ສິນຄ້າຍີ່ຫໍ້ຊື່ດັງແບບດັ້ງເດີມຂອງແຂວງ ຢູນນານໄດ້ປະກົດພະລັງຊີວິດໃໝ່

2023-11-17 15:58:45
ມາຈາກ:

ງານ​ວາງ​ສະ​ແດງ​ສິນ​ຄ້ານຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 6 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້ ສ​ປ ຈີນ​ລະ​ຫວ່າງວັນ​ທີ 5 ຫາ 10 ພະ​ຈິກຜ່ານມາ​ນີ້. ເຂດ​ວາງ​ສະ​ແດງ​ຂອງ​ແຂວງ​ຢູນ​ນານ​ໄດ້​ເນັ້ນ​ໃສ່​ຫົວ​ຂໍ້ “ສືບ​ທອດ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ·ແຂວງຢູນ​ນານ​ທີ່​ມີຫຼາກຫຼາຍ​ສີ​ສັນ” ໂດຍ​ໄດ້​ຈັດ​ວາງ​ໃຫ້ວິ​ສາ​ຫະ​ກິດ​ຍີ່​ຫໍ້​ຊື່​ດັງ​​ດັ້ງ​ເດີມ​ຈີນ 6 ແຫ່ງ, ວິ​ສາ​ຫະ​ກິດ​ຍີ່​ຫໍ້​​ຊື່ດັງ​ດັ້ງ​ເດີມ​​ແຂວງ​ຢູນ​ນານ 9 ແຫ່ງ, ວິ​ສາ​ຫະ​ກິດ​ຍີ່​ຫໍ້​​ຊື່ດັງ​​ດັ້ງ​ເດີມ​ນະ​ຄອນ​ຄຸນ​ໝິງ 1 ແຫ່ງ ແລະ ວິ​ສາ​ຫະ​ກິດ​ທີ່​ມີ​ຍີ່​ຫໍ້​ຄຸນ​ນະ​ພາບ​ສູງ 2 ແຫ່ງ​ທັງ​ໝົດ 18 ແຫ່ງ​ເຂົ້າ​ຮ່ວມ​ການ​ວາງ​ສະ​ແດງ.

ນ້ຳ​ສະ​ອິວ​ທົ້ວ​ຕົ່ງ​ໄດ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ເປັນ​ຄັ້ງ​ທຳ​ອິດ. ທ່ານ​ນາງຫຼີ​ແຢນຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ເຄື່ອງ​ປຸງ​ອາ​ຫານ​ທົ້ວ​ຕົ່ງ​ຢູນ​ນານ​ຈຳ​ກັດ​ກ່າວ​ວ່າ, ບໍ​ລິ​ສັດ​ຕົນ​ໄດ້​ປະ​ດິດ​ສ້າງ​ໃໝ່​ເລື້ອຍໆ, ໄດ້​ຜະ​ລິດ​ນ້ຳ​ສະ​ອິວທີ່​ບໍ່​ໄດ້​ເພີ່ມ​ເຕີມ​ສານ​ອື່ນ. ເທື່ອ​ນີ້ກໍ​ໄດ້​ນຳ​ເອົາ​ຜະ​ລິດ​ຕະ​ພັນ​ໃໝ່​ມາ​ເຖິງ​ງານ​ວາງ​ສະ​ແດງ​, ເພື່ອສຸມ​ໃສ່​ຍົກ​ຖາ​ນະ​ຊື່​ສຽງ​ຂອງ​ອາ​ຫານແຂວງ​ຢູນ​ນານ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ.

ທ່ານ​ຮວງ​ຈື​ມິນຜູ້​ຊ່ວຍ​ປະ​ທານ​ບໍ​ລິ​ສັດ​ອາ​ຫານ​ວ້ານ​ເຫີ​ຈ່າ​ວ​ທົ່ງ​ຈຳ​ກັດ​ກ່າວ​ວ່າ: “ໂດຍ​ຜ່ານ​ຈາກ​ການ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້, ຈະ​ເຮັດ​ໃຫ້​ຜູ້​ບໍ​ລິ​ໂພກ​ມີ​ຄວາມ​ສຳ​ຜັດ​ທີ່​ດີ​ຕໍ່​ການ​ບໍ​ລິ​ໂພກ, ສີ​ມື​ດັ້ງ​ເດີມ​ຂອງວິ​ສາ​ຫະ​ກິດ​ຍີ່​ຫໍ້​ຊື່​ດັງ​ດັ້ງ​ເດີມ​ຄວນ​ສືບ​ທອດ​ຕໍ່​ໄປ ແລະເພີ່ມ​ປັດ​ໄຈ​ວິ​ທະຍາ​ສາດ-ເຕັກໂນໂລຊີເຂົ້າ​ໄປ​ຕື່ມ​ອີກ.”

ກຸ່ມ​ບໍ​ລິ​ສັດ​ໜົງ​ເຂິນ​ຢູນ​ນານ​ໄດ້​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ຊື່​ດັງ​ຕ່າງໆເຊັ່ນ: ຊາ, ກາ​ເຟ, ມັນ​ຝ​ຣັ່ງ​ເປັນ​ຕົ້ນ. ​ມັນ​ຝ​ຣັ່ງ​ຫໍ່​ນ້ອຍ​ກິນ​ສະ​ບາຍ, “ກາ​ເຟ​ຈອມ​ພູ” ຈະ​ມີ​ລົດ​ຊາດ​ຕ່າງ​ກັນ,ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ເນັ້ນ​ໃສ່​ຄຸນ​ນະ​ພາບ ​ແລະ ເອ​ກະ​ລັກ​ພິ​ເສດ​ຂອງ​ສິນ​ຄ້າ.

ມາ​ຮອດ​ປັດ​ຈຸ​ບັນ, ແຂວງ​ຢູນ​ນານ​ມີ​ວິ​ສາ​ຫະ​ກິດ​ຍີ່​ຫໍ້​ຊື່​ດັງ​ດັ້ງ​ເດີມ 121 ແຫ່ງ, ໃນ​ນັ້ນ, ລວມ​ທັງ​ວິ​ສາ​ຫະ​ກິດ​ຍີ່​ຫໍ້​ຊື່​ດັງ​ດັ້ງ​ເດີມ​ຈີນ 25 ແຫ່ງ, ໄດ້​ກວມຫຼາຍ​ຂະ​ແໜງ​ການເຊັ່ນ:ການ​ປຸງ​ແຕ່ງ​ອາ​ຫານ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຢູ່​ເທິງ​ພູ​ພຽງ, ການ​ຜະ​ລິດ​ຢາ​ຊີ​ວະ​ພາບ, ສີ​ມື​ຊົນ​ເຜົ່າ, ອາ​ຫານ​ການ​ກິນ, ການ​ຈຳ​ໜ່າຍ ແລະອື່ນໆ.
ຂ່າວ: ຫຼຽວຈືຢູ, ຫານເຊີງຢວນ; ພາບໂດຍ: ຫູຢູຍາ ບັນນາທິການ: Yang Chunmei


 

ສິນຄ້າຍີ່ຫໍ້ຊື່ດັງແບບດັ້ງເດີມຂອງແຂວງ ຢູນນານໄດ້ປະກົດພະລັງຊີວິດໃໝ່