ອາການປິ້ງມີຮ້ອຍລົດຊາດ

2023-09-04 18:35:28
ມາຈາກ:

ທຸກໆເມືອງໃນປະເທດຈີນ, ວິທີການປີ້ງ, ວັດຖຸດິບ ແລະ ລົດຊາດ ແມ່ນມີຄວາມແຕກຕ່າງກັນ, ໃນໃຈຂອງແຕ່ລະຄົນລ້ວນແຕ່ມີແຜນທີ່ອາຫານປີ້ງແຜ່ນໜຶ່ງ, ໃນໃຈຂອງທຸກຄົນລ້ວນແຕ່ມີຄວາມຫວັງ ແລະ ການຄາດຕໍ່ການຫາອາຫານອັນແຊບຊ້ອຍ. ໜຶ່ງເມືອງ ໜຶ່ງລົດຊາດ, ພວກເຮົາໄດ້ເລືອກເອົາວັດທະນະທຳການປີ້ງຂອງເມືອງຕົວແທນຫຼາຍແຫ່ງໃນພາກຕາເວັນຕົກສ່ຽງເໜືອ, ພາກຕາເວັນຕົກສ່ຽງໃຕ້ ແລະ ພາກຕາເວັນອອກສ່ຽງເໜືອຂອງຈີນມາດຳເນີນການອະທິບາຍ, ລົດຊາດແມ່ນອາຫານປີ້ງ, ຍັງແມ່ນຄວາມຫຼາກຫຼາຍຂອງຕົວເມືອງ.

ນະຄອນຊີຊາງ: ການປີ້ງດ້ວຍ “ຕາໜ່າງເຫຼັກ” ກາຍເປັນເຄື່ອງໝາຍໄຈ້ແຍກອັນເປັນເອກະລັກ

ຊົນເຜົ່າຢີ (Yi) ແມ່ນໜຶ່ງໃນຊົນເຜົ່າໜ້ອຍທີ່ມີວັດທະນະທຳບູຮານ ແລະ ປະຫວັດສາດອັນຍາວນານໃນປະເທດຈີນ, ສ່ວນະຄອນຊີຊາງ (Xichang) ທີ່ຕັ້ງຢູ່ ກິ່ງແຂວງປົກຄອງຕົນເອງຊົນເຜົ່າຢີຫຼຽງຊານ ( Liangshan Yi Autonomous Prefecture) ແຂວງເສສວນ (Sichuan), ແມ່ນເຂດທີ່ພັກອາໄສຮ່ວມກັນຂອງຊົນເຜົ່າຢີທີ່ໃຫຍ່ທີ່ສຸດໃນຈີນ. ພັນປີທີ່ຜ່ານມາ, ມວນຊົນຊົນເຜົ່າຢີ ບູຊາ ແລະ ເຄົາລົບຕໍ່ໄຟ, ຈະຕັ້ງກອງໄຟຢູ່ກາງບ້ານເຮືອນ, ການເຮັດກິນ, ການອົບອຸ່ນຮ່າງກາຍ, ການສົນທະນາເລື່ອງຕ່າງໆລ້ວນແຕ່ເຮັດສຳເລັດຢູ່ຂ້າງກອງໄຟ. ພວກເຂົາທີ່ອາໄສຢູ່ອ້ອມກອງໄຟ, ບໍ່ພຽງແຕ່ສ້າງບຸນທວນໄຟທີ່ເປັນບຸນອັນຍິ່ງໃຫຍ່ນີ້, ຍັງຄິດຄົ້ນອາຫານທີ່ໄດ້ຮັບຄວາມນິຍົມຢ່າງກວ້າງຂວາງຄື ປີ້ງຊີ້ນຈໍ້າໝາກເຜັດ. ທຸກຄັ້ງເມື່ອຮອດຍາມຄໍ່າຄືນ, ຄອບຄົວໜຶ່ງນັ່ງອ້ອມກອງໄຟ, ເອົາມັນຝຣັ່ງພູສູງ, ສາລີ ແລະອື່ນໆລົງໃນກະຖາງໄຟເພື່ອອົບປີ້ງ, ສົນທະນາຜ່ອນຄາຍເລື່ອງຊີວິດປະຈຳວັນ, ຫຼື ດື່ມເຫຼົ້າທີ່ກັ່ນເອງ, ມີຄວາມສຸກໃນແບບຂອງຕົນ.

