ຕັ້ງຮ້ານນ້ອຍຂາຍເຄື່ອງແຄມທາງ ກິດຈະກໍາ “ການເຮັດທຸລະກິດນ້ອຍຫາເງິນ” ຂອງ ຊາວໜຸ່ມຈີນ ພວມເປັນຂະບວນຟົດຟື້ນ

2023-09-18 18:15:48
ມາຈາກ:

ໄລຍະມໍ່ໆມານີ້ “ການເຮັດທຸລະກິດນ້ອຍຫາເງິນ” ຂອງຊາວໜຸ່ມ ໄດ້ກາຍເປັນຫົວຂໍ້ຮ້ອນໃນສື່ສັງຄົມຂອງຈີນ. “ການເຮັດທຸລະກິດນ້ອຍຫາເງິນຂອງຊາວໜຸ່ມ” ໝາຍເຖິງ ແຕ່ລະມື້ຊາວໜຸ່ມສາມາດສ້າງລາຍຮັບ ແລະ ມີຜົນກໍາໄລເປັນເງິນຈຳນວນໜ້ອຍ, ທັງພັນລະນາສະພາບການທີ່ບໍ່ຝັກໄຝ່ຫາແຕ່ “ຟ້າວຫາເງິນ ແລະ ຫາເງິນກ້ອນໃຫຍ່”, ພວກເຂົາສາມາດຄ່ອຍໆສະສົມເງິນຕາມຈັງຫວະຂອງຕົນເອງເທື່ອລະໜ້ອຍ, ສ້າງການພັດທະນາດ້ວຍຕົນເອງເທື່ອລະກ້າວ ແລະ ສາມາດສູ້ຊົນຍາດໄດ້ອະນາຄົດຂອງຕົນ.

ນາງ ກຸ້ຍກຸ້ຍ ອາຍຸ 22 ປີ ກັບ ເພື່ອນຊາຍຂອງລາວ ໃນເດືອນກຸມພາ ປີນີ້ ໄດ້ຕັ້ງຮ້ານແຄມທາງຂາຍປິ້ງໄສ້ກອກ ເຊິ່ງເປັນການສ້າງກິດຈະການຄັ້ງທີສອງຂອງລາວແລ້ວ. ກ່ອນໜ້ານີ້, ພວກເຂົາເຄີຍເປີດຮ້ານອາຫານດ່ວນຮ້ານໜຶ່ງ. ປີນີ້ ພວກເຂົາເຫັນວ່າຕັ້ງຮ້ານຂາຍເຄື່ອງແຄມທາງກໍດີເຊັ່ນກັນ, ຈຶ່ງໄດ້ຫັນສາຍຕາໄປສູ່ການຕັ້ງຮ້ານແຄມທາງຂາຍປິ້ງໄສ້ກອກ. ຕອນກາງເວັນເຂົາເຈົ້າຈະເຂົ້າເບິ່ງວີດີໂອ ເພື່ອສຶກສາຄົ້ນຄວ້າການປັບປຸງລົດຊາດຂອງໄສ້ກອກ, ເມື່ອຮອດຍາມກາງຄືນກໍ່ກໍພາກັນໄປຊອກຊື້ອາຫານປະເພດປິ້ງໄສ້ກອກຢູ່ຕະຫຼາດກາງຄືນເພື່ອສົມທຽບລົດຊາດ. ດຽວນີ້ ເພື່ອສາມາດດຶງດູດລູກຄ້າໄດ້ຫຼາຍກວ່າເກົ່າ ແລະ ເຮັດໃຫ້ມີລາຍຮັບເພິ່ມຂຶ້ນ, ພວກເຂົາກຳລັງກະກຽມຈັດ “ຕັ້ງຮ້ານແຄມທາງຂາຍປິ້ງໄສ້ກອກ+ໄລຟສົດອອນລາຍ” ເປັນກິດຈະການຂອງຕົນ ເພື່ອສືບຕໍ່ຂະຫຍາຍໄປໜ້າ.

ນາງ ກຸ້ຍກຸ້ຍ ເວົ້າວ່າ “ໃນເວລາເຮົາຕັ້ງໃຈເຮັດກິດຈະການນີ້ແລ້ວ, ການທຸ້ມເທອອກໄປໄດ້ຮັບຜົນຕອບແທນກັບທີ່ສົມຄູ່, ອາໄສສອງຝ່າມືຂອງຕົນພະຍາຍາມສ້າງທຸລະກິດຂອງຕົນ ມັນມີຄວາມຮູ້ສຶກທີ່ເຕັມໄປດ້ວຍຄວາມພໍໃຈຢູ່ພາຍໃນຈິດໃຈແບບໜຶ່ງ, ເຮັດຫຼາຍກໍ່ໄດ້ຫຼາຍ”. ໝົດມື້ມາ, ພວກເຂົາກໍມີເງິນເຂົ້າບັນຊີກາຍພັນຢວນ, ຍ້ອນວ່າການຈ່າຍເງິນຜ່ານທາງອອນລາຍມີຫຼາຍກວ່າ, ລາວຈຶ່ງເກັບທ້ອນເງິນໄວ້ໃນລະບົບບັນຊີເງິນຝາກບໍ່ມີກໍານົດ.

