ເຕົ້າໂຮມສາມັກຄີກັນ ກິນເຂົ້າໜົມໄຫວ້ພະຈັນແບບຢຸນນານ

2023-09-28 18:12:15
ມາຈາກ:

“ເບິ່ງດວງ​ຈັນ​ພຸ່ງ​ຂຶ້ນ​ຢູ່​​ຕາມໜ້າ​ນ້ຳທະ​ເລ, ​ຄິດ​ຮອດ​ພີ່​ນ້ອງ​ທີ່​ຢູ່​ໄກ​ແສນ​ໄກ​ກໍ​ຊົມ​ດວງ​ຈັນ​ດວງ​ດຽວ​ກັນ​ໃນ​ຍາມ​ນີ້.” ມື້​ເພັງ​ເດືອນ 8 ຕາມ​ຈັນ​ທະ​ຄະ​ຕິ​ຈີນ​ເປັນວັນ​ບຸນ​ໄຫວ້​ພະ​ຈັນ ທີ່​ເປັນ​ບຸນ​ປະ​ເພ​ນີ​ຂອງ​ຈີນ. ບຸນ​ໄຫວ້​ພະ​ຈັນ​ປີ​ນີ້​ພໍ​ດີ​ກົງ​ກັບ​ວັນ​ທີ 29 ກັນ​ຍາ. ຍ້ອນ​ວ່າ​ພໍ​ດີ​ຖືກ​ກັບ​ໄລ​ຍະ​ກາງ​ຂອງ​ລະ​ດູ​ໃບ​ໄມ້ຫຼົ່ນ, ສະ​ນັ້ນ, ຈຶ່ງ​ເອີ້ນ​ວ່າ​ເປັນ​ບຸນ​ກາງ​ລະ​ດູ​ໃບ​ໄມ້ຫຼົ່ນ ກໍ​ຄື ບຸນ​ໄຫວ້​ພະ​ຈັນ ຊຶ່ງ​ຖື​ເປັນໜື່ງໃນ​ 4 ບຸນ​ປະ​ເພ​ນີທີ່​ສຳ​ຄັນ​ຂອງ​ຈີນ ໂດຍ​ລວມ​ມີ ​ບຸນ​ກຸດ​ຈີນ, ບຸນ​ຊິງ​ໝິງ ແລະ ບຸນ​ຕ່ວນ​ອູ.

ບຸນ​ໄຫວ້​ພະ​ຈັນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ສາ​ມັກ​ຄີ​ກັນ ຍ້ອນ​ໃນ​ມື້​ນັ້ນ ດວງ​ຈັນ​ເຕັມ​ດວງ​ເປັນ​ຮູ​ບ​ມົນ ຊຶ່ງ​ມີ​ຄວາມ​ໝາຍ​ສາ​ມັກ​ຄີ​ກັນ ໂດຍ​ໄດ້​ຝາກ​ຄວາມ​ຄິດ​ຮອດຄິດ​ເຖິງ​ບ້ານ​ເກີດ​ເມືອງນອນແລະ ຄິດ​ຮອດ​ຄິດ​ເຖິງ​ຍາດ​ພີ່​ນ້ອງ, ​ອະ​ທິ​ຖານຂໍພອນ​ໃຫ້​ມີ​ຜົນ​ເກັບ​ກ່ຽວທີ່​ດີ ແລະ ມີ​ຄວາມ​ສຸກ. ເມື່ອ​ວັນບຸນ​ໄຫວ້​ພະ​ຈັນ​ໝູ​ນ​ວຽນ​ມາ​ເຖິງ, ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຈະ​ເຕົ້າ​ໂຮມ​ກັນ ຫຼື ບາງ​ຄົນ​ກໍ​ໄປຢ້ຽມ​ຢາມ​ຍາດ​ພີ່​ນ້ອງ, ຈັດ​ພິ​ທີ​ໄຫວ້​ພະ​ຈັນ, ຊົມ​ພະ​ຈັນ, ກິນ​ຂະ​ໜົມ​ໄຫວ້​ພະ​ຈັນ, ຊົມ​ໂຄມ​ໄຟ, ທວາຍ​ຄຳ​ທວາຍ, ຊົມ​ດອກ​ອົບ​ເຊີຍ, ກິນ​ເຫຼົ້າ​ດອກ​ອົບ​ເຊີຍ, ຊົມ​ກະ​ແສ​​ຟອງ​ຢູ່​ຕາມ​ແມ່​ນ້ຳ​ສຽນ​ຖັງ​, ​ເຊີນ​ພະ​ອົງກະ​ຕ່າຍ, ຈູດ​ທາດ ແລະ ຈັດກິດ​ຈະ​ກຳ​ສະຫຼອງ​ອື່ນໆ.

