ສາວເຜົ່າຈ້າງເຕັ້ນລໍາທໍາເພງຢ່າງໜ້າສະອອນຕາທີ່ເມືອງແຫ່ງຕຸຍເຊຍ

2023-08-14 17:50:03
ມາຈາກ:


ວັນທີ 4 ເດືອນສິງຫາທີ່ຜ່ານມາ, ທີ່ງານສໍາມະນາສົ່ງເສີມວັດທະນະທໍາ ແລະ ທ່ອງທ່ຽວ ຕຸຍເຊຍເມືອງລາຈື່ ເຂດປົກຄອງຕົນເອງຕິເບດ ຊີຈ້າງ ຄັ້ງທີ 8, ນາງ ເກີຊັງໂຈມາ ນາງສະແດງ ລຸ້ນຊຸມປີ 90 ຂອງກອງສີລະປະເມືອງລາຈື່, ໄດ້ຮອງເພງເຜົ່າຈ້າງທີ່ທີທໍານອງມ່ວນຊື່ນ, ການສະແດງຕຸຍເຊຍທີ່ຍອດຢ້ຽມໄດ້ຮັບສຽງໄຊໂຍຈາກຜູ້ຊົມຢູ່ລຸ່ມເວທີ.

ຕຸຍເຊຍເປັນການຟ້ອນລໍາພື້ນເມືອງຊະນິດໜຶ່ງຂອງຊົນເຜົ່າຕິເບດທີ່ລວມເອົາການຮ້ອງເພງ ແລະ ເຕັ້ນລໍາເຂົ້ານໍາກັນ, ຜູ້ສະແດງໃຊ້ເຄື່ອງດົນຕີຈາມູ້ນ້ຽນທີ່ມີສາຍດີດ 6 ເສັ້ນເປັນເຄື່ອງດົນຕີ. ຕຸຍເຊຍ ເມືອງລາຈື່ ແມ່ນມໍລະດົກວັດທະນະທໍານາມມະທໍາລະດັບຊາດຂອງປະເທດຈີນ, ເມືອງລາຈື່ ຖືກຂະໜານວ່າເປັນ ເມືອງແຫ່ງຕຸຍເຊຍ.

ແຫຼ່ງຂ່າວ: ສໍານັກຂ່າວຊິນຮວາ

ສາວເຜົ່າຈ້າງເຕັ້ນລໍາທໍາເພງຢ່າງໜ້າສະອອນຕາທີ່ເມືອງແຫ່ງຕຸຍເຊຍ