ເຫີທຽນ: ນຳເອົາ “ການປີ້ງ” ສະແດງບົດບາດອອກມາຢ່າງເຕັມທີ່
ເມື່ອເວົ້າເຖິງການຈັບຄູ່ຂອງອາຫານປີ້ງ ແລະ ແຜ່ນແປ້ງ, ແມ່ນຍັງອອກຈາກສະຖານທີ່ສຳຄັນຂອງອາຫານປີ້ງອີກແຫ່ງໜຶ່ງບໍ່ໄດ້ ກໍຄື—ເຂດເຫີທຽນ(Hetian) ເຂດປົກຄອງຕົນເອງ ອຸຍກູ ຊິນຈ່ຽງ(Xinjiang Uygur Autonomous Region) ພາກເໜືອຂອງເຫີທຽນ ແມ່ນຕິດກັບທະເລຊາຍທີ່ໃຫຍ່ທີ່ສຸດຂອງປະເທດຈີນ-ທະເລຊາຍທາເຄີລາມາການ (Taklimakan), ພັນປີມານີ້, ພູມອາກາດທີ່ແຫ້ງແລ້ງເຮັດໃຫ້ຄົນເຫີທຽນ “ປີ້ງໄດ້ທຸກສິ່ງ”, ຜ່ນແປ້ງໜາງ (Nang, ແຜ່ນແປ້ງຊະນິດໜຶ່ງທີ່ມີຮູບຮ່າງວົງມົນ), ຊາລາເປົາ,ແກະເປັນໂຕຈົນຮອດໄຂ່ໄກ່, ໝາກອຶ ແລະ ໝາກໄມ້ຊະນິດຕ່າງໆ,ລ້ວນແຕ່ສາມາດນໍາໃຊ້ລະດັບຄວາມຮ້ອນຂອງແປວໄຟ ແລະ ຫີນຊາຍເພື່ອກໍ່ໃຫ້ເກີດ “ລົດຊາດເຫີທຽນ” ທີ່ເປັນເອກະລັກ.
ປີ້ງຊີ້ນທີ່ເກົ່າແກ່ທີ່ສຸດແມ່ນກຳເນີດມາຈາກຂຸມຊາຍເຊັ່ນດຽວກັນ, ກ່ອນເຕົາປີ້ງຈະໄດ້ຮັບການຄິດຄົ້ນ, ຄົນເຫີທຽນໃຊ້ທ້ອງແກະຫໍ່ຊີ້ນແກະ, ຈາກນັ້ນກໍໃຊ້ກິ່ງຫຼິວ (Liu) ແດງສຽບປິດ, ຍັດລົງໄປໃນຊາຍຮ້ອນໆເພື່ອອົບປີ້ງ, ນີ້ຄືພູມປັນຍາບູຮານທີ່ເອີ້ນວ່າ “ການປັບໂຕເຂົ້າກັບສະພາບທ້ອງຖິ່ນ”, ຖ່າຍທອດອຸນຫະພູມຈາກດິນແດນແຫ່ງນີ້.
ມາຮອດມື້ນີ້, ເຕົາປີ້ງເຮັດໃຫ້ຊີ້ນແກະມີຮູບຮ່າງ ແລະ ລົດຊາດດຶງດູດໃຈຍິ່ງຂຶ້ນ. ຊີ້ນແກະໃນຊິນຈ່ຽງກໍມີຄວາມສົດໃນໂຕ ແລະ ບໍ່ມີກິ່ນສາບ, ດ້ວຍເຫດນີ້, ຄົນທ້ອງຖິ່ນມັກກິນປີ້ງຊີ້ນດ້ວຍການປະສົມເຄື່ອງປຸງແບບງ່າຍໆ, ໂຮຍເກືອລົງໜຶ່ງກຳມື, ຫຼືວ່າຢົດນໍ້າເກືອລົງເທິງຈານ, ຂັ້ນຕອນການປຸງລົດຊາດກໍສຳເລັດແລ້ວ.
