ສໍາຜັດກັບ “ວິຖີຊີວິດຢຸນນານ” ໃນງານວາງສະແດງສິນຄ້າ ຈີນ-ອາຊີໃຕ້

2023-08-30 18:33:07
ມາຈາກ:

ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ ຈີນ-ອາ​ຊີ​ ໃຕ້​ຄັ້ງ​ທີ 7 ທີ່​ຫາກໍ​ສິ້ນ​ສຸດ​ລົງ​ເມື່ອ​ມໍ່ໆ​ມາ​ນີ້, ຫໍ​​ວາງ​ສະ​ແດງວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ​ເປັນ​ຫໍ​ວາງ​ສະ​ແດງ​ທີ່​ມ່ວນ​ຊື່ນ​, ມີ​ອາ​ຫານ​ແຊບ​ຊ້ອຍ​ ແລະ ຄຶກ​ຄື້ນ​ທີ່​ສຸດ. ຢູ່​ທີ່​ນີ້, ທ່ານ​ສາ​ມາດ​ສຳ​ຜັດ​ກັບ “ວິຖີຊີ​ວິດ​ຢຸນ​ນານ”.

ຫໍ​ວາງ​ສະ​ແດງວັດ​ທະ​ນະ​ທຳ​ ແລະ​ ທ່ອງ​ທ່ຽວ​ໃນ​ປີ​ນີ້​ໄດ້​ສ້າງ​ຂຶ້ນ​ ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້ “ວິຖີຊີ​ວິດ​ຢຸນ​ນານ” ໂດຍ​ມີ​ຫໍ​ວາງ​ສະ​ແດງ​ເປີດ​ສາກ, ເຂດ​ວາງ​ສະ​ແດງ​ໂຄງ​ການ​ມໍ​ລະ​ດົກ​ວັດ​ທະ​ນ​ະ​ທຳ​ນາມ​ມະ​ທຳ, ເຂດ​ວາງ​ສະ​ແດງ​ໂຄມ​ໄຟ​ຢຸ​ນ​ນານ​

ແລະ ​ງິ້ວ​ຢຸນ​ນານ, ເຂດ​ວາງ​ສະ​ແດງ​ການ​ທ່ອງ​ທ່ຽວ​ແບບອັດ​ສະ​ລິ​ຍະ, ເຂດ​ວາງ​ສະ​ແດງ​ຮູບ​ຊົງ​ວັດ​ທ​ະ​ນະ​ທຳ​ ແລະ​ ທ່ອງ​ທ່ຽວ​ກິ່ງ​ແຂວງ​ ແລະ​ ນະ​ຄອນ, ເຂດ​ວາງ​ສະ​ແດງວິ​ສາ​ຫະ​ກິດ​ວັດ​ທະ​ນະ​ທຳ​ ແລະ​ ທ່ອງ​ທ່ຽວ, ເຂດ​ວາ​ງ​ສະ​ແດງ​ສື່ມວນ​ຊົນ ແລະ ເຂດ​ວາງ​ສະ​ແດງ​ ແລະ​ ຈຳ​ໜ່າຍ​ສິນ​ຄ້າ​ວັດ​ທະ​ນະ​ທຳ​ແລະ​ ທ່ອງ​ທ່ຽວ​ເປັນ​ຕົ້ນ.

