ມາທ່ຽວຫລິ້ນຢູ່ບ້ານເຄື່ອງປັ້ນດິນເຜົານະຄອນຫລີນຊາງແຂວງຢູນນານ

2023-10-31 21:49:52
ມາຈາກ:

ບ້ານຫວານຢາວເຂດຫລີນຊຽງນະຄອນຫລີນຊາງ ​ແຂວງ​ຢູນນານ​ມີ​ປະຫວັດ​ການ​ຜະລິດ​ເຄື່ອງ​ປັ້ນດິນ​ເຜົາ​ເກືອບ 300 ປີ, ​ໄດ້​ຮັບ​ການ​ຂະໜານນາມ​ວ່າເປັນ "ບ້ານ​ເກີດ​ຂອງ​ວັດ​ທະ​ນະ​ທຳ​ເຄື່ອງ​ປັ້ນດິນ​ເຜົາ​ຫວານຢາວ" ຈາກສະມາຄົມ​ນັກປະພັນ ​ແລະ ​ສິລະ​ປະ​ພື້ນ​ເມືອງ​ຈີນ.

ເຄື່ອງປັ້ນດິນເຜົາຫວານຢາວເປັນຊຸດທຳອິດຂອງ ໂຄງການຕົວແທນ​ມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸລະດັບຊາດ, ຢູ່ໃນບ້ານຍັງຮັກສາເຕົາເຜົາມັງກອນ 11 ​ແຫ່ງ​, ເຕົາເຜົາທີ່ເກົ່າແກ່ທີ່ສຸດໄດ້​ຮັບ​ການ​ກໍ່ສ້າງຂຶ້ນ​ໃນ​ປີ​ທີ 3 ຂອງ​ລາຊະວົງຊິງສະໄຫມສຽນຫລົງ. ຫຼາຍກວ່າ 85% ຂອງຈຳນວນ 488 ຄອບຄົວໃນໝູ່ບ້ານລ້ວນແຕ່ມີຄວາມຊໍານານໃນເຕັກນິກການເຮັດເຄື່ອງປັ້ນດິນເຜົາ.

 

 

ມາທ່ຽວຫລິ້ນຢູ່ບ້ານເຄື່ອງປັ້ນດິນເຜົານະຄອນຫລີນຊາງແຂວງຢູນນານ