ຄົນໜຸ່ມສາວຫຼົງໄຫຼໃນການຮຽນຕອນຄໍ່າ

2023-11-06 17:34:22
ມາຈາກ:

ໄປບາບໍ? ບໍ່ໄປ! ໄປໂຮງຮຽນຕອນຄໍ່າບໍ? ໄປ!

ພວກເຮົາຄຸ້ນເຄີຍກັບ "ກາງຄືນຊຽງໄຮ້" ທີ່ຊຸມແຊວ, ແຕ່ໃນປັດຈຸບັນ, ການຫຼິ້ນຕອນກາງຄືນໃໝ່ປະເພດໜຶ່ງກຳລັງເປັນທີ່ນິຍົມຂອງໄວໜຸ່ມໃນນະຄອນຊຽງໄຮ້, ນັ້ນກໍຄືການເຂົ້າຮຽນຕອນຄໍ່າ.

ໂຮງຮຽນຕອນຄໍ່າສາມາດເອົາຊະນະ "ງານລ້ຽງເຫຼົ້າກາງຄືນ" ໄດ້ແນວໃດ? ສົມພໍວ່າ​ມັນ​ບໍ່​ພຽງ​ແຕ່ສາມາດຮຽນ​ຄວາມ​ຮູ້​ດ້ານ​ວັດ​ທະ​ນະ​ທໍາທີ່ນີ້ເທົ່ານັ້ນ​, ຫາກ​ຍັງ​ມີ​ການ​ເຕັ້ນ​ ແລະ ດົນ​ຕີ, ລະຄອນກັບພາກສະໜາມ, ການແຕ່ງໜ້າ ແລະ ​ການ​ອອກ​ກໍາ​ລັງ​ກາຍ​, ເຄື່ອງ​ຫັດ​ຖະ​ກໍາ​ວັດ​ທະ​ນະ​ທໍາ​ທີ່​ບໍ່ເປັນວັດຖຸ ແລະອື່ນໆ. ​ຫ້ອງ​ຮຽນແຟຊັ່ນອັນຫຼາກຫຼາຍ​ທີ່​ຫນ້າ​ສົນ​ໃຈ ​ແລະ "ທັນ​ສະ​ໄຫມ​" ເຕັມ​ໄປ​ດ້ວຍກຳລັງແຫ່ງ​ການ​ດຶງ​ດູດ​.

ໂຮງ​ຮຽນ​ສິລະ​ປະ​ພົນລະ​ເມືອງ​ແຫ່ງ​ນີ້​ທີ່ຈັດຕັ້ງ​ໂດຍ​ຫໍພິພິທະ​ພັນ​ສິລະ​ປະ​ມວນ​ຊົນ​ຊຽງ​ໄຮ້​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຫຼາຍ​ໃນກຸ່ມຄົນ​ໄວ​ໜຸ່ມ ​ນັບ​ແຕ່​ໄດ້​ເປີດ​ ​ໃນ​ປີ 2016 ເປັນຕົ້ນມາ​ ຫຼັກສູດ​ກັບ​ວິທະຍາ​ເຂດ​ຂອງ​ຕົນ​ໄດ້​ສືບ​ຕໍ່​ເພີ່ມ​ຂຶ້ນ. ລະດູໃບໄມ້ຫຼົ່ນປີນີ້, ມີຫຼັກສູດທັງໝົດ 382 ຫຼັກສູດ ແລະ ແຜນການສະໝັກຮັບນັກຮຽນພຽງແຕ່ 10.000 ຄົນເທົ່ານັ້ນ, ສ່ວນເວລາສູງສຸດ ມີຫຼາຍກວ່າ 650.000 ຄົນຍາດເຂົ້າຮຽນຜ່ານລະບົບອອນໄລ, ຮ້ອນແຮງເຖິງຂັ້ນທີ່ເຮັດໃຫ້ຊາວເນັດຮ້ອງອຸທານອອກມາວ່າ: “ຍາດບໍ່ໄດ້ເລີຍ, ບໍ່ໄດ້ເລີຍ.”

ໂຮງຮຽນສິລະປະໃນຕອນຄໍ່າ ໄດ້ຮັບຄວາມນິຍົມ, ອາດດ້ວຍເຫດຜົນສາມປະການ.

ການຮຽນຫຼີກ "ເວລາຈຸດສູງສຸດ" ໄດ້ຕອບສະໜອງຄວາມຕ້ອງການດ້ານການສຶກສາສິລະປະຂອງໄວໜຸ່ມ ແລະ ໄວກາງຄົນ.

ລາຄາສະຫວັດດີການສາທາລະນະໄດ້ແກ້ໄຂ "ບັນຫາ" ຂອງຄ່າທໍານຽມສູງທີ່ຮຽກເກັບໂດຍສະຖາບັນທີ່ມຸ່ງເນັ້ນຕະຫຼາດ.

ຄວາມນິຍົມຂອງໂຮງຮຽນສິລະປະໃນຕອນຄໍ່າສະທ້ອນໃຫ້ເຫັນຄວາມຕ້ອງການທີ່ເຂັ້ມແຂງຕໍ່ຊີວິດວັດທະນະທໍາຂອງໄວຫນຸ່ມ. ຈາກຊຸມປີ 1980 ເປັນທີ່ນິຍົມຕໍ່ການໄປໂຮງຮຽນຕອນຄໍ່າເພື່ອຮຽນເອົາຄວາມຮູ້ທາງວັດທະນະທໍາ, ຊູ່ມື້ນີ້ມີຄວາມກະຕືລືລົ້ນຕໍ່ການໄປຮັບອິດທິພົນທາງດ້ານສິລະປະໃນໂຮງຮຽນຕອນຄໍ່າ, ຍຸກສະໄໝມີການປ່ຽນແປງ, ແລະ ຄວາມຕ້ອງການຂອງປະຊາຊົນສໍາລັບຊີວິດທາງຈິດໃຈ ແລະ ວັດທະນະທໍາກໍມີການປ່ຽນແປງ.

ຄົນໜຸ່ມສາວຫຼົງໄຫຼໃນການຮຽນຕອນຄໍ່າ