ໃນເຂດສະຫງວນທໍາມະຊາດພູຕ້າປາວຊານແຂວງຢູນນານ ໄດ້ພົບເຫັນນົກແວ່ນຕາຂາວສີຂ້າງແດງເປັນຄັ້ງທໍາອິດ

2023-10-27 13:44:47
ມາຈາກ:

ນັກຂ່າວໄດ້ຮັບຂ່າວຈາກເຂດສະຫງວນທໍາມະຊາດລະດັບຊາດພູຕ້າປາວຊານທີ່ນະຄອນຈາວທອງແຂວງຢູນນານ ໃຫ້ຮູ້ວ່າ, ພະນັກງານຕິດຕາມຄຸ້ມຄອງໃນເຂດດັ່ງກ່າວໄດ້ພົບເຫັນ ນົກແວ່ນຕາຂາວສີຂ້າງແດງ 5 ໂຕ ແລະ ນົກແວ່ນຕາຂາວສີຂ້າງແດງມີພື້ນທ້ອງເປັນສີເທົາ 27 ໂຕ, ໃນນັ້ນນົກແວ່ນຕາຂາວສີຂ້າງແດງ ແມ່ນໄດ້ເຂົ້າບັນຊີຂອງສັດສະຫງວນສໍາຄັນລະດັບສອງແຫ່ງຊາດຈີນ,ພ້ອມທັງເປັນປະເພດສັດທີ່ຖືກຈັດເຂົ້າໃນບັນຊີໃໝ່ຂອງພູຕ້າປາວຊານ.

ນົກແວ່ນຕາຂາວສີຂ້າງແດງ ສ່ວນຫຼາຍກິນແມງໄມ້, ແກ່ນພືດ ແລະ ໜໍ່ອ່ອນເປັນອາຫານ, ໄດ້ສືບພັນຢູ່ພາກຕາເວັນອອກສ່ຽງເໜືອຂອງຈີນເປັນຕົ້ນຕໍ, ເມື່ອພົ້ນລະດູໜາວຈະອົບພະຍົບໄປຢູ່ພາກກາງ, ພາກໃຕ້,ແລະ ພາກຕາເວັນອອກຂອງຈີນ. ຍ້ອນວ່າໃນເຂດກະດູກຂອງມັນເປັນລາຍສີຂ້າງແດງຈຶ່ງມີຄວາມແຕກຕ່າງກັນກັບນົກແວ່ນຕາຂາວອື່ນໆ.

ເຂດສະຫງວນພູຕ້າປາວຊານຕັ້ງຢູ່ພາກຕາເວັນອອກສ່ຽງເໜືອຂອງແຂວງຢູນນານ, ສູງຈາກໜ້ານໍ້າທະເລ 3.000 ແມັດ,ເປັນເຂດທີ່ຢູ່ອາໄສ ແລະ ສະຖານີອົບພະຍົບທີ່ສໍາຄັນຂອງນົກຍາງຄໍແດງ ແລະ ນົກອື່ນໆ.

ບັນນາທິການ: Yang Chunmei

ໃນເຂດສະຫງວນທໍາມະຊາດພູຕ້າປາວຊານແຂວງຢູນນານ ໄດ້ພົບເຫັນນົກແວ່ນຕາຂາວສີຂ້າງແດງເປັນຄັ້ງທໍາອິດ