ເອົາດອກກຸຫຼາບມາເຮັດເປັນອາຫານ, ສວນດອກໄມ້ນະຄອນພູເອີແຫ່ງນີ້ໂລແມນຕິກຫຼາຍ

2023-09-07 18:52:50
ມາຈາກ:

ຄວາມຊິນເຄີຍໃນການກິນດອກໄມ້ຂອງຄົນຈີນມີມາແຕ່ດົນນານ, ການນໍາເອົາດອກໄມ້ມາເຮັດເປັນອາຫານແມ່ນວິທີໜຶ່ງທີ່ຜູ້ຄົນຮັກສາເວລາຄວາມເບີິກບານຂອງດອກໄມ້ໄວ້. ທ້າວ Luo Wenkun ເປັນໄວໜຸ່ມຈາກນະຄອນພູເອີແຂວງຢຸນນານສ້າງກິດຈະການຂອງຕົນເອງ ລາວໄດ້ນໍາເອົາ ດອກໄມ້ສົດມາເຊື່ອມໂຍງກັບການບໍລິໂພກຂອງຕົວເມືອງ ແລະ ສວນດອກໄມ້ທີ່ກວ້າງໃຫຍ່ໄພສານ, ດ້ວຍການນໍາເອົາດອກກຸຫຼາບສົດມາເຮັດເປັນອາຫານ ແລະ ສ້າງ “ເສດຖະກິດດອກໄມ້ສົດ”, ພ້ອມທັງໄດ້ສ້າງ ຍີ່ຫໍ້ “ຕ້າເມິນຈ້າຍ” ຂອງຕົນ.

ເມື່ອຍ່າງເຂົ້າສູ່ສວນກະສິກໍາດອກກຸຫຼາບຕ້າເມິນຈ້າຍ, ດອກກຸຫຼາບເປັນຈຳນວນຫຼວງຫຼາຍກໍາລັງແຂ່ງຂັນກັນຈໍ່ບານດ້ວຍຮູບຊົງອັນໜ້າອອນຊອນ, ທ່າມກາງອາກາດທີ່ສົດຊື່ນນີ້ ມີກິ່ນຫອມສົດຊື່ນຂອງດອກກຸຫຼາບລອຍມາ, ເຮັດໃຫ້ຄົນຮູ້ສຶກອາລົມດີຫຼາຍ.

ທ້າວ Luo Wenkun ຜູ້ບໍລິຫານ ສວນກະສິກໍາດອກກຸຫຼາບຕ້າເມິນຈ້າຍ ແນະນໍາວ່າ: ພວກເຮົາເອົານໍ້າຕານດອກກຸຫຼາບທີ່ເຮັດດ້ວຍມືແບບດັ້ງເດີມ ໃຊ້ເປັນເຄື່ອງປຸງເສີມເຮັດເປັນພິດຊາ ແລະ ເຂົ້າໜົມໜຶ້ງ, ຍັງເອົາດອກກຸຫຼາບ ແລະ ດອກອ່ານຊານທີ່ປູກສຳລັບກິນນັ້ນ ມາປຸງແຕ່ງເປັນພາເຂົ້າດອກໄມ້ຂອງບ້ານພັກຊົນນະບົດ, ຊຶ່ງໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າທັງຫຼາຍ. ຕັ້ງແຕ່ຟາມກະສິກໍານິເວດ ຕ້າເມິນຈ້າຍ ເປີດບໍລິການສູ່ພາຍນອກ ເປັນເວລາ 3 ປີມານີ້ ໄດ້ຕ້ອນຮັບນັກທ່ອງທ່ຽວທີ່ມາຈາກທົ່ວປະເທດຈີນທັງໝົດ 70.000 ກວ່າເທື່ອຄົນ, ລາຍຮັບຕໍ່ປີມີເຖິງ 300.000 ກວ່າຢວນຂຶ້ນໄປ.

ປັດຈຸບັນນີ້, ບົນພື້ນຖານສວນກະສິກໍານິເວດແບບທ່ອງທ່ຽວພັກຜ່ອນນີ້, ສວນຕ້າເມິນຈ້າຍໄດ້ນໍາເອົາການປູກ ແລະ ການປຸງແຕ່ງດອກກຸຫຼາບເປັນຈຸດເດັ່ນ ເພື່ອສະໜອງຜະລິດຕະພັນກະສິກໍານິເວດທີ່ດີຕໍ່ສຸຂະພາບ, ເຮັດເປັນໂຄງການກິດຈະກໍາມ່ວນຊື່ນທີ່ລົງມືດ້ວຍຕົນເອງແລະ ວິຖີຊີວິດດ້ວຍຈັງຫວະຊ້າໆສະໜອງໃຫ້ແກ່ຜູ້ຄົນທັງຫຼາຍ.

ແຫຼ່ງຂ່າວ: ຫ້ອງການທ່ອງທ່ອງ ແລະ ວັດທະນະທໍານະຄອນພູເອີ

ເອົາດອກກຸຫຼາບມາເຮັດເປັນອາຫານ, ສວນດອກໄມ້ນະຄອນພູເອີແຫ່ງນີ້ໂລແມນຕິກຫຼາຍ