ການທ່ອງທ່ຽວແບບສຶກສາຄົ້ນຄວ້າ, ກາຍເປັນ “ຫ້ອງຮຽນເຄື່ອນທີ່”

2023-08-11 19:10:02
ມາຈາກ:

ຂະ​ແໜງ​ການ​ທ່ອງ​ທ່ຽວໄດ້​ຟື້ນ​ຕົວ​ຄືນ​ນຳ​ພາ​ໃຫ້​ເສດ​ຖະ​ກິດ​​ພັດ​ທະ​ນາ​ດ້ວຍຫຼາຍ​ຮູບ​ແບບ, ການ​ສຶກ​ສາ​ຄົ້ນ​ຄວ້າ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ ກໍ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ປະ​ຊາ​ຊົນ​ລາວ ແລະ ອາດ​ຈະ​ສາ​ມາດ​ກາຍ​ເປັນ​ວິ​ທີ​ການ​ທ່ອງ​ທ່ຽວ​ໃໝ່​ຢ່າງ​ໜຶ່ງ.

ນາງ ວິຈິດ ສີີນພົມມາ ນັກ​ຮຽນ​ຈາກ​ໂຮງ​ຮຽນປະຖົມພຽງງາມ ແຂວງ​ບໍ່​ແກ້ວ​ ຂອງ​ປະ​ເທດ​ລາວ​ກ່າວ​ວ່າ: “ການ​ສຶກ​ສາ​ຄົ້ນ​ຄວ້າ​ຄັ້ງ​ນີ້​ໄດ້​ເດີນ​ທາງ​ຈາກ​ໃຕ້​ຮອດ​ເໜືອ, ຈາກ​ທິດ​ຕາ​ເວັນ​ຕົກ​ໄປ​ເຖິງ​ທິດ​ຕາ​ເວັນ​ອອກ, ໄດ້​ເຫັນ​ເພື່ອນ​ມິດນັກ​ຮຽນ​ຈີນ​ທີ່​ຮັກ​ແພງ​ທີ່​ສຸດ ແລະ ກໍ​ໄດ້​ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ຈີນ​ທີ່​ມີຫຼາກຫຼາຍ​ສີ​ສັນ ຊຶ່ງ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮັບ​ຮູ້​ຈີນ​ດີຂື້ນກວ່າ​ເກົ່າ. ສິ່ງ​ທີ​ສຳ​ຄັນ​ກວ່າ​ນັ້ນ​ກໍ​ຄື, ໄດ້ໄປ​ທ່ຽວ​ນະ​ຄອນຫຼວງ​ປັກ​ກິ່ງ ທີ່ເປັນ​ຄວາມ​ໄຝ່​ຝັນ​ຂອງ​ນ້ອງມາ​ໂດຍ​ຕະຫຼອດ. ພາຍຫຼັງ​ກັບ​ຄືນ​ປະ​ເທດ​ລາວ​ແລ້ວ, ນ້ອງຈະພະ​ຍາ​ຍາມ​ຕື່ມ​ອີກ ແລະ ພະ​ຍາ​ຍາມ​ມາ​ຮຽນ​ຕໍ່​ຢູ່​ປະເທດ​ຈີນ.”

ຫວ່າງ​ມໍ່ໆ​ມາ​ນີ້, ມີ​ນັກ​ຮຽນ​ລາວ 100 ກວ່າ​ຄົນ​ຈາກ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ປະ​ເທດ​ລາວ​ໄດ້​ຂີ່​ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ສາ​ກົນ​ຈາກ​ນະ​ຄອນຫຼວງວຽງ​ຈັນ​ເດີນ​ທາງ​ມາເຖິງ​ຈີນ​ແລ້ວ, ໂດຍ​ຖື​ເອົາ​ກິ່ງ​ແຂວງ​ສິບ​ສອງ​ພັນ​ນາ​ເປັນ​ຈຸດ​ເລີ່ມ​ຕົ້ນ​ກິດ​ຈະ​ກຳ, ໄດ້​ໄປ​ສຶກ​ສາ​ຄົ້ນ​ຄວ້າ​ແບບ​ມິດ​ຕະ​ພາບ​​ເປັນ​ເວ​ລາ 16 ວັນ​ຢູ່​ນະ​ຄອນ​ຄຸນ​ໝິງ, ນະ​ຄອນຫຼວງ​ປັກ​ກິ່ງ, ນະ​ຄອນ​ຊີ​ອ່ານ ແລະ ຕົວ​ເມືອງ​ອື່ນໆ​ຂອງ​ຈີນ.

ນັບ​ແຕ່​ເປີດ​ນຳ​ໃຊ້​ຂະ​ບວ​ນ​ລົດ​ໄຟ​ໂດຍ​ສານ​ຕາມ​ທາງ​ລົດ​ໄຟ ​ລາວ-ຈີນ​ແລ້ວ, ມີ​ປະ​ຊາ​ຊົນ​ລາວ​ໄປ​ທ່ຽວ​ປະ​ເທດ​ຈີນ​ນັບ​ມື້​ນັບຫຼາຍ​ຂຶ້ນ ແລະ ການ​ໄປ​ມາ​ຫາ​ສູ່​ກັນ​ຂອງ​ພົນ​ລະ​ເຮືອນ​ລະ​ຫວ່າງ​ລາວ-ຈີນ ກໍ​ນັບ​ມື້​ນັບ​ແໜ້ນ​ແຟ້ນ. ນາງວິຈິດ ສີີນພົມມາ ກໍ​ເປັນ​ຕົວ​ຢ່າງ​ໃນ​ການ​ສຶກ​ສາ​ຄົ້ນ​ຄວ້າ​ປະເທດຈີນ​ຕາມ​ທາງ​ລົດ​ໄຟລາວ-ຈີນ.

