ຫວນຄືນເສັ້ນທາງສາຍໄໝບູຮານພັນປີ ຜ່ານຫໍພິພິທະພັນຕຸນຮວງ

2023-09-14 08:41:31
ມາຈາກ:

ຫໍພິພິທະພັນຕຸນຮວງຕັ້ງຢູ່ນະຄອນຕຸນຮວງ (Dunhuang) ແຂວງກັນຊູ (Gansu) ສປ ຈີນ, ມັນເປັນຄັງສົມບັດສິລະປະບູຮານທີ່ຮັກສາໄວ້ໄດ້ສົມບູນທີ່ສຸດໃນໂລກ. ຜ່ານເຄື່ອງວັດຖຸບູຮານທີ່ວາງສະແດງພາຍໃນຫໍພິພິທະພັນຕຸນຮວງ, ພວກເຮົາສາມາດເບິ່ງເຫັນສະພາບການພັດທະນາດ້ານການເມືອງ ແລະ ເສດຖະກິດ-ການຄ້າ, ສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນ ພ້ອມທັງວິວັດທະນາການການເຊື່ອມໂຍງເຂົ້າກັນລະຫວ່າງຊົນເຜົ່າໃນສະໄໝບູຮານຂອງເມືອງຕຸນຮວງ.

ເມືອງຕຸນຮວງ ແມ່ນປ້ອມດ່ານໃນຂອງເສັ້ນທາງສາຍໄໝບູຮານ, ມັນໄດ້ເປັນສັກຂີພິຍານໃຫ້ແກ່ການແລກປ່ຽນວັດທະນະທໍາ ແລະ ຄວາມ ຈະເລີນຮຸ່ງເຮືອງດ້ານເສດຖະກິດການຄ້າ ຂອງເສັ້ນທາງສາຍໄໝ. ໃນຫໍພິພິທະພັນຕຸນຮວງໄດ້ວາງສະແດງວັດຖຸບູຮານ ແລະ ເຄື່ອງສິລະປະຈໍານວນຫຼາຍ, ຊຶ່ງໄດ້ເປັນສັກຂີພິຍານໃຫ້ແກ່ ການຖອດຖອນແລກປ່ຽນ ການເຊື່ອມໂຍງ ລະຫວ່າງປະເທດ ແລະ ເຂດແຄວ້ນແຕກຕ່າງກັນ ທີ່ຢູ່ລຽບຕາມເສັ້ນທາງສາຍໄໝດັ່ງກ່າວ.
 

ຫວນຄືນເສັ້ນທາງສາຍໄໝບູຮານພັນປີ ຜ່ານຫໍພິພິທະພັນຕຸນຮວງ