ປະ​ເທດ​ເຫຼົ່າ​ນີ້​ກໍ​ສະຫຼອງ​ບຸນ​ໄຫວ້​ພະ​ຈັນ​ເຊັ່ນ​ກັນ

2023-09-28 18:20:22
ມາຈາກ:

 

ນອກ​ຈາກ​ຈີນ​ແລ້ວ, ຫຼາຍ​ປະ​ເທດໃນ​ອາ​ຊີ​ກໍ​ມີ​ມູນ​ເຊື້ອ​ສະຫຼອງ​ບຸນ​ໄຫວ້​ພະ​ຈັນ​ເຊັ່ນ​ກັນ. ເຖິງວ່າ​ວິ​ທີ​ສະຫຼອງ​ອາດ​ຈະ​ຕ່າງ​ກັນ, ແຕ່​ກໍ​ລ້ວນ​ແລ້ວ​ແຕ່​ຝາກ​ຄວາມ​ຮັກ​ຫອມຊີ​ວິດ​ທີ່​ດີ​ງາມ ແລະ ​ຝາກ​ຄວາມ​ປາ​ຖະໜາດີຕໍ່​ອະ​ນາ​ຄົດ.

ຢູ່​ປະ​ເທດ​ລາວ, ວັນບຸນ​ໄຫວ້​ພະ​ຈັນ​ພໍ​ດີ​ຖືກ​ກັບໄລ​ຍະ​ບຸນ​ຫໍ່​ເຂົ້າ​ສະຫຼາກ. ເມື່ອ​ມື້​ບຸນ​ໝູນ​ວຽນ​ມາ​ເຖິງ, ຄອບ​ຄົວ​ເຕົ້າໂຮມ​ກັນ​ຊົມ​ດວງ​ຈັນ ແລະ ກິນຂະ​ໜົມ​ໄຫວ້​ພະ​ຈັນ. ຊາວ​ລາວເຊື້ອ​ສາຍ​ຈີນ​ຍັງ​ໄດ້​ຈັດ​ກິດ​ຈະ​ກຳ​ສະຫຼອງ​ບຸນ​ ເຊັ່ນ: ຈູດ​ທູບ, ເຊີດ​ມັງ​ກອນ ແລະອື່ນໆ.

ຊາວ​ມາ​ເລ​ເຊຍ​ເຊື້ອ​ສາຍ​ຈີນ​ຕ້ອງ​ເຮັດ 3 ຢ່າງໃນ​ມື້​ບຸນ​ໄຫວ້​ພະ​ຈັນ ຄື: ຊົມ​ດວງ​ຈັນ, ກິນ​ຂະ​ໜົມ​ໄຫວ້​ພະ​ຈັນ ແລະ ຖື​ໂຄມ​ໄຟ ແຫ່​ຂະ​ບວນ. ບາງ​ແຫ່ງ​ໃນ​ນະ​ຄອນຫຼວງ​ ກົວ​ລາ​ລຳ​ເປີ​ ຈະ​ຈັດ​ກິດ​ຈະ​ກຳຖື​ໂຄມ​ໄຟ​ ແຫ່​ຂະ​ບວນ ເພື່ອສະຫຼອງ​ບຸນ​ໄຫວ້​ພະ​ຈັນ.

ເວົ້າ​ສຳ​ລັບ​ຊາວ​ສິງ​ກະ​ໂປ​ເຊື້ອ​ສາຍ​ຈີນ​ ແລ້ວ, ໃນ​ການ​ສະຫຼອງ​ບຸນ​ໄຫວ້​ພະ​ຈັນ​, ນອກ​ຈາກມອບ​ຂະ​ໜົມ​ໄຫວ້​ພະ​ຈັນ​ເປັນ​ຂອງ​ຂວັນ​ ແລະ ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ ແລະ ອວຍ​ພອນ​ຊຶ່ງ​ກັນ​ແລະ​ກັນ​ແລ້ວ, ຍັງ​ໄປ​ທ່ຽວຫຼິ້ນ​ ແລະ ຊົມ​ໂຄມ​ໄຟຢູ່​ແຄມ​ແມ່​ນ້ຳ​ສິງ​ກະ​ໂປ ແລະ ແຫ່ງ​ອື່ນໆ.

