ນັກຂ່າວຕ່າງປະເທດສໍາຜັດຊີວິດທີ່ສຸກສັນກັບການ “ດື່ມກາເຟຕອນເຊົ້າ ແລະ ດື່ມນໍ້າຊາຕອນແລງ” ຢູ່ນະຄອນພູເອີ
ລະຫວ່າງວັນທີ 17 ຫາ 19 ສິງຫາຜ່ານມາ, ມີນັກຂ່າວຈາກ 6 ປະເທດ ຄື: ອີຣັກ, ຊອກດານີ, ມາລົກ, ປາເລັສຕິນ, ເນປານ ແລະ ຫວຽດນາມ ໄດ້ໄປເກັບກຳຂ່າວຢູ່ນະຄອນພູເອີ (Pu’er) ແຂວງຢຸນນານ ສປ ຈີນ ເພື່ອຄົ້ນຫາເສັ້ນທາງບູຮານທີ່ໃຊ້ມ້າຂົນສົ່ງໃບຊາ (ເສັ້ນທາງມ້າຊາ) ຊຶ່ງມີປະຫວັດຄວາມເປັນມານັບເປັນເວລາພັນປີ ແລະ ສຳຜັດກັບຊີວິດທີ່ສຸກສັນກັບການ “ດື່ມກາເຟຕອນເຊົ້າ ແລະ ດື່ມນ້ຳຊາຕອນແລງ”.
ກາເຟພູເອີເປັນກາເຟເມັດນ້ອຍທີ່ປູກຕາມພູສູງໃນເຂດປູກກາເຟດີເລີດ ແລະ ຖືກເອີ້ນວ່າເປັນໜຶ່ງໃນ “ກາເຟທີ່ມີຄຸນນະພາບທີ່ດີທີ່ສຸດ” ໃນໂລກ. ນາງ ຫງວຽນເທີແຕຣງ ນັກຂ່າວຫວຽດນາມກ່າວວ່າ: “ຂ້າພະເຈົ້າມັກດື່ມກາເຟໃສ່ນ້ຳຕານ ແລະ ນົມ, ແຕ່ໃນເວລາທີ່ຂ້າພະເຈົ້າດື່ມກາເຟພູເອີໃນຫຼາຍມື້ມານີ້, ບໍ່ໄດ້ຕື່ມຫຍັງເລີຍ, ເພາະວ່າລົດຊາດເດີມຂອງກາເຟພູູເອີແຊບອີ່ຫຼີ.”
ໃນຂະນະທີ່ຄະນະນັກຂ່າວຕ່າງປະເທດດື່ມກາເຟພູເອີທີ່ຫອມຫວນແລ້ວ, ກໍໄດ້ຊິມຊາພູເອີໄປພ້ອມກັນ ຊຶ່ງເປັນການໄດ້ສຳຜັດກັບຊີວິດສຸກສັນທີ່ “ເມືອງໜຶ່ງມີສອງລົດຊາດ” ຂອງນະຄອນພູເອີ. ທ່ານ ອາລີ ຊາບາ ກາຣີມ ອານ ຄາຟາຈີ ນັກຂ່າວອີຣັກກ່າວວ່າ, ທ່ານເດີນທາງມາພູເອີເປັນຄັ້ງທຳອິດ. ທ່ານມັກວັດທະນະທຳຊາທີ່ເຂັ້ມຂຸ້ນ ແລະ ສີມືປຸງແຕ່ງກາເຟຂອງນະຄອນພູເອີທີ່ສຸດ, ຫວັງວ່າຈະມີໂອກາດພາໝູ່ເພື່ອນມາສຳຜັດກັບວັດທະນະທຳຊາ ແລະ ສີມືປຸງແຕ່ງກາເຟຂອງພູເອີອີກ.
ນາງ ຊາຣີຕາ ຊັບໂກຕາ ນັກຂ່າວເນປານກ່າວວ່າ: “ນະຄອນພູເອີໄດ້ອະນຸລັກສິ່ງແວດລ້ອມ ແລະ ມູນເຊື້ອວັດທະນະທຳຂອງຕົນເປັນຢ່າງດີ ຊຶ່ງໄດ້ບົ່ມເພາະວັດທະນະທຳຊາ ທີ່ມີເອກະລັກພິເສດຂອງຕົນ. ຂ້າພະເຈົ້າຍິນດີນຳເອົາວັດທະນະທຳຊາຂອງຈີນໄປເຜີຍແຜ່ຢູ່ປະເທດຂອງຂ້າພະເຈົ້າ.”
ນັກຂ່າວ: ຫຼີຫຼິງ, ຫຼີຈາ, ຫວັງຈິງຈົງ