ທ່ານ ຈັນທະວີ ພັນນາມວົງ ເຄີຍ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ເປັນ​ເວ​ລາ​ສິບກວ່າ​ປີ​ແລ້ວ, ທ່ານ​ໄດ້​ຄົ້ນ​ພົບ​ໂອ​ກາດ​ການ​ຄ້າ​ດ້ານ​ການ​ທ່ອງ​ທ່ຽວ​ໃນ​ຍາມ​ພັກ​ລະ​ດູ​ຮ້ອນ​ປີ​ນີ້ ແລະ ໄດ້​ເປີດ​ລາຍ​ການ​ສຶກ​ສາ​ຄົ້ນ​ຄວ້າ​ຈີນ​ຢູ່​ລາວ​ໂດຍ​ໄວ. ພວກ​ເຮົາຈະ​ຕ້ອນ​ຮັບ​ຄະ​ນະ​ສຶກ​ສາ​ຄົ້ນ​ຄວ້າ​ລາວ​ຈາກ​ຈີນ. ພາຍຫຼັງ​ພວກ​ເຮົາ​ມີ​ບົດ​ຮຽນ​ໃນ​ດ້ານ​ນີ້​ແລ້ວ, ຫວັງ​ວ່າ ຈະສາ​ມາດ​ເປີດ​ລາ​ຍ​ການ​ສຶກ​ສາ​ຄົ້ນ​ຄວ້າ​ຈີນຈາກ​ປະ​ເທດ​ລາວ, ນຳ​ພາ​ຄົນ​ລາວ​ໄປສຶກສາ​ຄົ້ນ​ຄວ້າ​ຈີນ​ນັບ​ມື້​ນັບຫຼາຍ​ຂຶ້ນ ເພື່ອ​ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ຈີນ.”

ທ່ານ ວົງດາວອນ ວົງໄຊຍະລາດ ຮອງຫົວຫນ້າພະແນກ ຖວທ ​ແຂວງຫຼວງ​ພ​ະ​ບາງ​ກ່າວ​ວ່າ: “ພາຍ​ໃຕ້​ຂອບ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງ, ການ​ທ່ອງ​ທ່ຽວ​ແບບ​ສຶກ​ສາ​ຄົ້ນ​ຄວ້າ​ສາ​ມາດ​ກາຍ​ເປັນ​ປ່ອງ​ຢ້ຽມ​ໜຶ່ງ​ສຳ​ລັບ​ປະ​ເທດ​ຢູ່​ຕາມ​ລ້ອງ​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງຄົ້ນ​ຄວ້າ​ກົນ​ໄກ​ການ​ພັດ​ທະ​ນາ ​ແລະ​ ການ​ຮ່ວມ​ມື​ແບບ​ຍືນ​ຍົງ​ດ້ານ​ການ​ທ່ອງ​ທ່ຽວ​ໃນ​ພາກ​ພື້ນ ພ້ອມ​ທັງ​ລົງ​ເລິກ​​ຖອດ​ຖອນ​ແລກ​ປ່ຽນ​ດ້ານ​ອະ​ລິ​ຍະ​ທຳ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ກ່າວ​ຕື່ມ​ວ່າ, ຄຽງ​ຄູ່​ກັບ​ລາຍ​ການ​ທ່ອງ​ທ່ຽວ​ແບບ​ສຶກ​ສາ​ຄົ້ນ​ຄວ້າ​ຂ້າມ​ຊາດ​ນັບ​ມື້​ນັບຫຼາຍ​ຂຶ້ນ ແລະ ເສັ້ນ​ທາງ​ການ​ທ່ອງ​ທ່ຽວ​ແບບ​ສຶກ​ສາ​ຄົ້ນ​ຄວ້າ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຈະ​ມີ​ຄະ​ນະ​ທ່ອງ​ທ່ຽວ​ມາ​ທ່ຽວ ແລະ ສຶກ​ສາ​ຄົ້ນ​ຄວ້າ​ຢູ່ຫຼວງ​ພະ​ບາງ ທີ່​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ ທີ່​ຕັ້ງ​ຢູ່​ພາກ​ເໜືອ​ຂອງ​ລາວ​ນັບ​ມື້​ນັບຫຼາຍ​ຂຶ້ນ ຊຶ້ງ​ຈະ​ມີ​ຜົນ​ດີ​ຊ່ວຍ​ໃຫ້​ລົງ​ເລິກ​ການ​ແລກ​ປ່ຽນທາງ​ດ້ານ​ວັດ​ທະ​ນະ​ທຳ ແລະ ການ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ປະ​ເທດຕ່າງໆ​ຕື່ມ​ອີກ.
ແຫຼ່ງຂ່າວ:​ ໜັງສືພິມລາຍ
ວັນຢຸນນານ

ການທ່ອງທ່ຽວແບບສຶກສາຄົ້ນຄວ້າ, ກາຍເປັນ “ຫ້ອງຮຽນເຄື່ອນທີ່”