ຢູ່​ປະ​ເທດ​ໄທ, ຄົນ​ທັງຫຼາຍ​ເອີ້ນ​ບຸນ​ໄຫວ້​ພະ​ຈັນ​ວ່າເປັນ “ບຸນ​ຂໍ​ພອນ​ນຳ​ດວງ​ຈັນ”. ​ອາ​ຫານ 3 ຢ່າງ​ໃນ​ວັນບຸນ​ໄຫວ້​ພະ​ຈັນ​ຂອງ​ໄທ​ແມ່ນ​ໝາກ​ຄາຍ, ໝາກ​ພຸ ແລະ ຂະ​ໜົມ​ໄຫວ້​ພະ​ຈັນ. ຕາມ​ການເລົ່າ​ຂານກັນມາ​ວ່າ, ຢູ່​ໄທ, ຈະ​ໄປ​ຂໍ​ພອນ​ນຳ​ດວງ​ຈັນ​ໃນວັນ​ບຸນ​ໄຫວ້​ພະ​ຈັນ, ເທວະ​ດາ 8 ອົງ​ຈະ​ນຳ​ເອົາ​ໝາກ​ຄາຍ​ໄປ​ອວຍ​ພອນ​ໃຫ້​ເຈົ້າ​ແມ່​ກວນ​ອິມ​ຈົ່ງ​ມີ​ອາ​ຍຸ​ໝັ້ນ​ຂວັນ​ຍືນ, ເຈົ້າ​ແມ່​ກວນ​ອິມ ແລະ ເທວະ​ດາ​ທັງຫຼາຍ​ຈະ​ສົ່ງ​ພອນ​ໄຊ​ອັນ​ປະ​ເສີດ​ໃຫ້​ແກ່​ໂລກ​ມະ​ນຸດ. ສະ​ນັ້ນ, ຄົນ​ໄທ​ຈະ​ມັກ​ກິນ​ໝາກ​ຄ​າຍ ທີ່​ເປັນ​ສັນ​ຍະ​ລັກ​ໃຫ້​ແກ່​ອາ​ຍຸ​ຍືນ​ໃນ​ໄລ​ຍະ​ສະຫຼອງວັນ​ບຸນ​ໄຫວ້​ພະ​ຈັນ.

ຢູ່​ຫວຽດ​ນາມ, ບຸນ​ໄຫວ້​ພະ​ຈັນ​ຖືກ​ຖື​ເປັນ “ບຸນ​ເດັກ​ນ້ອຍ”. ໃນ​ໄລ​ຍະ​ສະຫຼອງ​ມື້​ບຸນ, ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຫວຽດ​ນາມ​ໄດ້​ຈັດ​ການ​ວາງ​ສະ​ແດງ​ໂຄມ​ໄຟ ແລະ ການ​ແຫ່​ຂະ​ບວນ​ເຊີດ​ສີງ​ໂຕ, ເດັກ​ນ້ອຍ​ທັງຫຼາຍ​ໄດ້​ຖື​ໂຄມ​ໄຟ​ຮູບ​ປາ​ໄນ​ໄປຫຼິ້ນ​ນຳ​ກັນ ຊຶ່ງ​ມີ​ຄວາມ​ໝາຍ​ວ່າ “ປາ​ໄນ​ໂດດ​ຂຶ້ນ​ປະ​ຕູ​ມັງ​ກອນ”. ແຫຼ່ງຂ່າວ: ແອັບໜັງສືພິມໄວໜຸ່ມຈີນ, ສໍານັກຂ່າວຊິນຮວາ ແລະ ສື່ມວນຊົນອື່ນໆ

 

ປະ​ເທດ​ເຫຼົ່າ​ນີ້​ກໍ​ສະຫຼອງ​ບຸນ​ໄຫວ້​ພະ​ຈັນ​ເຊັ່ນ​ກັນ