ເຂົ້າສູ່ພູຈິງມ້າຍຊານ ນະຄອນພູເອີ ແຫຼ່ງມໍລະດົກວັດທະນະທຳໂລກແຫ່ງໃໝ່

2023-09-26 18:27:19
ມາຈາກ:

ໃນວັນທີ 17 ກັນຍາ ຜ່ານມາ, ກອງປະຊຸມໃຫຍ່ ແຫຼ່ງມໍລະດົກວັດທະນະທຳໂລກ ຄັ້ງທີ 45 ຈັດດໂດຍອົງການອຸຍແນສໂກ ໄດ້ຈັດຂຶ້ນທີ່ຢາເຕ ຊາອຸດີອາຣັບບີ ໄດ້ຮັບຮອງຜ່ານ ການຈັດເອົາ ທິວທັດທຳມະຊາດວັດທະນະທຳຂອງ ປ່າຊາບູຮານ ພູຈິງມ້າຍນະຄອນພູເອີ ເຂົ້າໃນ ບັນຊີແຫຼ່ງມໍລະດົກໂລກ. ນີ້ແມ່ນແຫຼ່ງມໍລະດົກວັດທະນະທຳໂລກ ຫົວຂໍ້ກ່ຽວກັບຊາ ແຫ່ງທຳອິດ ຂອງທົ່ວໂລກ.

ທິວທັດທຳມະຊາດວັດທະນະທຳຂອງ ປ່າຊາບູຮານ ພູຈິງມ້າຍຊານ ພູເອີ ຕັ້ງຢູ່ເມືອງປົກຄອງຕົນເອງເຜົ່າລາກູ່ ລ້ານຊ້າງ ນະຄອນພູເອີ ແຂວງຢຸນນານ, ເຊິ່ງນັບແຕ່ສະຕະວັດທີ 10 ເປັນຕົ້ນມາ ບັນພະບູລິດຂອງເຜົ່າປູ້ລາງ ໄດ້ຄົ້ນພົບ ແລະ ຮູ້ຈັກເຖິງຕົ້ນຊາປ່າ, ທັງໄດ້ໝູນໃຊ້ລະບົບນິເວດປ່າໄມ້ ແລະ ດຳລົງຊີວິດຢູ່່ຮ່ວມກັບເຜົ່າລື້ ແລະ ຊົນເຜົ່າອື່ນໆ, ທັງໄດ້ຊອກໄດ້ເຕັກນິກການປູກ “ຕົ້ນຊາກ້ອງປ່າໄມ້”, ຜ່ານການປົກປັກຮັກສາ ແລະ ພັດທະນາເປັນເວລາພັນປີ ໄດ້ກາຍເປັນທິວທັດທຳມະຊາດວັດທະນະທຳທີ່ເປັນເອກະລັກສະເພາະ ທີ່ມີປ່າໄມ້ ແລະ ຕົ້ນຊາຮ່ວມກັນເຕີບໃຫຍ່ຂະຫຍາຍຕົວ, ຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວປອງດອງ ຂອງ ປ່າຊາບູຮານ ພູຈິງມ້າຍຊານ ນະຄອນພູເອີ.

ເຂົ້າສູ່ພູຈິງມ້າຍຊານ ນະຄອນພູເອີ ແຫຼ່ງມໍລະດົກວັດທະນະທຳໂລກແຫ່ງໃໝ່