ປີ້ງແຜ່ນແປ້ງໜາງ ແມ່ນການຈັບຄູ່ທີ່ດີທີ່ສຸດຂອງຊີ້ນແກະ. ໃຊ້ກ້ອນແປ້ງແບອອກເປັນແຜ່ນບາງ, ເທິງໜ້າແປ້ງທຸບເຈາະຮູນ້ອຍຢ່າງລະອຽດ ແລະ ສະໝໍ່າສະເໝີ, ກາຍເປັນລວດລາຍດາວເປັນເມັດໆ, ປ້ອງກັນການແຕກຍາມອົບປີ້ງ. ທານໍ້າມັນ, ຫຼັງຈາກໂຮຍໝາກງາລົງຊັ້ນໜຶ່ງແລ້ວ, ກໍເອົາລົງ “ເຕົາໜາງ” ທີ່ໃຊ້ດິນດາກກໍ່ຂຶ້ນມາ, ແຜ່ນແປ້ງໜາງທີ່ປີ້ງອອກມາບາງກອບ ແລະ ມີສີເຫຼືອງຄຳ, ຍັງຄົງຮັກສາຄວາມຫອມດັ້ງເດີມຂອງເຂົ້າບະເລ່. ໃຊ້ແຜ່ນແປ້ງໜາງຫໍ່ຊີ້ນສຽບໄມ້ໃຫ້ແໜ້ນໆ, ຈາກນັ້ນດຶງໄມ້ສຽບເຫຼັກອອກມາ, ກິນແຜ່ນໜາງກັບຊີ້ນນຳກັນ,ກິນແລ້ວດື່ມນໍ້າແກງຊີ້ນແກະຄຳໜຶ່ງ, ຫຼື ຊາສະໝຸນໄພ ແລະ ນົມສົ້ມຈອກໜຶ່ງ, ລ້ວນແຕ່ແມ່ນການຈັບຄູ່ທີ່ດີທີ່ສຸດ.
ນອກຈາກແຜ່ນແປ້ງໜາງແລ້ວ, ປີ້ງຊາລາເປົາກໍແມ່ນໜຶ່ງໃນຕົວເລືອກທີ່ດີທີ່ສຸດຂອງຊາຍາມບ່າຍ ແລະ ອາຫານເຊົ້າຂອງຄົນເຫີທຽນ. ຢ່າເບິ່ງວ່າຊາລາເປົາບໍ່ໃຫຍ່, ເປືອກແປ້ງບາງໆເກືອບວ່າຍັດໄສ້ຊີ້ນໃສ່ຈົນເຕັມ, ເຄິ່ງໜຶ່ງໃສ່ຂາແກະຊອຍເປັນສີ່ຫຼ່ຽມນ້ອຍ, ອີກເຄິ່ງໜຶ່ງເພີ່ມກ້ອນສີ່ຫຼ່ຽມນ້ອຍຂອງນໍ້າມັນແກະ, ປີ້ງອອກມາຈຶ່ງມີຄວາມສົດນຸ້ມນໍ້າຫຼາຍ;ປະສົມກັບຫົວຫອມສັບເຂົ້າໄປ, ເຮັດໃຫ້ລົດຊາດມີຄວາມສົມບູນເປັນຊັ້ນໆ, ລົດຊາດຫວານສົດໃໝ່.
ເຫີທຽນ ຍັງມີວິທີການເຮັດທີ່ທັນສະໄໝເປັນພິເສດຊະນິດໜຶ່ງຄື — ປີ້ງຊີ້ນໝາກໂມ. ເປີດຫົວທາງເທິງຂອງໝາກໂມອອກ, ນຳເອົາເນື້ອໝາກໂມສ່ວນໜຶ່ງອອກມາ, ແລ້ວຍັດຊີ້ນແກະລົງໄປ, ແລ້ວປະສົມຜົງຂີງ, ຜົງຈືຫຼານ (Ziran),ຫົວຫອມຊອຍເປັນຝອຍ, ໝາກເຜັດຂຽວແດງຊອຍເປັນຝອຍ ແລະ ສ່ວນປະສົມອື່ນໆ, ຍັດລົງໄປອົບຢູ່ເຕົາໜາງ. ແບບນີ້ ຊີ້ນທີ່ປີ້ງອອກມາສົດນຸ້ມ, ທັງຍັງມີຄວາມຫວານເຢັນຈາກໝາກໂມ.
ເທິງຜືນແຜ່ນດິນເຫີທຽນ, ບໍ່ວ່າຈະແມ່ນຄວາມບູຮານ ຫຼື ຄວາມທັນສະໄໝ, ບໍ່ວ່າຈະແມ່ນຢູ່ໃນເຕົາໜາງ ຫຼື ເຕົາປີ້ງ, ໃນດ້ານການປຸງແຕ່ງອາຫານ ຄົນເຫີທຽນມີພະລັງຈິນຕະນາການອັນອຸດົມສົມບູນ, ນີ້ກໍແມ່ນຂອງຂວັນທີ່ສະພາບແວດລ້ອມທຳມະຊາດອັນເປັນເອກະລັກມອບໃຫ້ຜືນແຜ່ນດິນແຫ່ງນີ້.
ຈາກ: ວາລະສານຈໍາປາ