ຢູ່​ແຂວງ​ຢຸນ​ນານ, ເຂົ້າໜົ​ມ​ໄຫວ້​ພະ​ຈັນ​ແບບ​ຢຸນ​ນານ ທີ່​ນິ​ຍົມ​ກັນ​ໃນຫຼາຍ​ປີ​ມາ​ນີ້ ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ລູກ​ຄ້າ​ທັງຫຼາຍ, ໃນ​ນັ້ນ, ຈະ​ມີ​ເຂົ້າ​ໜົມ​ໄຫວ້​ພະ​ຈັນ​ດອກ​ໄມ້​ສົດ, ເຂົ້າ​ໜົມ​ໄຫວ້​ພະຈັນ​ໝູ​ແຮມ​ຢຸນ​ນານ​​ປົນ​ໄຂ່​ເຫຼືອງ, ເຂົ້າໜົມ​ໄຫວ້​ພະ​ຈັນ​ໝູ​ແຮມ​ຢຸນ​ນານ​ປົນ​ແກ່ນ​ ໝາກ​ສົນ, ເຂົ້າໜົມ​ໄຫວ້​ພະ​ຈັນ​ໜັງ​ກອບ ແລະ ເຂົ້າ​ໜົມ​ໄຫວ້​ພະຈັນ​ເຫັດ​ປວກເປັນ​ຕົ້ນ. ຄວາມຈິງ​ແລ້ວ, ເຂົ້າໜົມ​ໄຫວ້​ພະ​ຈັນ​ໝູ​ແຮມ​ຢຸນ​ນານ​ມີ​ປະ​ຫວັດ​ສາດ​ອັນ​ຍາວ​ນານ, ຄື​ໄດ້​ສືບ​ທອດ​ມາ​ຈາກ​ທ້າຍ​ລາ​ຊະ​ວົງ​ໝິງ ແລະ ຕົ້ນ​ລາ​ຊະ​ວົງ​ຊິງ​ຂອງ​ຈີນ, ທຳ​ອິດ​ກໍ​ຖືກ​ເອີ້ນ​ວ່າ​ເປັນ “ສະ​ລະ​ເປົ໋າ​ໝູ​ແຮມ​ຢຸນ​ນານ”, ຖື​ເປັນ​ໜຶ່ງ​ໃນ​ອາ​ຫານ​ທີ່ແຊບ​ຊ້ອຍ​ແບບ​ອ້ອຍ​ຕ້ອຍ​ຂອງ​ຢຸນ​ນານ ແລະ ກໍ​ແມ່ນ​ນາມ​ບັດ​ດ້ານ​ເຂົ້າ​ໜົມ​ຂອງ​ແຂວງ​ຢຸນ​ນານ.

ວັນ​ທີ 20 ພຶດ​ສະ​ພາ​ປີ 2006, ຄະ​ນະ​ລັດ​ຖະ​ບານ​ຈີນໄດ້​ຈັດ​ເອົາ​ບຸນ​ໄຫວ້​ພະ​ຈັນ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ແຫ່ງ​ຊາດງວດ​ທຳ​ອິດ. ປັດ​ຈຸ​ບັນ​ນີ້, ຄຽງ​ຄູ່​ກັບ​ການ​ພັດ​ທະ​ນາ​ຂອງ​ຍຸກ​ສະ​ໄໝ, ຄົນ​ທັງຫຼາຍ​ໄດ້​ສະຫຼອງ​ບຸນ​ໄຫວ້​ພະ​ຈັນ​ດ້ວຍຫຼາກຫຼາຍ​ສີ​ສັນ, ຄື: ກິ​ນ​ເຂົ້າໜົມ​ໄຫວ້​ພະ​ຈັນ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ສະແດງຊຸດຊົນ​ເຜົ່າ​ຮັ້ນ, ຊົມ​ດວງ​ຈັນ ແລະ ຖ່າຍ​ຮູບດວງ​ຈັນ​ເຫຼົ່າ​ນີ້​ເປັນ​ຕົ້ນ.9

ເຕົ້າໂຮມສາມັກຄີກັນ ກິນເຂົ້າໜົມໄຫວ້ພະຈັນແບບຢຸນນານ