ສາຍມິ່ງສາຍແນນລະຫວ່າງຂ້ອຍກັບປະເທດລາວ
ສາຍມິ່ງສາຍແນນລະຫວ່າງຂ້ອຍກັບລາວເລີ່ມແຕ່ປີ 2017. ປີນັ້ນ, ລູກສາວຂ້ອຍໄດ້ສອບເສັງຜ່ານ ແລະ ໄປຮຽນວິຊາພາສາລາວຢູ່ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ. ກ່ອນນັ້ນ, ສາມາດເວົ້າໄດ້ວ່າຂ້ອຍບໍ່ຮູ້ຈັກປະເທດລາວຈັກໜ້ອຍ, ຍິ່ງບໍ່ຕ້ອງເວົ້າເລີຍວ່າມີ ”ສາຍພົວພັນໃດ” ເລີຍກັບລາວ. ແຕ່ວ່າ, ທີ່ຈິງແລ້ວຂ້ອຍບໍ່ຮູ້ເລີຍວ່າ ກໍແມ່ນເລີ່ມຈາກປີນັ້ນເປັນຕົ້ນມາ ສາຍມິ່ງສາຍແນນລະຫວ່າງຂ້ອຍກັບລາວ ມັນຖືກກຳນົດທີ່ຈະຄົງຢູ່ຕໍ່ໄປຕະຫຼອດຊີວິດ.
ການຮູ້ຈັກປະເທດລາວເທື່ອທໍາອິດ ແມ່ນໃນຫ້ອງຮຽນຂອງມະຫາວິທະນາໄລພາສາຕ່າງປະເທດປັກກິ່ງ. ເມື່ອສົ່ງລູກສາວໄປມະຫາວິທະຍາໄລ, ພໍ່ແມ່ທັງໝົດຂອງຜູ້ທີ່ຖືກຮຽນວິຊາພາສາລາວລ້ວນແຕ່ເຕົ້າໂຮມກັນຢູ່ຫ້ອງຮຽນ ເພື່ອຟັງການແນະນໍາຂອງອາຈານບົວຄໍາ ແລະ ອາຈານແສງມະນີ ກ່ຽວກັບສະພາບການຮໍ່າຮຽນ ແລະ ການປະກອບອາຊີບຂອງວິຊາພາສາລາວ. ກໍແມ່ນໃນເມື່ອນັ້ນ, ຂ້ອຍຈຶ່ງໄດ້ຮັບຮູ້ວ່າ ປະເທດລາວເປັນປະເທດເພື່ອນມິດແທ້ຂອງຈີນ, ແລະ ຍ້ອນ “ໜຶ່ງແລວ ໜຶ່ງເສັ້ນທາງ” ມິດຕະພາບລະຫວ່າງສອງປະເທດກໍາລັງກ້າວເຂົ້າສູ່ລວງເລິກເລື້ອຍໆ.
ໃນໄລຍະເວລາທີ່ລູກສາວເຂົ້າມະຫາວິທະຍາໄລນັ້ນ, ຂ້ອຍກໍຮູ້ຈັກກັບປະເທດລາວດີຂຶ້ນເລື້ອຍໆ. ມະຫາວິທະຍາໄລໄດ້ຈັດໃຫ້ພວກນັກສຶກສາເຂົ້າຮ່ວມກິດຈະກໍາຕ່າງໆກ່ຽວກັບລາວ, ໃນນັ້ນ ສິ່ງທີ່ມີຄວາມປະທັບໃຈຢ່າງເລິກເຊິ່ງທີ່ສຸດແມ່ນກິດຈະກໍາສະເຫຼີມສະຫຼອງການກໍ່ສ້າງສາຍພົວພັນການທູດລາວຈີນຄົບຮອບ 60 ປີ, ຜູ້ສາວລ້ວນແຕ່ນຸ່ງສິ້ນທີ່ມີຮູບແບບງາມຢ່າງປານີດ, ເຊິ່ງເປັນເຄື່ອງນຸ່ງມູນເຊື້ອຊົນເຜົ່າລາວ, ແລະ ມີຮູບລວດລາຍຮີດຄອງປະເພນີຫຍິບຢູ່ເທິງສິ້ນ, ສໍາລັບແພບ່ຽງນັ້ນ ຍິ່ງສະແດງໃຫ້ເຫັນເຖິງລັກສະນະທ່າທາງທີ່ຄ່ຽມຄົມ. ວາດຟ້ອນທີ່ອອນຊອນຄ້າຍຄືວ່າໄດ້ພາຂ້ອຍເຂົ້າໄປສູ່ປະເທດລາວທີ່ເປັນປະເທດເກົ່າແກ່ແຫ່ງນີ້. ຄວາມຮູ້ສຶກທີ່ເລິກເຊິ່ງຂຶ້ນຕໍ່ລາວ, ແມ່ນໃນປີ 2019 ທີ່ລູກສາວໄດ້ເປັນນັກຮຽນແລກປ່ຽນໄປຮໍ່າຮຽນຢູ່ມະຫາວິທະຍາໄລແຫ່ງຊາດລາວ.
