ພັນຄົນໄດ້ກິນຊີ້ນດາດແບບລາວພ້ອມກັນ ທີ່ເມືອງຫຼ້າປະເທດຈີນ

2023-11-14 17:13:39
ມາຈາກ:

ໝໍ້ຮ້ອນຊີ້ນດາດຂອງລາວ ທັງດາດໄດ້ ທັງຈຸ່ມໄດ້, ອາຫານປະເພດນີ້ນໍາເຂົ້າຈາກປະເທດລາວ, ຖືກໃຈນັກຊິມທັງບາບີຄິວ ແລະ ໝໍ້ໄຟ, ກໍາລັງກາຍເປັນສິ່ງຍອດນິຍົມຂອງຊາວຈີນ.

ຫວ່າງມໍ່ໆມານີ້, ທີ່ຕະຫຼາດແລງຊິງກວ່າງ ແມ່ນໍ້ານານຫຼ້າ ເມືອງຫຼ້າ (Mengla) ກິ່ງແຂວງປົກຄອງຕົນເອງເຜົ້າລື້ ສິບສອງພັນນາ ໄດ້ຈັດເທດສະການອາຫານຂ້າມຊາດ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ໃນນັ້ນງານລ້ຽງຊີ້ນດາດ 100 ໂຕະ ທີ່ມີ 1000 ຄົນເຂົ້າຮ່ວມ ໄດ້ກາຍເປັນພາບທີ່ງົດງາມຕະການຕາຫຼາຍ.

ຊຸມປີມໍ່ໆມານີ້, ຊີ້ນດາດທີ່ທັງດາດໄດ້ ທັງຈຸ່ມໄດ້ແບບນີ້ ໄດ້ເລີ່ມເປັນທີ່ນິຍົມຂຶ້ນຢູ່ຕາມຊາຍແດນລາວ-ຈີນ, ຊຶ່ງໃນຕາແສງມົງມານ, ບ້ານມານທາລາ, ບ້ານມານກາ ທຸລະກິດຊີ້ນດາດກໍາລັງພົ້ນເດັ່ນຂຶ້ນ.

ແຫຼ່ງຂ່າວ: ເວັບໄຊຢູນນານ  ບັນນາທິການ: Yang Chunmei

ພັນຄົນໄດ້ກິນຊີ້ນດາດແບບລາວພ້ອມກັນ ທີ່ເມືອງຫຼ້າປະເທດຈີນ