“ໃນຊ່ວງເວລາສິບປີທີ່ຜ່ານມາ, ຜູ້ຄົນໃຊ້ເຕົາຖ່ານແທນກອງໄຟ, ໃຊ້ໄມ້ໄຜ່ ຫຼື ຕາໜ່າງເຫຼັກມາແທນກິ່ງໄມ້ທີ່ໃຊ້ສຽບຊີ້ນ, ຄ່ອຍໆປ່ຽນ ‘ປີ້ງຊີ້ນກອງໄຟ’ ເປັນອາຫານປີ້ງຊີຊາງທີ່ມີຊື່ສຽງໂດ່ງດັງໄປໄກ.” ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກົມທ່ອງທ່ຽວ ແລະ ໂທລະພາບການກະຈາຍສຽງວັດທະນະທຳເມືອງຊີຊາງ ກ່າວວ່າ, ອາຫານປີ້ງຊີຊາງ ແບ່ງເປັນ “ການປີ້ງແບບສຽບໄມ້” ແລະ “ການປີ້ງເທິງຕາໜ່າງເຫຼັກ”,ສ່ວນວ່າໃນປັດຈຸບັນ “ການປີ້ງແບບສຽບໄມ້” ໄດ້ຮັບຄວາມນິຍົມໃນທົ່ວປະເທດຈີນ, “ການປີ້ງເທິງຕາໜ່າງເຫຼັກ”ພັດຍັງເປັນເຄື່ອງໝາຍໄຈ້ແຍກທີ່ເປັນເອກະລັກຂອງອາຫານປີ້ງຊີຊາງສະເໝີມາ. ໃນການປີ້ງດ້ວຍເຕົາຖ່ານອຸນຫະພູມສູງ, ຜະລິດຕະພັນຈາກຊີ້ນປະເພດຕ່າງໆທີ່ໄດ້ປະສົມເຄື່ອງປຸງລ່ວງໜ້າໄດ້ເຂົ້າສູ່ສະພາບທີ່ດີທີ່ສຸດ, ກິ່ນຫອມຄ່ອຍໆຈະແຈ້ງຂຶ້ນມາ, ເຮັດໃຫ້ຄົນນໍ້າລາຍໄຫຼ. ຊີ້ນໝູນ້ອຍທີ່ປີ້ງຈົນເປັນສີເຫຼືອງຄຳແມ່ນອາຫານມີຊື່ສຽງຂອງທ້ອງຖິ່ນ, ຜິວຂອງຊີ້ນຖືກເຜົາຈົນມີກິ່ນຫອມ, ທັງຫອມທັງໜຽວ.

