ວິສາຫະກິດດ້ານວັດທະນະທໍາ ແລະ ທ່ອງທ່ຽວ 189 ແຫ່ງ ລົງທະບຽນເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊີໃຕ້

2023-08-16 17:38:35
ມາຈາກ:

ງານວາງສະແດງສິນຄ້າ ຈີນ-ອາຊີໃຕ້ ແລະງານ​ຕະຫຼາດ​ນັດ​ສິນ​ຄ້າ​ຂາ​ເຂົ້າ-ຂາ​ອອກຄຸນໝິງຈີນ ຄັ້ງທີ 27(ຕໍ່ໄປເອີ້ນຫຍໍ້ “ງານວາງສະແດງສິນຄ້າ ຈີນ-ອາຊີໃຕ້”​) ຈັດຂຶ້ນລະຫວ່າງວັນທີ 16 ຫາ ວັນທີ 20 ເດືອນສິງຫາ 2023 ທີ່ສູນວາງສະແດງສາກົນຕ່ຽນສື ນະຄອນຄຸນໝິງ.

ງານວາງສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງນີ້ ໄດ້ສ້າງຫໍວາງສະແດງວັດທະນະທໍາ ແລະ ການທ່ອງທ່ຽວສະເພາະ, ຊຶ່ງຕັ້ງຢູ່ຫໍວາງສະແດງທີ 11 ຊັ້ນ 3 ຂອງສູນວາງສະແດງສາກົນຕ່ຽນສື, ມີເນື້ອທີ່ທັງໝົດ ​10.000 ຕາແມັດ ໂດຍແມ່ນພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງຢຸນນານເປັນຜູ້ຊອບຜິດຊອບຈັດງານ.
ແຫຼ່ງຂ່າວ: ເວັບໄຊຢຸນນານ

ວິສາຫະກິດດ້ານວັດທະນະທໍາ ແລະ ທ່ອງທ່ຽວ 189 ແຫ່ງ ລົງທະບຽນເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊີໃຕ້