບູຮານທະນີຄົນ ຢວນໂມວ ຄັ້ງທີ 6 ທີ່ເມືອງຢວນໂມວແຂວງຢຸນນານໄດ້ເລີ່ມຂຶ້ນຢ່າງເປັນທາງການ, ນັກຄົ້ນຄວ້າວິທະຍາສາດ 80 ກວ່າທ່ານຈະດໍາເນີນການຄົ້ນຄວ້າ​ຢູ່ສະຖານທີ່ບູຮານ ແລະ ​ບໍ​ລິ​ເວນອ້ອມຂ້າງ​ກ່ຽວ​ກັບ​ຂົງ​ເຂດ​ຕ່າງໆເຊັ່ນ: ມະນຸດບູຮານສາດ, ຊີວະບູຮານສາດ, ສະໄໝສາດ, ສິ່ງແວດລ້ອມບູຮານຄະດີສາດ ເພື່ອຄົ້ນຄວ້າຄວາມລັ​ບ​ທີ່ຍັງບໍ່ທັນຄົ້ນພົບຂອງ “ບ້ານເກີດມະນຸດພາກຕາເວັນຕົກ”.

ນັບແຕ່ຄົ້ນ​ພົບ​ທະ​ນີຄົນຢວນໂມວ ເປັນຄັ້ງທໍາອິດ ​ໃນປີ 1965 ເປັນຕົ້ນມາ, ມາຮອດປັດຈຸບັນນີ້ ໃນເຂດ​ສະ​ຫງວນສະຖານທີ່ບູຮານ ທະນີຄົນ ຢວນໂມວ ໄດ້ດໍາເນີນການຄົ້ນຄວ້າ 5 ​ຄັ້ງ ຊຶ່ງໄດ້ຮັບໝາກຜົນການຄົ້ນຄວ້າຢ່າງຫຼວງຫຼາຍ, ທັງໄດ້ເຮັດໃຫ້ປະຫວັດສາດຂອງມະນຸດໃນ​ສະ​ໄໝ​ດຶກ​ດຳ​ບັນ​ຂອງຈີນ ​ນັບ​ຖອຍຫຼັງສູ່ສະໄໝທີ່ຫ່າງຈາກປັດຈຸບັນນີ້ 1,7 ລ້ານປີກ່ອນ.

ຕາມຂ່າວລາຍງານວ່າ,ວຽກງານການຂຸດຄົ້ນສະຖານທີ່ບູຮານເທື່ອນີ້ ຈະດໍາເນີນໄປ ຮອດທ້າຍ​ປີ 2027.

ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ, ສໍານັກຂ່າວຊິນຮວາ

ການຂຸດຄົ້ນສະຖານທີ່ບູຮານທະນີຄົນ ຢວນໂມວ ຄັ້ງທີ 6 ໄດ້ເລີ່ມຕົ້ນ