ໃນຮ້ານອາຫານປີ້ງດ້ວຍຕາໜ່າງເຫຼັກ ທີ່ເປັນຕຶກສອງຊັ້ນໃນເມືອງບູຮານຈ້ຽນຊາງ(Jianchang) ຂອງຖະໜົນຊືຝູ (Shifu) ນະຄອນຊີຊາງ, ໂຕະຊາວໜ່ວຍຖືກນັ່ງເຕັມ. ທາງກາງຂອງໂຕະມົນມີເຈາະທາງກາງ, ໃສ່ເຕົາຖ່ານລົງໄປ, ຕາໜ່າງເຫຼັກຮູບຮ່າງວົງມົນທີ່ສ່ວນທາງເທິງທາງກາງສູງ ສ່ວນອ້ອມຮອບຕໍ່າ, ຊີ້ນສົດທຸກຊະນິດນອນເທິງຕາໜ່າງເຫຼັກ ມີນໍ້າມັນພຸ່ງພົ້ນອອກມາ. ແຂກທີ່ນັ່ງອ້ອມ ໃນມືຖືໄມ້ຖູ່ຍາວ, ໃນດ້ານໜຶ່ງປີ້ນຊີ້ນ ແລະ ຜັກເທິງຕາໜ່າງເຫຼັກຢ່າງຕໍ່ເນື່ອງ, ສ່ວນໃນອີກດ້ານໜຶ່ງກໍສົນທະນາກັນຢ່າງມີຄວາມສຸກ. “ສິ່ງທີ່ມີຊື່ສຽງທີ່ສຸດຂອງຮ້ານອາຫານປີ້ງນີ້ແມ່ນປີ້ງໄສ້ອ່ອນ. ໄສ້ອ່ອນໃຊ້ແຕ່ສ່ວນເທິງ, ມັນແຕ່ບໍ່ຫຼາຍ.” ທ່ານ ຢູເພີຍອິນ (Yu Peiyin) ຜູ້ຮັກອາຫານປີ້ງໃນທ້ອງຖິ່ນ ຄີບໄສ້ອ່ອນຍາວໆຂຶ້ນມາໜຶ່ງເສັ້ນແລ້ວວາງຢູ່ເທິງຕາໜ່າງເຫຼັກ, ສືບຕໍ່ປີ້ງ ແລະ ປີ້ນມັນໄປມາ. ລາວເວົ້າວ່າ, ມັນແຕກຕ່່າງຈາກການປີ້ງແບບສຽບໄມ້, ການປີ້ງເທິງຕາໜ່າງເຫຼັກແມ່ນຄືກັບໝໍ້ໄຟທີ່ຮ້ອນ ທີ່ຕ້ອງໄດ້ອອກແຮງເອງ, ຈຶ່ງສາມາດສຳຜັດກັບຄວາມມ່ວນຊື່ນຂອງການໄດ້ຊ່ວຍເຫຼືອຕົນເອງ, ນີ້ກໍແມ່ນເຫດຜົນໃຫຍ່ອັນຫນຶ່ງ ທີ່ມັນດຶງດູດນັກທ່ອງທ່ຽວ. ທຸກຄັ້ງທີ່ມີເພື່ອນມາຈາກແດນໄກ, ອາຫານຄາບທຳອິດທີ່ ທ່ານ ຢູເພີຍອິນ ຮັບແຂກກໍແມ່ນອາຫານປີ້ງ.

ຢູ່ສະຖານທີ່ອັນເປັນເອກະລັກຂອງຊີຊາງ— ສະໜາມທວນໄຟ ທີ່ຢູ່ບໍ່ໄກ, ມີໂຕະອາຫານປີ້ງ 200 ກວ່າໂຕະກະຈາຍຢູ່ທົ່ວທຸກບ່ອນ, ສຸດສາຍຕາແນມບໍ່ເຫັນຈຸດສິ້ນສຸດ. ເຖິງແມ່ນວ່າ ເປັນເວລາເກືອບເຊົ້າ, ຍັງມີລົດບັນທຸກແຂກມາຢ່າງຕໍ່ເນື່ອງ. ທ່ານ ຢູເພີຍອິນ ເວົ້າຢ່າງພູມໃຈວ່າ: “ເອົາອາຫານປີ້ງເຮັດເປັນອາຫານຫຼັກທາງການ, ບາງເທື່ອຄືຈະມີແຕ່ຊີຊາງພວກເຮົານີ້ແຫຼະ!”

ອາຫານປີ້ງ “ເທິງຕາໜ່າງເຫຼັກ” ມີວິວັດທະນາການມາຈາກປະເພນີຂອງຊົນເຜົ່າຢີ, ບໍ່ພຽງແຕ່ແມ່ນຄວາມລຶ້ງເຄີຍດ້ານການກິນດື່ມອາຫານທີ່ເປັນເອກະລັກ, ແຕ່ຍັງເປັນວັດທະນະທຳຊົນເຜົ່າທ້ອງຖິ່ນປະເພດໜຶ່ງ, ເປັນຕົວແທນນິໄສອັນກະຕືລືລົ້ນ ແລະ ເອື້ອເຟື້ອເຜື່ອແຜ່ຄືກັບແປວໄຟຂອງຄົນຊົນເຜົ່າຢີ.

