ໄມ້ໄຜ່ທີ່ໃຫຍ່ທີ່ສຸດໃນໂລກ: ໄມ້ໄຜ່ມັງກອນ

2023-08-15 17:41:47
ມາຈາກ:

http://uploadfile.yunnangateway.com/2023/0815/20230815055620308.mp4

ທີ່ບ້ານຫົງ,​ ບ້ານລາວ, ບ້ານນາລ້າ ເມືອງຊາງຢວນ ນະຄອນລິນຊາງ ແຂວງຢຸນນານ, ແຕ່ລະບ້ານຕ່າງກໍໄດ້ປູກໄມ້ໄຜ່ຊະນິດໜຶ່ງ, ຄົນທ້ອງຖິ່ນພາກັນເອີ້ນວ່າ “ໄມ້ໄຜ່ໃຫຍ່”, ຊຶ່ງຮູບຮ່າງຂອງໄມ້ໄຜ່ນີ້ເປັນຊະນິດໄມ້ໄຜ່ທີ່ໃຫຍ່ທີ່ສຸດໃນໂລກ, ຖືກຂະໜານນາມວ່າເປັນ “ເຈົ້າພະຍາໄມ້ໄຜ່”, ເປັນໄມ້ໄຜ່ທີ່ມີລຳໃຫຍ່ທີ່ສຸດຂອງປະເພດໄມ້ໄຜ່ທີ່ພົບເຫັນໃນປັດຈຸບັນ. ເສັ້ນຜ່າກາງຂອງໄມ້ໄຜ່ມັງກອນ ນີ້ໃຫຍ່ເຖິງ 30ກວ່າ ຊັງຕີແມັດ, ມີຄວາມສູງ 30 ກວ່າແມັດ, ມັນຕັ້ງຢູ່ຢ່າງອົງອາດສະຫງ່າຫຼາຍ, ເມື່ອເງີຍຫົວແນມຂຶ້ນກໍບໍ່ເຫັນຮອດປາຍໄຜ່, ຮູ້ສຶກຄືວ່າມັນສູງຊັດຂຶ້ນໄປເທິງກ້ອນເມກພຸ້ນ.

ໄມ້ໄຜ່ມັງກອນມີຄວາມສາມາດໃນການຫຼຸດກາກບອນໄດ້ຫຼາຍ, ປະຊາຊົນທ້ອງຖິ່ນເຜົ່າວາ ໄດ້ນໍາໃຊ້ໄມ້ໄຜ່ມັງກອນເປັນວັດສະດຸການກໍ່ສ້າງ, ເຄື່ອງໃຊ້ປະຈໍາວັນ, ຜະລິດແຜ່ນແພ ແລະອື່ນໆ, ຊຶ່ງໄດ້ຢູ່ກົມກຽວກັບຊີວິດການເປັນຢູ່ຂອງເຜົາວາ.

ໄມ້ໄຜ່ທີ່ໃຫຍ່ທີ່ສຸດໃນໂລກ: ໄມ້ໄຜ່ມັງກອນ