ເບິ່ງເຫັນທົ່ວໂລກຜ່ານງານວາງສະແດງຮູບພາບ ແລະ ເຄື່ອງສິລະປະ ສາກົນຕ້າຫຼີ

2023-09-14 08:48:00
ມາຈາກ:

ຫວ່າງມໍ່ໆມານີ້, ງານວາງສະແດງຮູບພາບ ແລະ ເຄື່ອງສິລະປະ ສາກົນຕ້າຫຼີຄັ້ງທີ 10 ປີ 2023 ດຳເນີນໄປພາຍໃຕ້ຫົວຂໍ້ “ໃຊ້ຊີວິດຢູ່ບ່ອນອື່ນ--ຍຸກແຫ່ງຮູບພາບ ຮັກກັນທີ່ຕ້າຫຼີ” ໄດ້ຈັດຂຶ້ນທີ່ເມືອງເກົ່າຕ້າຫຼີ.

ງານວາງສະແດງຄັ້ງນີ້ ໄດ້ ວາງສະແດງຜົນງານການຖ່າຍທໍາຮູບພາບຈາກພາຍໃນ ແລະ ຕ່າງປະເທດ ເກືອບ 800 ຄັ້ງ ແລະມີຜົນງານການຖ່າຍທໍາທີ່ດີເດັ່ນຈຳນວນ 10.000 ກວ່າພາບ, ຊຶ່ງໄດ້ມີມືກ້ອງຈາກນະຄອນຫຼວງປັກກິ່ງ, ນະຄອນຊຽງໄຮ, ແຂວງຢຸນນານ ແລະບ່ອນອື່ນໆເປັນຈໍານວນຫຼວງຫຼາຍເຂົ້າຮ່ວມ, ພ້ອມນັ້ນ ຍັງມີອົງກອນຖ່າຍທໍາວີດີໂອຈາກຕ່າງປະເທດຈຳນວນໜຶ່ງເຂົ້າຮ່ວມ ເຊັ່ນ: ປະເທດສິງກະໂປ, ອັງກິດ, ສ.ເກົາຫຼີ ແລະອື່ນໆເປັນຕົ້ນ.

ນັບແຕ່ປີ 2009 ມາຮອດປັດຈຸບັນ ງານວາງສະແດງຮູບພາບ ແລະ ເຄື່ອງສິລະປະ ສາກົນຕ້າຫຼີລວມທັງໝົດ ໄດ້ຈັດງານວາງສະແດງເປັນຈຳນວນ 5000 ກວ່າຄັ້ງ, ໂດຍໄດ້ວາງແດງຜົນງານການຖ່າຍທໍາຈຳນວນ 100.000 ກວ່າຊິ້ນ, ຊຶ່ງໄດ້ດໍາເນີນການແລກປ່ຽນຫຼາຍຝ່າຍ ກັບ 30 ກວ່າປະເທດ ແລະ ກາຍເປັນເທດສະການວັດທະນະທໍາທີ່ມີອິດທິພົນຫຼາຍທີ່ສຸດ.
ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ ນັກຂ່າວ:​ ຈູຕົງຣັນ

ເບິ່ງເຫັນທົ່ວໂລກຜ່ານງານວາງສະແດງຮູບພາບ ແລະ ເຄື່ອງສິລະປະ ສາກົນຕ້າຫຼີ