ຈິນໂຈວ: ທຸກຢ່າງສາມາດເອົາລົງເຕົາໄດ້, ລົດຊາດກໍສາມາດປັບໄດ້ຕາມຝູງຄົນ

ນະຄອນຈິນໂຈວ (Jinzhou) ແຂວງຫຼຽວໜິງ (Liaoning) ຕັ້ງຢູ່ ພາກຕາເວັນອອກສ່ຽງເໜືອຂອງຈີນ, ມີພູມສາດ ແລະປະເພນີດ້ານອາຫານອັນເປັນເອກະລັກ, ເຮັດໃຫ້ຂອບເຂດການເລືອກວັດຖຸດິບສຳລັບອາຫານປີ້ງຈິນໂຈວນັ້ນກວ້າງຂວາງ, ມອບພື້ນຖານດ້ານວັດຖຸທີ່ໝັ້ນຄົງເພື່ອການເປັນເມືອງແຫ່ງອາຫານປີ້ງທີ່ສຳຄັນ. ພາກຕາເວັນຕົກຂອງຈິນໂຈວແມ່ນເຂດລ້ຽງສັດແບບເລື່ອນລອຍ, ໃນນາມທີ່ເປັນບ່ອນພັກອາໄສຂອງຊົນເຜົ່າມົງໂກນ (Mongol), ລາຍການທີ່ດີທີ່ສຸດກໍຄື ຊີ້ນແກະສຽບໄມ້ທີ່ລຽບງ່າຍທີ່ສຸດ, ແຕ່ມີລົດຊາດແທ້ຈິງທີ່ສຸດ. ພ້ອມດຽວກັນນັ້ນ, ຈິນໂຈວຢູ່ໃກ້ກັບທະເລ, ອາຫານທະເລອຸດົມສົມບູນຫຼາຍ, ຫອຍກາບຂາວ, ກຸ້ງຫອຍສັງ, ປາໝຶກ ແລະ ອາຫານທະເລຈາກທຳມະຊາດອື່ນໆ ໄດ້ກາຍເປັນ ອາຫານທີ່ດີທີ່ສຸດເທິງລາຍການອາຫານປີ້ງຂອງເມືອງຈິນໂຈວໃນປັດຈຸບັນ.

ໃນປັດຈຸບັນ, ຮ້ານອາຫານປີ້ງ 2000 ກວ່າແຫ່ງທີ່ແຈກຢາຍຢູ່ຕາມທາງຮ່ອມ ແລະ ຖະໜົນໃຫຍ່ຂອງນະຄອນຈິນໂຈວໄດ້ສ້າງຄວາມຮັບຮູ້ໃໝ່ຂອງຜູ້ຄົນກ່ຽວກັບອາຫານປີ້ງ. ທ່ານ ຫຼີຈື (Li Zhi) ປະທານສະມາຄົມອາຫານປີ້ງນະຄອນຈິນໂຈວກ່າວວ່າ “ອາຫານສຳລັບປີ້ງນອກຈາກປະເພດຊີ້ນແລ້ວ, ຍັງມີອາຫານປະເພດປີ້ງ ແລະ ປີ້ງເຕົາຖ່ານ 300 ກວ່າຊະນິດໃນ 9 ປະເພດໃຫຍ່ ເຊັ່ນອາຫານທະເລສົດໃໝ່ ແລະ ຜະລິດຕະພັນຈາກຜັກ. ສິ່ງທີ່ບິນເທິງຟ້າ, ລອຍໃນແມ່ນໍ້າ, ແລ່ນເທິງໜ້າດິນ…ທຸກສິ່ງຢ່າງສາມາດເອົາລົງເຕົາໄດ້ ແລະ ລົດຊາດກໍສາມາດປັບໄດ້ຕາມຝູງຊົນ.”

ເບື້ອງຫຼັງຂອງອາຫານປີ້ງຈິນໂຈວທີ່ “ຢາກກິນອັນໃດກໍກິນອັນນັ້ນ”, ແມ່ນ ຄວາມຜ່ອນຄາຍ ແລະ ຄວາມສະຫງ່າງາມທີ່ຫາໄດ້ຍາກໃນ “ຈັງຫວະຊີວິດຈັງຫວະໄວ”. ທຸກຄັ້ງເມື່ອຮອດຍາມກາງຄືນ, ຜູ້ຄົນທີ່ຂຸ້ນຂ້ຽວມາມື້ໜຶ່ງພາກັນຢູ່ໃນຮ້ານອາຫານປີ້ງ, ບໍ່ມີຄວາມກົດດັນຈາກວຽກງານທີ່ບີບບັງຄັບທຸກບາດກ້າວ, ນັ່ງ “ຮູດໄມ້ສຽບ” ກັບໝູ່ເພື່ອນອ້ອມເຕົາ, ສຳຜັດກັບຄວາມສຸກເລັກໆນ້ອຍໆທີ່ກະຈາຍອອກຈາກຄວັນໄຟ.