ຜູ້ຄົນຕ່າງກໍເວົ້າວ່າ ເປັນຍ້ອນຄົນໆໃດໜຶ່ງ ຈຶ່ງຫຼົງຮັກເມືອງໆໜຶ່ງ, ສໍາລັບຂ້ອຍເປັນຍ້ອນຄົນໆໜຶ່ງ ຈຶ່ງຫຼົງຮັກເມືອງໆໜຶ່ງ. ຂ້ອຍໄດ້ຊອກຄົ້ນຫາຂໍ້ມູນກ່ຽວກັບລາວຢູ່ໃນອິນເຕີເນັດຢ່າງຫຼວງຫຼາຍ, ເຄື່ອງນຸ່ງຫົ່ມ, ອາຫານການກິນ, ທີ່ພັກອາໄສ, ການຄົມມະນາຄົມ ແລະອື່ນໆ ທຸກຢ່າງບໍ່ໃຫ້ຕົກຫຼົ່ນ. ແຕ່ວ່າ ຂ້ອຍຍັງເປັນຫວ່ງຫຼາຍ, ຂ້ອຍຈະຕິດຕາມສະພາບອາກາດຂອງນະຄອນຫຼວງວຽງຈັນລາວທາງອິນເຕີເນັດທຸກໆມື້, ສົນໃຈຕໍ່ທຸກຂໍ້ມູນຂ່າວສານກ່ຽວກັບລາວ ແລະ ປະເທດຈີນພວກເຮົາ. ເມື່ອລູກສາວໄດ້ລື້ງເຄີຍກັບປະເທດລາວແລ້ວ ໄດ້ສົ່ງຂ່າວມາຢ່າງບໍ່ຢຸດຢັ້ງ, ເຊິ່ງເຮັດໃຫຂ້ອຍຮູ້ສຶກວ່າຄວາມກັງວົນຂອງຂ້ອຍແມ່ນຫຼາຍເກີນໄປ. ປະເທດລາວເປັນປະເທດສາສະໜາພຸດ, ປະຊາຊົນລາວລ້ວນແຕ່ເປັນຄົນໃຈດີ, ແລະ ມີຮີດຄອງປະເພນີທີ່ເອື້ອເຟື້ອເຜື່ອແຜ່. ຄົນລາວກໍເຄົາລົບຄົນຈີນຫຼາຍ, ນອກຈາກນີ້ແລ້ວ, ຍັງມີຄົນຈີນຫຼາຍຄົນຕັ້ງພູມລໍາເນົາຢູ່ລາວ, ສາມາດກິນອາຫານຈີນໄດ້.
ໃນເວລາຮຽນຢູ່ລາວ, ລູກສາວມັກຈະແບ່ງປັນເລື່ອງລາວສະພາບຊີວິດການເປັນຢູ່ອັນດີງາມໃນຕອນທີ່ຮຽນຢູ່ລາວ. ມີ່ເຝີປະເພດຕ່າງໆ, ໝູປີ້ງ, ປານິນໜຶ້ງໝາກນາວ, ລາບຊີ້ນ, ຕໍາໝາກຫຸ່ງ ແລະອື່ນໆ, ຍັງມີເຄື່ອງດື່ມເຢັນທີ່ດຶງດູດຄວາມນິຍົມຫຼາຍຄື ນໍ້າປັ່ນໝາກໄມ້ສົດ ແລະ ເບຍລາວ, ເຮັດໃຫ້ຄົນຄຶດຢາກກິນຫຼາຍ. ໃນໄລຍະຢູ່ລາວ, ລູກສາວໄດ້ໄປທ່ຽວ ແລະ ສໍາຜັດທິວທັດອັນສວຍງາມຂອງລາວຢ່າງເລິກເຊິ່ງ, ຈິດໃຈຂອງຂ້ອຍກໍໄປກັບລູກສາວໄດ້ໄປທ່ຽວເມືອງຕ່າງໆເຊັ່ນ: ຫຼວງພະບາງ, ວຽງຈັນ, ວັງວຽງ ແລະອື່ນໆ, ຍັງມີແຫຼ່ງທ່ອງທ່ຽວທໍາມະຊາດທີ່ມີມົນສະເໜ່ຫຼາຍ ແລະ ບໍ່ມີຫຼາຍຄົນໄດ້ໄປຮອດ. ເມື່ອເຫັນຮູບຕ່າງໆທີ່ລູກສາວສົ່ງມາ, ຂ້ອຍມີຄວາມປາຖະໜາຢາກໄປຢ່າງຫຼວງຫຼາຍ.
ປັດຈຸບັນນີ້, ລູກສາວໄດ້ຮຽນຈົບຈາກມະຫາວິທະຍາໄລແລ້ວ, ວຽກງານທີ່ລາວເຮັດກໍມີສາຍພົວພັນອັນແໜ້ນແຟ້ນກັບລາວ. ວັນທີ 3 ເດືອນ ທັນວາ 2021, ເສັ້ນທາງລົດໄຟລາວ-ຈີນເປີດການນໍາໃຊຕະຫຼອດສາຍ, ເດືອນເມສາປີນີ້ລົດໄຟຂົນສົ່ງຜູ້ໂດຍສານສາກົນຂອງທາງລົດໄຟລາວ-ຈີນໄດ້ເປີດການນໍາໃຊ້ຢ່າງເປັນທາງການ, ຈາກນະຄອນຄຸນໝິງຮອດນະຄອນຫຼວງວຽງຈັນສາມາດບັນລຸການເດີນທາງເລີ່ມອອກແຕ່ຕອນເຊົ້າ ໄປຮອດເມື່ອຕອນແລງ. ຂ້ອຍຮູ້ວ່າ, ມື້ທີ່ຈະໄດ້ໄປທ່ຽວລາວນັ້ນ ນັບມື້ນັບໃກ້ເຂົ້າມາແລ້ວ!
ລູກສາວເວົ້າວ່າ, ແມ່ເອີຍ, ພວກເຮົາພາກັນໄປລາວເພື່ອສືບຕໍ່ສາຍມິ່ງສາຍແນນກັບລາວກັນເທາະ!
ຈາກ: ວາລະສານຈໍາປາ