ດໍາເນີນການສິດສອນທ່າມກາງບັນຍາກາດມ່ວນຊື່ນ ເພື່ອໃຫ້ນັກຮຽນເດັກນ້ອຍໄດ້ຮັບການພັດທະນາຢ່າງຮອບດ້ານ

2023-08-11 19:19:44
ມາຈາກ:

ໃນ​ລະ​ດູ​ຮ້ອນ​ທີ່​ຮ້ອນ​ເອົ້າ, ການ​ທ່ອງ​ທ່ຽວ​ແບບ​ພັກ​ຮ້ອນ​ໄດ້​ກາຍ​ເປັນ​ກະ​ແສ​ຂອງ​ຍຸກ​ສະ​ໄໝ, ໃນ​ນັກ​ທ່ອງ​ທ່ຽວ​ຈຳ​ນວນຫຼວງຫຼາຍ, ໝູ່​ນັກ​ຮຽນ​ເປັນ​ກຸ່ມ​ຄະ​ນະ​ທີ່​ສຳ​ຄັນ. ການ​ຮັບ​ການ​ສຶກ​ສາ​ດ້ານ​ການ​ເຜີຍ​ແຜ່​ຄວາມ​ຮູ້​ວິ​ທະ​ຍາ​ສາດ, ສຳ​ຜັດ​ກັບ​ທຳ​ມະ​ຊາດ ແລະ ສຳ​ຜັດ​ກັບ​ການ​ສືບ​ທອດ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ ເປັນ​ຕົ້ນ ໄດ້​ເຮັດ​ໃຫ້​ການ​ທ່ອງ​ທ່ຽວ​ກາຍ​ເປັນ “ຫ້ອງ​ຮຽນ​ເຄື່ອນ​ທີ່” ເທື່ອ​ລະ​ກ້າວ.

ຫົວ​ລົດ​ໄຟ​ອາຍ​ນ້ຳ​ທີ່​ບູ​ຮານ​ທີ່​ສຸດ​ຂອງ​ຈີນ, ເຄື່ອງ​ຈັກ​ຈູດໄຟ​ພາຍ​ໃນ​ລຸ້ນ​ທຳ​ອິດ ທີ່​ຈີນ​ອອກ​ແບບ​ຜະ​ລິດ​ດ້ວຍ​ຕົນ​ເອງ ພາຍຫຼັງ​ສະ​ຖາ​ປະ​ນາ ສ​ປ ຈີນ, ເຄື່ອງ​ຈັກ​ໄຟ​ຟ້າ “ສາວ​ຊານ” ລຸ້ນ​ທຳ​ອິດ​ເປັນ​ຕົ້ນ, ເມື່ອ​ຍາມ​ພັກ​ລະ​ດູ​ຮ້ອນ​ໝູນ​ວຽນ​ມາ​ເຖິງ, ຫໍ​ພິ​ພິ​ທະ​ພັນ​ທາງ​ລົດ​ໄຟ​ຈີນ ທີ່​ເປັນ​ຖານ​ການ​ສຶກ​ສາ​ພຶດ​ຕິ​ກຳ​ດ້ານ​ການ​ສຶກ​ສາ​ຄົ້ນ​ຄວ້າ​ສຳ​ລັບ​ນັກ​ຮຽນ​ປະ​ຖົມ​ມັດ​ທະ​ຍົມ​ຊຸດ​ທຳ​ອິດ​ຂອງ​ຈີນ ໄດ້​ດຶງ​ດູດ​ນັກ​ຮຽນ​ປະ​ຖົມ​ ແລະ ​ມັດ​ທະ​ຍົມ​ມາ​ສຶກ​ສາ​ຄົ້ນ​ຄວ້າ​ເປັນ​ຈຳ​ນວນ​ບໍ່​ໜ້ອຍ.

