“ກາເຟລາເຕ້ເໝົາຖາຍ”, ທ່ານຮູ້ບໍ່ວ່າເຫຼົ້າແຊບໃສ່ກາເຟ ລົດຊາດຈະເປັນແນວໃດ?

2023-09-14 08:53:31
ມາຈາກ:

ວັນທີ 4 ກັນຍາ, “ກາເຟລາເຕ້ເໝົາຖາຍ” ທີ່ຮ່ວມມືກັນ ລະຫວ່າງ ບໍລິສັດກຸ້ຍໂຈວເໝົາຖາຍແລະ ກາເຟ Luckin ໄດ້ອອກຈໍາໜ່າຍແລ້ວ, ມັນກາຍເປັນສິ່ງທີ່ຫຼາຍຄົນສົນໃຈໃນທັນທີ. ໃນຖານະທີ່ເປັນສອງຢີ່ຫໍ້ທີ່ມີຊື່ສຽງໂດ່ງດັງຂອງຈີນ, ການຮ່ວມມືກັນລະຫວ່າງກຸ້ຍໂຈວເໝົາຖາຍ ກັບ ກາເຟ Luckin ໃນຄັ້ງນີ້ ຖືເປັນການຮ່ວມມືແບບຂ້າມຂະແໜງການ, ມັນໄດ້ທໍາລາຍຂອບດັ້ງເດີມຂອງອຸດສາຫະກໍາເຄື່ອງດື່ມ ແລະ ອາຫານ. ເຫຼົ້າເໝົາຖາຍຈອກທໍາອິດຂອງຄົນໄວໜຸ່ມ ແລະ ກາເຟຈອກທໍາອິດຂອງຄົນອາຍຸໄວກາງ, ໄດ້ມາບັນຈົບກັນທີ່ກາເຟລາເຕ້ເໝົາຖາຍ. ເມື່ອເມນູນີ້ເປີດຕົວຄັ້ງທໍາອິດກໍໄດ້ຮັບຄວາມນິຍົມເປັນຢ່າງຍິ່ງ ຊາວເນັດຕ່າງພາກັນອັບຮູບ, ແຊ ແລະ ຄົ້ນຫາໃນໂຊຊຽວມີເດຍ ລວມທັງຊ່ອງທາງອື່ນໆ. ໃນການວາງຈໍາໜ່າຍມື້ທໍາອິດ, ຜະລິດຕະພັນດັ່ງກ່າວມີຍອດຂາຍບັນລຸເຖິງ 100 ລ້ານຢວນ.

ເຫຼົ້າແຊບໃສ່ກາເຟ, ລົດຊາດຈະອອກມາເປັນແນວໃດ? ຊາວເນັດຫຼາຍຄົນທີ່ເປັນກຸ່ມທໍາອິດທີ່ໄດ້ລິ້ມລອງກໍ່ໄດ້ພາກັນແບ່ງປັນຄວາມຮູ້ສຶກ ແລະ ລົດຊາດໃນໂຊຊຽວມີເດຍ, ບາງຄົນບອກວ່າ ມີລົດເຫຼົ້າໃນຫັ້ນ
ແທ້ ແລະ ກໍມີຊາວເນັດບາງຄົນວ່າ “ລົດຊາດຄືກັບຊັອກໂກແລັດໃສ່ໄສ້ເຫຼົ້າທີ່ມີລົດເຫຼົ້າອ່ອນໆ”. ຕາມລາຍລະອຽດຂອງຜະລິດຕະພັນ ເວົ້າວ່າ, ກາເຟລາເຕ້ເໝົາຖາຍນໍາໃຊ້ຄີມນົມທີ່ມີເຫຼົ້າເໝົາໄຖ 53%vol, ປະລິມານທາດເຫຼົ້າຕໍ່າກວ່າ 0,5%. ເຫັນໄດ້ວ່າ, ກາເຟລາເຕ້ເໝົາຖາຍທີ່ວ່ານີ້ ພື້ນຖານແລ້ວແມ່ນກາເຟທີ່ໃສ່ເຫຼົ້າຂາວລົງໄປໜ້ອຍໜຶ່ງ.

ແຫຼ່ງຂ່າວ: ບັນຊີວີແຊັດທາງການຂອງໜັງສືພິມກົດໝາຍຂອງຈີນ, ແອັບຂ່າວຊາວຊິນເຫວີນ

“ກາເຟລາເຕ້ເໝົາຖາຍ”, ທ່ານຮູ້ບໍ່ວ່າເຫຼົ້າແຊບໃສ່ກາເຟ ລົດຊາດຈະເປັນແນວໃດ?