“ການເຮັດທຸລະກິດນ້ອຍຫາເງິນ” ຂອງຊາວໜຸ່ມ ໃນນັ້ນກໍມີຫຼາຍກິດຈະການຂອງຊາວໜຸ່ມຫາກໍເລີ່ມຕົ້ນ, ມີທັງຜູ້ກໍາລັງຊອກຫາການພັດທະນາໃໝ່ຂອງຂະແໜງການ. ປີ 2009, ທ້າວ ຫລີກົງ ພາຍຫຼັງຮຽນຈົບວິຊາສ້ອມແປງລົດຍົນຈາກໂຮງຮຽນແລ້ວ, ກໍໄດ້ເຮັດວຽກຢູ່ຂະແໜງການລົດຍົນເປັນເວລາ 8 ປີ. ປີ 2017, ລາວເຫັນວ່າວິສາຫະກິດໜຶ່ງຂອງທ້ອງຖິ່ນໄດ້ບຸກເບີກກິດຈະການລ້າງລົດແບບບໍລິການເຖິງທີ່, ລາວກໍເລີ່ມມີຄວາມສົນໃຈຕິດຕາມມາ. ຈົນຮອດໄລຍະປີ 2019, ລາວເລີ່ມລົງມືເຮັດວຽກນີ້, ໂດຍເລີ່ມຈາກການບໍລິການລ້າງລົດເຖິງທີ່ໃນຊຸມຊົນ ດ້ວຍລາຄາໂຄສະນາ ຄັ້ງລະ 9,9 ຢວນ, ຕໍ່ມາ ລາວເລີ່ມຄົ້ນຄິດ ແລະ ພັດທະນາອຸປະກອນການລ້າງ, ເວລາໃນການລ້າງລົດຈາກເມື່ອກ່ອນ 40 ນາທີ ຫຼຸດລົງມາເປັນ 8 ນາທີຄືປັດຈຸບັນ.

ບາງຄົນກໍສູ້ຊົນຫາເງິນ, ມີບາງຄົນກໍສູ້ຊົນເກັບກຳປະສົບການ. ໃນໄລຍະ 2 ປີ ມານີ້, ການປະກອບສຽງດ້ວຍລະບົບ AI ນັບມື້ພັດທະນາໃຫ້ຄ້າຍຄືກັນມະນຸດຫຼາຍຂຶ້ນ, ສະນັ້ນ ເພື່ອເຮັດການປະກອບສຽງລາຍການສາລາຄະດີ ແລະ ລາຍການຂ່າວສານບັນເທິງ ທ້າວ ເຜີງຢວນ ນັກພາກສຽງ ກໍໄດ້ເລີ່ມຄ່ອຍໆຮູ້ສຶກເຖິງວິກິດທີ່ມາເຖິງ. ທ້າວ ເຜິງສວນ ໄດ້ເປີດບັນຊີສ້າງວີດີໂອສັ້ນໃນລະບົບຄວ້າໂຊ, ເພື່ອຫວັງໃຫ້ເສັ້ນທາງການປະກອບອາຊີບກວ້າງອອກຕື່ມໜ້ອຍໜຶ່ງ.

ໃນເງື່ອນໄຂການຟື້ນຟູຂອງເສດຖະກິດປັດຈຸບັນ, ມີຊາວໜຸ່ມຈຳນວນບໍ່ໜ້ອຍໄດ້ເລີ່ມຕົ້ນທົບທວນເບິ່ງການດຳລົງຊີວິດຂອງຕົນ, “ການເຮັດທຸລະກິດຊອກຫາເງິນນ້ອຍ” ໄດ້ກາຍເປັນວິຖີການດໍາລົງຊີວິດແບບໃໝ່ຂອງຊາວໜຸ່ມຈີນໃນປັດຈຸບັນ: ລົງທຶນດ້ວຍຕົ້ນທຶນໜ້ອຍ ໃນຂອບເຂດຄວາມສາມາດຂອງຕົນ, ຄ່ອຍໆເກັບທ້ອນ ແລະ ໃຊ້ຊີວິດແຕ່ລະມື້ຢ່າງໜັກແໜ້ນ.

ແຫຼ່ງຂ່າວ: ໜັງສືພິມຊາວໜຸ່ມຈີນ

ຕັ້ງຮ້ານນ້ອຍຂາຍເຄື່ອງແຄມທາງ ກິດຈະກໍາ “ການເຮັດທຸລະກິດນ້ອຍຫາເງິນ” ຂອງ ຊາວໜຸ່ມຈີນ ພວມເປັນຂະບວນຟົດຟື້ນ