“ມື້​ນີ້, ຕົ້ນຕໍພວກ​ເຮົາ​ຈະ​ຮຽນ​ຮູ້​ກ່ຽວ​ກັບຊີ​ວະ​ຊາດ​ບູ​ຮານ​ຂອງ​ຝູງ​ຊີ​ວະ​ຊາດ​ເສິງ​ຈ່ຽງ ແລະ​ຮຽນ​ຮູ້​ວິ​ທີ ແລະ ສີ​ມືຟື້ນ​ຟູຊາກ​ຫີນ.” ໃນ​ຍາມ​ພັກ​ລະ​ດູ​ຮ້ອນ, ໃນ​ຫໍ​ພິ​ພິ​ທະ​ພັນ​ມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ​ຢູ່​ຕາມ​ຊາກ​ຫີນ​ເມືອງ​ເສິງ​ຈ່ຽງ​ນະ​ຄອນ​ຢູ້​ຊີ​ແຂວງ​ຢຸນ​ນານ, ພະ​ນັກ​ງານ​ໄດ້​ນຳ​ພາ​ນັກ​ຮຽນ​ປະ​ຖົມ​ ແລະ ​ມັດ​ທະ​ຍົມ​ທີ່​ມາ​ຈາກ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ດຳ​ເນີນ​ການ​ສຶກ​ສາ​ຄົ້ນ​ຄວ້າຊາກຫີນ​ເລື້ອຍໆ. “ຫຼັກສູດ​ນີ້​ເປັນ​ຕາ​ມ່ວນຫຼາຍ, ຍັງ​ສາ​ມາດ​ຮຽນ​ຮູ້​ວິ​ທະ​ຍາ​ສາດຫຼາຍ​ຢ່າງ.” ພາຍຫຼັງ​ຫຼັກສູດ​ສຶກ​ສາ​ຄົ້ນ​ຄວ້າ​ສິ້ນ​ສຸດ​ລົງ​ແລ້ວ, ນັກ​ຮຽນ​ທັງຫຼາຍ​ຍັງ​ຢາກ​ສຶ​ກ​ສາ​ຄົ້ນ​ຄວ້າ​ຕໍ່​ໄປ​ອີກ.

ມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ​​ຢູ່ຕາມ​ຊາກ​ຫີນ​ເມືອງ​ເສິງ​ຈ່ຽງ ເປັນ​ການ​ບັນ​ທຶກ​ຮອງ​ຮອຍ​ຊີ​ວິດ​ຂອງ​ໜ່ວຍ​ໂລກໃນ​ຕົ້ນ​ສະ​ໄໝ​ແຄມ​ບຣຽນ ທີ່​ໂຮມ​ສູນ​ທີ່​ສຸດ, ຮັກ​ສາ​ໄດ້​ຄົບ​ຖ້ວນ​ທີ່​ສຸດ ແລະ ມີ​ປະ​ເພດ​ທີ່​ອຸ​ດົມ​ສົມ​ບູນ​ທີ່​ສຸດ. ປັດ​ຈຸ​ບັນ, ໄດ້​ຄົ້ນ​ພົບ​ຊາກ​ຫີນ​ສັດ ແລະ ພືດ​ຫາ​ຍາກ​ໃນ​ສະ​ໄໝ​ແຄມບ​ຣຽນ 20 ກວ່າ​ປະ​ເພດ ແລະ 300 ກວ່າ​ຊະ​ນິດ. ນັບ​ແຕ່​ໄດ້​ເປີດ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ຊົມ​ໂດຍ​ບໍ່​ເສຍ​ຄ່າ​ຢ່າງ​ເປັນ​ທາງ​ການ​ໃນ​ປີ 2020 ເປັນ​ຕົ້ນ​ມາ, ນັບ​ລວມ​ແລ້ວ, ຫໍ​ພິ​ພິ​ທະ​ພັນ​ດັ່ງ​ກ່າວ​ໄດ້​ຕ້ອນ​ຮັບ​ຜູ້​ມາ​ສຶກ​ສາ​ຄົ້ນ​ຄວ້າຫຼາຍກວ່າ 1,5 ລ້ານ​ເທື່ອ​ຄົນ.