ຄັ້ງໜຶ່ງ ໃນເວລາ 8 ໂມງແລງຂອງວັນສຸກ, ທ່ານ ຫວາງຢູ (Wang Yu) ນັກທ່ອງທ່ຽວທີ່ຫາກໍ່ລົງຈາກລົດໄຟ ບໍ່ໄດ້ພັກຜ່ອນ, ເອີ້ນລົດມຸ່ງໜ້າໄປຮ້ານອາຫານປີ້ງ. “ພວກເຮົາມາເພື່ອອາຫານປີ້ງຂອງຈິນໂຈວ.” ຫາກໍ່ຮອດຈຸດໝາຍປາຍທາງ, ທ່ານ ຫວາງຢູ ບໍ່ເບິ່ງປ້າຍລາຍການອາຫານ, ກໍກ່າວຊື່ອາຫານປີ້ງສຽບໄມ້ຕ່າງໆຂຶ້ນມາຢ່າງຄຸ້ນເຄີຍ, ຈາກນັ້ນກໍພົບໂຕະໜຶ່ງທາງຂ້າງ ແລະ ປອກກະທຽມເທື່ອລະກີບ. “ຫ່າງກັນອີກສອງສາມທ້າຍອາທິດ, ຂ້ອຍຈະພາຄອບຄົວໄປພັກຜ່ອນຢູ່ຈິນໂຈວ. ທຸກຄົນກິນອາຫານປີ້ງນຳກັນ, ເລາະເມືອງບູຮານ, ຈາກນັ້ນໄປອ່າວໂປ໋ຫາຍ (Bo Hai) ເພື່ອຮັບລົມ, ຄວາມຮູ້ສຶກນັ້ນ, ສຸກສະບາຍອີ່ຫຼີ !”

ນັບຕັ້ງແຕ່ວັດຖຸດິບອາຫານ, ການແບ່ງສ່ວນ, ການສຽບໄມ້, ວິທີການປີ້ງ, ເຄື່ອງປຸງ, ນໍ້າຈິ້ມນໍ້າແຈ່ວ, ອາຫານປີ້ງຈິນໂຈວໄດ້ຄົ້ນຫາລະບົບທຸລະກິດທີ່ເຕີບໃຫຍ່ຢ່າງເຕັມທີ່ອອກມາຊຸດໜຶ່ງ. ແຕ່ວ່າ, ແກ່ນສານທີ່ສຳຄັນອັນແທ້ຈິງຂອງອາຫານປີ້ງຈິນໂຈວ, ແມ່ນຢູ່ກັບຮ້ານນ້ອຍຂ້າງບ້ານເຮືອນແຕ່ລະແຫ່ງ, ການໃສ່ຊື່ ໂດຍທົ່ວໄປແລ້ວແມ່ນອາຫານປີ້ງທີ່ຮ້ານນັ້ນຊຳນານ + ຊື່ນາມສະກຸນຂອງເຈົ້າຂອງຮ້ານ, ເຖິງແມ່ນວ່າຮູບແບບບໍ່ຫຼາຍ, ແຕ່ວ່າຂໍພຽງແຕ່ມັນຖືກເຮັດອອກມາ, ກໍແມ່ນຜົນງານອັນປານີດທີ່ລວມເອົາຄວາມພະຍາຍາມເຄິ່ງຊີວິດຂອງເຈົ້າຂອງຮ້ານຢ່າງແນ່ນອນ, ບໍ່ວ່າຈະແມ່ນກະດູກປີ້ງສຽບໄມ້ທີ່ມີກະດູກອ່ອນ, ຫຼືກະດູກໄກ່ກອບທີ່ປີ້ງຈົນຫອມ, ຫຼາຍໆສິ່ງທີ່ຫາກິນບໍ່ໄດ້ຈາກຮ້ານອາຫານປີ້ງໃນບ່ອນອື່ນ, ມີພຽງແຕ່ມາຮອດຈິນໂຈວ, ຈຶ່ງສາມາດສຳຜັດໄດ້ເຖິງພະລັງຄວາມຄິດລິເລີ່ມຂອງການສ້າງສັນ.

ຈາກ: ວາລະສານຈໍາປາ

ອາການປິ້ງມີຮ້ອຍລົດຊາດ