ຢູ່​ທີ່​ນີ້, ການກິນເຂົ້າ​ດ້ວຍ​ມື​​ຂອງ​ເຜົ່າ​ລື້, ໝາກ​ໂປ້ມ​ຈ່າວ​ທົ່ງ​ທີ່​ຫວານ​ດີ ແລະ ໝາກ​ກີ​ວີ​ທີ່​ມີ​ທາດ​ໂປ​ຣ​ຕິນ​ທີ່​ອຸ​ດົມ​ສົມ​ບູນ; ດື່ມ​ກາ​ເຟ​ພູເອີ​ທີ່​ຫອມ​ຫວນ ແລະ ຊາ​ຊານ​ຕ້າວ​ເຜົ່າ​ປ໋າຍ​ຕ້າຫຼີ; ຢູ່​ຢຸນ​ນານ, ມີ​ລາຍ​ການ​ຟ້ອນ​ລຳ​ທຳ​ເພງ​ທີ່ເປັນ​ເອ​ກະລັກ​ພິ​ເສດ​ຂອງ​ຊົນ​ເຜົ່າ​ສ່​ວນ​ໜ້ອຍ, ມີ​ຜະ​ລິດ​ຕະ​ພັນ​ປະ​ດິດສ້າງ​ໃໝ່​ດ້ານ​ວັດ​ທະ​ນະ​ທຳ​ນາມມະ​ທຳ​ທີ່​ອຸ​ດົມ​ສົມ​ບູນ, ມີ​ງິ້ວ​ໂຄມ​ໄຟ​ ແລະ ​ງິ້ວ​ຢຸນ​ນານ; ທ່ານ​ສາ​ມາດ​ໄປ​ຊອກ​ຮູ້​ແບບ​ແຜນ​ຊີ​ວິດທີ່​ມີຫຼາກຫຼາຍ​ສີ​ສັນ​ໃນ​ການ​ເຂົ້າຊົມ​ຫໍ​ວາງ​ສະ​ແດງ​ຕ່າງໆ ເພື່ອສຳ​ຜັດ​ກັບ​ຄວາມ​ມີ​ສະ​ເໜ່​ຂອງ​ແຂວງ​ຢຸນ​ນານ.

ທີ່​ຈິງ​ແລ້ວ, “ວິຖີຊີ​ວິດ​ຢຸນ​ນານ” ​ໄດ້​ມີ​ຢູ່​ທຸກ​ແຫ່ງ​ຫົນໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້, ທ່ານ​ສາ​ມາດ​ຊອກ​ຮູ້​ປັດ​ໄຈ “ຊັບພະ​ຍາ​ກອນ​ຢຸນ​ນານ” ໃນ​ຫໍ​ວາງ​ສະ​ແດງ​ຊັບ​ພະ​ຍາ​ກອນ​ ແລະ ເສດ​ຖະ​ກິດ; ທ່ານ​ສາ​ມາດ​ຄົ້ນຫາ​ປັດ​ໄຈ “ວິ​ທະ​ຍາ​ສາດ​ເຕັກ​ໂນໂລ​ຊີ​ຢຸນ​ນານ” ໃນ​ຫໍ​ວາງສະ​ແດງອຸດ​ສາ​ຫະ​ກຳ​ການ​ຜະລິດ​ທີ່​ທັນ​ສະ​ໄໝ; ໄປ​ພົບ​ກັບ​ປັດໄຈ “ສິນ​ຄ້າ​ສະ​ເພາະ​ແຂວງຢຸນ​ນານ” ໃນ​ຫໍ​ວາງ​ສະ​ແດງ​ກະ​ສິ​ກຳ​ທັນ​ສະ​ໄໝ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ເທິງ​ພູ​ພຽງ; ໄປ​ຊອກ​ຮູ້​ປັດ​ໄຈ “ບຳ​ລຸງ​ສຸ​ຂະ​ພາບ​ຢຸນ​ນານ” ຢູ່​ຫໍ​ວາງ​ສະ​ແດງ​ແພດ​ຊີ​ວະ​ສາດ ແລະ ​ສຸ​ຂະພາບເຫຼົ່າ​ນີ້​ເປັນ​ຕົ້ນ, ຊຶ່ງລ້ວນແລ້ວ​ແຕ່​ໄດ້ສ່ອງແສງ​ໃຫ້​ເຫັນ​ເຖິງ “​ວິຖີຊີ​ວິດ​ຢຸນ​ນານ”.
(ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ)

ສໍາຜັດກັບ “ວິຖີຊີວິດຢຸນນານ” ໃນງານວາງສະແດງສິນຄ້າ ຈີນ-ອາຊີໃຕ້