ຫວ່າງ​ມໍ່ໆ​ມາ​ນີ້, ອາ​ຈານ​ໃນ​ໂຮງ​ລະ​ຄອນ​ງິ້ວ​ປັກ​ກິ່ງ​ແຂວງ​ຢຸນ​ນານ ແລະ ນັກ​ສຳ​ມະ​ນາ​ກອນ 20 ກວ່າ​ຄົນ​ທີ່​ມີ​ອາ​ຍຸ 6 ຫາ 12 ປີ ໃນ​ຫ້ອງ​ຮຽນ​ງິ້ວ​ປັກກິ່ງ​ເດັກ​ໄດ້​ໄປ​ສະ​ແດງ​ຢູ່​ໂຮງ​ລະ​ຄອນ​ຫຼຽນ​ຮ​ວາ​ສື​ນະ​ຄອນ​ຄຸນ​ໝິງ. ຢູ່​ເທິງ​ເວ​ທີ, ນັກ​ສຳ​ມະ​ນາ​ກອນ​ນ້ອຍ​ທັງຫຼາຍ​ໄດ້​ໃສ່​ຊຸດ​ງິ້ວ​ປັກ​ກິ່ງ​ທີ່​ງົດ​ງາມ ແລະ ມີ​ທ່າ​ຟ້ອນ​ທີ່​ດີຫຼາຍ.

ທ່ານ​ຈ່າງ​ຊື​ເຈຍ ອາ​ຈານ​ໃນ​ໂຮງ​ລະ​ຄອນ​ງິ້ວ​ປັກ​ກິ່ງ​ແຂວງ​ຢຸນ​ນານ​​ເປັນ​ອາ​ຈານມາ​ 30 ປີ​ແລ້ວ. ທ່ານ​ກ່າວ​ວ່າ, ການ​ສະ​ແດງ​ທຸກ​ເທື່ອ, ນັກ​ສະ​ແດງ​ທັງຫຼາຍ​ລ້ວນ​ແຕ່​ໃສ່​ເກີບ​ທີ່​ມີ​ພື້ນ​ສູງ​ເຖິງ 10 ຊັງ​ຕີ​ແມັດ, ໃນ​ເວ​ລາ​ຟ້ອນ, ຕີ​ກັນ ແລະ ຕີ​ລັງ​ກາ, ມີ​ຄວາ​ມ​ທ້າ​ທາຍຫຼາຍ. ທ່ານ​ໂຈ່ວ​ໄຂ ຮອງ​ຫົວ​ໜ້າ​ສະຖາ​ບັນ​ງິ້ວ​ປັກ​ກິ່ງ​ແຂວງ​ຢຸນ​ນານ​ກ່າວ​ວ່າ: “ພວກ​ເຮົາ​ຫວັງ​ວ່າ​ໂດຍຜ່ານ​​ການ​ສະ​ແດງ ແລະ ການ​ສຶກ​ສາ​ຄົ້ນ​ຄວ້າ​ເຫຼົ່າ​ນີ້ ຈະເຮັດ​ໃຫ້​ເດັກ​ນ້ອຍ​ທັງຫຼາຍ​ສາ​ມາດ​ຮຽນ​ຮູ້​ງິ້ວ​ປັກ​ກິ່ງ​ໄດ້​ດີກວ່າ​ເກົ່າ, ດຶງ​ດູດ​ເດັກ​ນ້ອຍ​ທັງຫຼາຍ​ມັກ​ງິ້ວ​ປັກ​ກິ່ງ ແລະ ຮຽນ​ງິ້ວປັກ​ກິ່ງນັບ​ມື້​ນັບຫຼາຍ​ຂຶ້ນ.
ແຫຼ່ງຂ່າວ:​ ໜັງສືພິມລາຍວັນຢຸນນານ

ດໍາເນີນການສິດສອນທ່າມກາງບັນຍາກາດມ່ວນຊື່ນ ເພື່ອໃຫ້ນັກຮຽນເດັກນ້ອຍໄດ້ຮັບການພັດທະນາຢ່າງຮອບດ້ານ