ຄົນໄວໜຸ່ມທີ່ເປີດໂຮມສະເຕ ນໍາເອົາຄວາມມີຊີວິດຊີວາມາສູ່ການທ່ອງທ່ຽວຊົນນະບົດ

2023-08-18 13:26:46
ມາຈາກ:

ຄົນໄວໜຸ່ມກັບຄືນຊົນນະບົດ ຕັ້ງຫຼັກປັກຖານຢູ່ຊົນນະບົດ, ສ້າງໂຮມສະເຕທີ່ມີຄຸນນະພາບ, ໄດ້ຂັບເຄື່ອນການພັດທະນາຂອງຮ້ານອາຫານ, ຂະແໜງການວັດທະນະທໍາ ແລະ ການທ່ອງທ່ຽວລວມທັງ ການຄ້າເອເລັກໂຕຼນິກຂອງຊົນນະບົດ.

ນາງ ສິນເຮີຢີ້ ອາຍຸ 28 ປີ ຈາກນະຄອນຊູໂຈ່ວ ແຂວງຈ່ຽງຊູ ກ່າວວ່າ: ຫຼາຍປີຕໍ່ໜ້ານີ້, ຂ້າພະເຈົ້າອາດຈະຢູ່ແຂວງຢຸນນານ, ແຂວງກຸ້ຍໂຈ່ວ, ຫຼືອາດຈະຢູ່ແຂວງເສສວນ, ເຂດຊີຈ້າງ, ຫຼືອາດຈະຢູ່ບ້ານທີ່ບໍ່ມີຊື່ສຽງແຫ່ງໜຶ່ງ. ມາຮອດປັດຈຸບັນ, ນາງ ສິນ ໄດ້ຕັ້ງຫຼັກປັກຖານຢູ່ຊົນນະບົດ ມາເປັນເວລາ 5​ ປແລ້ວ, ນາງໄດ້ປັບປຸງເຮືອນເກົ່າ 30 ປີ ມາເປັນໂຮມສະເຕ, ພ້ອມນັ້ນ, ລາວຍັງໄດ້ເຕົ້າໂຮມທີມງານເພື່ອວາງແຜນການເຮັດໂຄງການພັດທະນາຊົນນະບົດ ຫຼາຍກວ່າ 100 ບ້ານມາແລ້ວ.

ເດືອນ ພະຈິກ ປີຜ່ານມາ, ນາງ ເສີງຊີນົ້ວ ໄດ້ລາອອກຈາກບ່ອນເຮັດວຽກຢູ່ນະຄອນຊຽງໄຮ້ ມາຕັ້ງຖິ່ນຖານຢູ່ນະຄອນຕ້າຫຼີ ແຂວງຢຸນນານ, ລາວໄດ້ເຊົ່າເຮືອນເກົ່າຫຼັງໜຶ່ງຢູ່ບ້ານໜານຊິ່ງເຕິ່ງຕາແສງຊີໂຈ່ວ, ກໍາລັງກຽມເປີດເປັນ ໂຮມສະເຕ ສຳລັບການພັກຜ່ອນຮັກສາສຸຂະພາບ. ນາງ ເສີງຊີນົ້ວ ກ່າວວ່າ: ເມື່ອທຽບກັບຄວາມຈະເລີນຮຸ່ງເຮືອງຂອງຕົວເມືອງແລ້ວ, ທົ່ງນາຊົນນະບົດຂອງກິ່ງແຂວງຕ້າຫຼີ ແຂວງຢຸນນານແຫ່ງນີ້ ຍິ່ງມີຄວາມໃກ້ຊິດກັບທໍາມະຊາດຫຼາຍກວ່າ, ພູຊາງຊານ ແລະ ໜອງເອີໄຫ ທີ່ສະຫງ່າອົງອາດ ສາມາດບໍາລຸງລ້ຽງຈິດໃຈຂອງຄົນດ້ວຍເວດມົນຂອງທໍາມະຊາດ. ເຮືອນໂຮມສະເຕ ຂອງ ນາງ ເສີງຊີນົ້ວ ຕັ້ງຢູ່ຂ້າງຕົ້ນໂພໃຫຍ່ຕົ້ນໜຶ່ງ, ເຊິ່ງມີເດີ່ນບ້ານ ຂະໜາດ 300 ກວ່າຕາແມັດ, ສາມາດເຮັດກິດຈະກໍາກາງແຈ້ງ ທີ່ບັນຈຸຄົນໄດ້ເຖິງ 40 ຫາ 50 ຄົນ.

ນາງ ເສີງຊີນົ້ວ ກ່າວຕື່ມວ່າ: ສໍາລັບບ້ານພັກສ່ວນຫຼາຍຕົ້ນຕໍແມ່ນສຳລັບການພັກເຊົາເທົ່ານັ້ນ, ແຕ່ສໍາລັບໂຮມສະເຕຂອງຂ້ອຍ ແມ່ນເນັ້ນດ້ານເນື້ອໃນຫຼາຍກວ່າ. ພາຍໃນເຮືອນໂຮມສະເຕ ຂອງນາງ ມີພື້ນທີ່ສຳລັບການຮຽນໂຍຄະ, ວິຊາບໍາລຸງຮັກສາຈິດໃຈປະຈໍາວັນ,​ ມີສະຖານທີ່ອ່ານປື້ມ, ຮັບເໝົາຈັດງານລ້ຽງ ຕ່າງໆ. ນາງຍັງວາງແຜນຈະເຊົ່າເຮືອນປະຊາຊົນຢູ່ເຂດອ້ອມຂ້າງຕື່ມອີກ ເພື່ອສ້າງເປັນຊຸມຊົນຢູ່ຮ່ວມກັນ, ເຮັດໃຫ້ນັກທ່ອງທ່ຽວທີ່ມາພັກເຊົານໍາກັນສາມາດເຮັດກິດຈະກໍາຮ່ວມກັນ ທັງສ້າງເປັນຊຸມຊົນຄົນໄວໜຸ່ມ ທີ່ເຕັມໄປດ້ວຍຄວາມມີຊີວິດຊີວາ, ແລະ ຈະສາມາດດຶງດູງຄົນໄວໜຸ່ມກັບຄືນຊົນນະບົດໄດ້ຫຼາຍຍິ່ງຂຶ້ນ.

ແຫຼ່ງຂ່າວ:​ ໜັງສືພິມກໍາມະກອນ

ຄົນໄວໜຸ່ມທີ່ເປີດໂຮມສະເຕ ນໍາເອົາຄວາມມີຊີວິດຊີວາມາສູ່ການທ່ອງທ່ຽວຊົນນະບົດ